Monday, April 21, 2025

ລັດຖະມົນຕີ ຖວທ ມອບໃບຍ້ອງຍໍ ໃຫ້ແກ່ນັກຮຽນເກັ່ງ ໄດ້ຮອງຊະນະເລີດໂຄງການ ASEAN Quiz

 ​ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕົກລົງອະນຸມັດການຍ້ອງຍໍ ທີມແຂ່ງຂັນ ASEAN Quiz ຂອງ ສປປ ລາວ ມີ ນາງ ທິບເກສອນ ເຂັມທອງ ມາຈາກໂຮງຮຽນ ມັດທະຍົມສົມບູນປາກເຊ ແຂວງຈຳປາສັກ; ນາງ ສຸນິຕາ ສຸກສຳລານ ໂຮງຮຽນມັດທະ ຍົມສົມບູນແສງດາລາ ນະຄອນຫລວງວຽງຈັນ ​ແລະ ທ້າວ ສົມໃຈ ຈວງໃບ ໂຮງຮຽນມັດ ທະຍົມສົມ ບູນສະຫວັນນະເຂດ, ແຂວງສະຫວັນນະເຂດ ທີ່​ເປັນຕົວແທນນັກຮຽນເກັ່ງ ລະດັບມັດທະຍົມຕອນປາຍ ສາມາດຍາດໄດ້ ຕຳແໜ່ງຮອງຊະນະເລີດ ໃນການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບ ອາຊຽນລະດັບພາກພື້ນ ຄັ້ງທີ 8, ທີ່ເມືອງບາຫລີ, ປະເທດອິນໂດເນເຊຍ, ​ເຊິ່ງ​ຈັດ​ຂຶ້ນໃນລະຫວ່າງວັນທີ 3-7 ທັນ ວາ 2018.

ການມອບ​​ໃບ​ຍ້ອງຍໍ​ຄັ້ງ​ນີ້, ໂດຍ​ທ່ານ ບໍ່​ແສງ​ຄຳ​ ວົງ​ດາລາ ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໃນ​ວັນ​ທີ 31 ທັນວາ 2018 ທີ່​ໂທລະພາບ​ແຫ່ງ​ຊາດ​ລາວ ​ໃນ​ພິທີມອບ​ລາງວັນ​ຜະລິດຕະພັນສື່ ແລະ ພິມຈຳໜ່າຍດີເດັ່ນ.

ໃນໂອກາດດັ່ງກ່າວ, ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍ ສຽງແຫ່ງຊາດລາວ, ປະທານຄະນະ ອະນຸກຳມະການຖະແຫລງຂ່າວ ອາຊຽນແຫ່ງ ສປປ ລາວ ທັງ​ເປັນຫົວໜ້າໂຄງການ ASEAN QUIZ ແຫ່ງ ສປປ ລາວ ​​ກ່າວ​ວ່າ: ຜ່ານການ​ແຂ່ງຂັນ ທີ່ໄດ້​ແບ່ງ​ອອກ​ເປັນ 2 ຮອບ, ແຕ່ລະຮອບປະກອບດ້ວຍ 4 ໝວດຄໍາຖາມ; ຊຶ່ງດຳເນີນໄປເປັນເວລາ 2 ຊົ່ວ ໂມງ, ຜົນສະຫລຸບ​ຂອງ​ການ ​ແຂ່ງຂັນ​ປະກົດວ່າ: ຊະນະ​ເລີດ​ໄດ້​ແກ່ ປະເທດອິນໂດເນເຊຍ (ເຈົ້າ ພາບ), ຮອງ​ຊະນະ​ເລີດ ໄດ້​ແກ່ ສປປ ລາວ, ອັນ​ດັບ 3 ​ປະເທດຟີລິບປິນ, ອັນດັບ 4 ໄດ້ຮ່ວມກັນ 2 ປະເທດ ຄື ສິງກະໂປ ແລະ ຫວຽດນາມ, ອັນດັບ 6 ໄດ້​ແກ່​ ປະເທດໄທ, ອັນດັບ 7 ປະເທດມຽນມາ, ອັນດັບ 8 ປະເທດບຣູໄນ ດາຣຸດຊາລຳ ​ແລະ ອັນດັບ 9 ປະເທດກຳປູເຈຍ.

ສຳລັບທີມຂອງປະເທດ ທີ່​ສາມາດຍາດ​ໄດ້​ຕຳ​ແໜ່​ງ​ ແຕ່​ອັນ​ດັບ​ທີໜຶ່ງ​ຫາ​ອັນ​ດັບ​ທີສາມ ​ແມ່ນ​ໄດ້​ຮັບ​ຖ້ວຍລາງວັນ​ ພ້ອມ​ເງິນສົດ: ລາງວັນ​ທີໜຶ່ງ1.500 ໂດລາສະຫະລັດ; ລາງວັນ​ທີ​ສອງ 1.200 ໂດລາສະຫະລັດ ແລະ ລາງວັນ​ທີ​ສາມ 900 ໂດລາສະຫະລັດ. ພ້ອມ​ກັນ​ນີ້, ທີມນັກຮຽນຈາກ ສປປ ລາວ ຍັງສາມາດຍາດໄດ້ຕຳແໜ່ງ ຮອງຊະນະເລີດ ​ໃນການແຂ່ງຂັນມິດຕະພາບ (Friendship Competition) ໃນຮູບແບບຫລິ້ນເກມ Inter-active games ເປັນເກມທົດສອບໄຫວພິບ ປະຕິພານ ແລະ ຄວາມວ່ອງໄວຄ່ອງແຄ້ວ, ແຂ່ງຂັນແບບມິດຕະພາບ ດ້ວຍຄວາມເບີກບານມ່ວນຊື່ນ, ​ເຊິ່ງລາງວັນເປັນເງິນສົດຈຳນວນ 900 ໂດລາສະຫະລັດ.

