Friday, April 25, 2025
Kbank Laos โอน รับ จ่าย

ບໍ່​ທຳ​ມະ​ດາ! ເມືອງແບງ ມີຜົນສໍາເລັດໃນວຽກງານພັດທະນາເສດຖະກິດຫຼາຍ​ດ້ານ

ໃນຕະຫອດໄລຍະ 1 ປີ ຜ່ານມານີ້ ທາງຄະນະພັກ, ຄະນະນໍາຂອງເມືອງແບງ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳ ນຳພາ ພະນັກງານ, ລັດຖະກອນ ຕະຫລອດຮອດ ປະຊາຊົນທົ່ວເມືອງ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ເຊິ່ງເຮັດໃຫ້ມີຜົນສຳເລັດໃນຫລາຍດ້ານ.

ໂດຍສະເພາະແມ່ນ ວຽກງານກະສິກຳ ແລະ ປ່າໄມ້ ເຊິ່ງສາມາດກໍ່ສ້າງຊົນລະ ປະທານ ໄດ້ 1 ໂຄງການ ເຊິ່ງປະກອບມີ 3 ຈຸດຄື ນ້ຳແບງ, ນ້ຳແມດ ແລະ ນ້ຳລໍ.ຊຸກຍູ້ສົ່ງເສີມຊາວກະສິກອນ ປູກພືດເປັນສິນຄ້າ ເຊັ່ນ ຫມາກໂມ, ຫມາກຖົ່ວ, ນາແຊງ ແລະ ຜັກປະເພດຕ່າງໆ ກວມເນື້ອທີ ເກືອບ 5 ຮ້ອຍເຮັກຕາ, ຂຸດຄົ້ນລາຍຮັບເຂົ້າງົບປະມານ ໄດ້ທັງຫມົດ 28,4 ຕື້ກວ່າກີບ, ຄຸ້ມຄອງລາຍຈ່າຍໄດ້ທັງຫມົດ 28,2 ຕື້ກີບ; ສົ່ງເສີມສິນຄ້າຜ້າຝ້າຍພື້ນເມືອງ ຕິດພັນກັບການສະເຫລີມສະຫລອງ ປີທ່ອງທ່ຽວລາວ, ສ້າງຕັ້ງກຸ່ມຫັດຖະກຳ ພາຍໃນເມືອງໄດ້ຈຳນວນ 10 ກຸ່ມ, ອອກໃບທະບຽນ ວິສາຫະກິດຖາວອນໄດ້ 39 ຖະບຽນ; ກໍ່ສ້າງ ແລະ ຍົກລະດັບເສັ້ນທາງບ້ານນາຫວານນ້ອຍ, ແກ້ໄຂ, ສ້ອມແປງສຸກເສີນທາງຫລວງແຫ່ງຊາດ; ໄດ້ຮັບການລົງທຶນ ຂອງລັດຈຳນວນ 3 ໂຄງການໃນມູນຄ່າ 1,4 ຕື້ກວ່າກີບ, ທຶນແກ້ໄຂຄວາມທຸກຍາກ 3 ໂຄງການ ມູນຄ່າ 700 ກວ່າລ້ານກີບ.

ປີ 2018 ຜ່ານມາ ໄດ້ອອກໃບຕາດິນປຸກສ້າງ ແລະ ດິນກະສິກຳ ໄດ້ 1,732 ຕອນ, ເນື້ອທີ່ 300 ກວ່າເຮັກຕາ, ຈົດທະບຽນຫລັກຊັບຄ້ຳປະກັນຈຳນວນ 145 ຕອນ, ອອກໃບຕາດິນລັດ ລວມຫມູ່ໄດ້ 8 ຕອນ; ສຳເລັດໃນການຂະຫຍາຍຕາ ຂ່າຍໄຟ້າ 0,4 ກິໂລໂວນ ເຂົ້າບ້ານປະຊາຊົນ,ຕິດຕັ້ງກົງເຕີໄຟ້າໄດ້ 124 ໜ່ວຍ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.