Sunday, November 9, 2025
Kbank Laos โอน รับ จ่าย

ອະລັງ​ການ​ແນ່ນ​ອນ! ເຊີນມາທ່ຽວບຸນກອງເຂົ້າບ້ານໃຫຍ່ນາຈະເລີນ

ເຊີນຊວນເຂົ້າທ່ຽວຊົມງານບຸນກອງເຂົ້າປະຈໍາປີ 2019 ຢູ່ບ້ານໃຫຍ່ນາຈະເລີນ ເຊິ່ງຈະໄດ້ຈັດຂຶ້ນວັນທີ 12 ມັງ ກອນ 2019 ກົງກັບມື້ຂຶ້ນ 7 ຄໍ່າ ເດືອນ 2 ລາວ ພສ 2561 ທີ່ຈະເຖິງນີ້. 

ສໍາລັບກິດຈະກໍາໃນວັນກອງເຂົ້າປີນີ້ ແມ່ນມີຄາຣາວານລົດຈາກນະຄອນຫຼວງວຽງຈັນ ເຊິ່ງຈະເລີ່ມເດີນຂະບວນໃນຕອນເຊົ້າຂອງວັນທີ 12 ເຄື່ອນຈາກນະຄອນຫຼວງວຽງຈັນ ມາແວ່ບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ເພື່ອເຂົ້າຮ່ວມເຮັດກິດຈະກໍາຕ່າງໆ ເບິ່ງເຂດສະຫງວນປາບຶກ ຈາກນັ້ນແມ່ນເຄື່ອນອອກມາທີ່ສາມແຍກບ້ານປາກຕອນ ຈະແຍກອອກເປັນສອງກຸ່ມຄື: ກຸ່ມໜຶ່ງເຄື່ອນມາເສັ້ນທາງລຽບພູພະນັງ ກຸ່ມສອງແມ່ນເສັ້ນທາງລຽບແຄມຂອງ ແລ້ວມາພົບກັນຢູ່ສໍານັກງານປົກຄອງເມືອງສັງທອງ ຈາກນັ້ນແມ່ນຈະເຄື່ອນຂະບວນເຂົ້າສູ່ບ້ານໃຫຍ່ນາຈະເລີນ ເພື່ອເຂົ້າຮ່ວມພິທີການສະເຫຼີມສະຫຼອງບຸນດັ່ງກ່າວ.

ສ່ວນພາຍໃນງານ ກໍຈະມີກ້ອນກໍາລັງແຫ່ຕິດຕໍ່ກັນ 6 ຂະບວນເຊັ່ນ: ຂະບວນການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ (ຖືໝາກເບັງ ແລະ ກັນເບັງ) ຂະບວນຊາວໜຸ່ມ-ເຍົາວະຊົນ ຂະບວນກໍາລັງ ປກຊ-ປກສ ຂະບວນສິລະປະ ຂະບວນມວນຊົນ ຫຼັງຈາກນັ້ນ ຈາກນັ້ນ ຈະໄດ້ທ່ຽວຊົມການສະແດງສິລະປະວັນນະຄະດີ ແລະ ໝໍລໍາເລື່ອງຕໍ່ກອນຈໍານວນຫຼາຍລາຍການ ທັງນີ້ເພື່ອເປັນການອະນຸລັກຮັກສາວັດທະນະທໍາອັນເກົ່າແກ່ ແລະ ເປັນການສຶກສາອົບຮົມ ປູກຈິດສໍານຶກຖັນແຖວຊາວໜຸ່ມ ເຍົາວະຊົນ ອະນຸຊົນ ໃຫ້ມີຄວາມສາມັກຄີ ມີນໍ້າໃຈຮັກເຊື້ອແພງຊາດ ຮັກບ້ານເກີດເມືອງນອນ ຮັບຮູ້ ເຂົ້າໃຈຮີດຄອງປະເພນີ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.