​ໂຄງການ​ ASEAN Quiz ​ມີ​ຈຸດປະສົງ ​ເພື່ອ​ແນ່​ໃສ່​ໂຄສະນາ​ເຜີຍ​ແຜ່ ​ແລະ ​ສົ່ງ​ເສີມ​ນ້ຳ​ໃຈ​ອັນດີ​ງາມ ຂອງ​ການ​​ແຂ່ງຂັນ​​ເພື່ອ​ມິດຕະພາບ​ແລະ ​ຄວາມ​ສາມັກຄີລະຫວ່າງ ​ບັນດາ​ຊາວ​ໜຸ່ມ​ອາ​ຊຽນ​ ໂດຍ​ຜ່ານ​​ເກ​ມການ​ ແຂ່ງຂັນຖາມ-ຕອບ ​ຊຶ່ງ​​ເປັນ​ການນຳ​ສະ​ເໜີ​ ແລະ​ ສ່ອງແສງ​ໃຫ້​ເຫັນ​ແລະ ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ເປັນ​ມາ ​ແລະ​ ວິວັດທະນາ​ການ​ທາງ ​ດ້ານ​ປະຫວັດສາດ, ສັງຄົມ, ວັດທະນະທຳ, ການ​ເມືອງ ​ແລະ ​ເສດຖະກິດ ພາຍ​ໃນ​ພາກພື້ນ​ອາຊີ​ຕະ​ເວັນ​ອອກ​ສ່ຽງ​ໃຕ້. ນອກຈາກ​ນີ້, ກໍ່ເພື່ອສົ່ງ​ເສີມ​ຄວາມ​ຮັບ​ຮູ້​ ແລະ​ ຄວາມ​ເຂົ້າ​ໃຈ​ ​ແລະ ທັງ​ເສີມ​ສ້າງ​ທັດສະນະມູມ​ມອງ​ທີ່​ດີ ​ແລະ​ຖືກຕ້ອງ​ກ່ຽວ​ກັບ​ອາ​ຊຽນຂຶ້ນ​ຕື່ມ ລວມທັງ​ເພື່ອ​ເສີມ​ຂະຫຍາຍ​ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ​ ແລະ ​ກັນ ​ແລະ​ ຄວາມ​ສາ ມັກຄີ​ ລະຫວ່າງ​​ບັນດາ​ປະຊາ​ຊາດ​ອາ​ຊຽນ ​ກໍ່ຄື ໃນ​ແວດ​ວົງ​ນັກຮຽນ ​ນັກ​ສຶກສາອາ​ຊຽນ ໃນຂະບວນວິ ວັດແຫ່ງການເຊື່ອມໂຍງ ແລະ ການເຊື່ອມຈອດອາຊຽນ ແລະ ການສ້າງປະຊາຄົມອາຊຽນໃຫ້ນັບມື້ນັບເຂັ້ມແຂງ.

ທ່ານ ວໍລະສັກ ປຣະວົງວຽງຄໍາ ​ກ່າວ​ຕື່ມ​ວ່າ: ຈາກຜົນງານອັນຍິ່ງໃຫຍ່ ເປັນປະຫວັດສາດທີ່ສາມາດສ້າງໄດ້ໃນຄັ້ງນີ້, ຄະນະຮັບຜິດຊອບໂຄງການ ASEAN Quiz ແຫ່ງ ສປປ ລາວ ກໍ່ຄື ນ້ອງໆນັກຮຽນເກັ່ງ ຂອງພວກເຮົາທັງສາມ ຈຶ່ງຮູ້ສຶກເປັນກຽດຢ່າງສູງ ແລະ ພາກພູມໃຈຢ່າງຍິ່ງ ​ແລະ ​ສະ​ແດງ​ໃຫ້​ເຫັນ​ເຖິງ ນັກຮຽນລາວຂອງພວກເຮົາ ກໍ​ຄື​ ສາມ​ນ້ອງເປັນຄົນທີ່ຮຽນດີຮຽນເກັ່ງ, ມີຄວາມຮູ້ຄວາມສາມາດສູງ ​ແລະ ຄຸນ​ນະພາ​ບການ​ສຶກສາ​ຂອງ​ບ້ານ​ເຮົາ​ ກໍນັບມື້ນັບມີຄຸນນະພາບສູງ. ການ​ແຂ່ງຂັນ ASEAN QUIZ ໃນ​ 7 ຄັ້ງ​ຜ່ານ​ມາ ​ແມ່ນ​ໄດ້ຈັດຂຶ້ນ​ທີ່​ປະ​ເທດ​ໄທ (ປີ 2002), ​ປະ​ເທດ Brunei Darrussalam (ປີ 2004), ປະ​ເທດມາ​ເລ​ເຊຍ​ (ປີ 2006), ປະ​ເທດ​ຟີ​ລິບ​ປີນ (ປີ 2009) ແລະ ຣາຊະອານາຈັກ ກຳປູເຈຍ (ປີ2011, ປະເທດຫວຽດນາມ (2014), ແລະ ປະເທດ ສປປ ລາວ (2016) ຕາມ​ລຳດັບ. ໃນການແຂ່ງຂັນຄັ້ງທີ 7 ຜ່ານມາ ທີ່ ສປປ ລາວເຮົາເປັນເຈົ້າພາບ ດ້ວຍຕຳແໜ່ງຊະນະເລີດ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.