General

ປະທານປະເທດ ຕ້ອນຮັບ ທ່ານ ປ​ຣະ​ຍຸດ ຈັນ​ໂອ​ຊາ ນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ

ມື້​ວານນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນ...

ປະ​ເທດ​ລາວ ບໍ່​ໄດ້​ມີ​ແຕ່​ເຂື່ອນ​ໄຟ​ຟ້າເທົ່າ​ນັ້ນ ພະ​ລັງ​ງານ​ແສງ​ອາ​ທິດກໍສຳ​ຄັນ ທີ່​ຕ່າງ​ຊ​າດ​ສົນ​ໃຈ​ມາ​ລົງ​ທຶນ!

ອາທິດນີ້, ຊ່ຽວຊານຈາກອົງການ USAID ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ພົບປະກັນເພື່ອປຶກສາຫາລືກ່ຽວກັບການປະມູນພະລັງງານທາງດ້ານແສງອາທິດ, ເຊິ່ງຈະຖືກຈັດຂຶ້ນເປັນຄັ້ງທຳອິດໃນ ສປປ ລາວ. ໃນການປະມູນຄັ້ງນີ້, ບັນດານັກປະມູນ ໄດ້ພາກັນແຂ່ງຂັນ ເພື່ອສະເໜີລາຄາທີ່ຖືກທີ່ສຸດພາຍ​ໃຕ້ຫຼັກເກນ ແລະ ມາດຕະຖານທົ່ວໄປຂອງພະລັງງານແສງອາທິດຈະມີບົດບາດສຳຄັນໃນ ສປປ ລາວ ຍ້ອນວ່າມັນສາມາດສະໜອງໄຟຟ້າໃນຊ່ວງທີ່ມີຄວາມຕ້ອງການການສູງສຸດ...

ສະ​ໜາມ​ໄຊ ໄດ້​ຮັບ 2 ແສນໂດລາ ຈາກອົດສະຕຣາລີ ເພື່ອເກັບກູ້ລະເບີດບໍ່ທັນແຕກ

ໃນວັນທີ 12 ທັນວາ 2018 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມຂໍ້ຕົກລົງກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລະຫວ່າງ ລັດຖະບານອົດສະຕຣາລີ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ໂດຍການລົງນາມ ຂອງ ທ່ານ ຈີນ...

ສະເໜີຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ ເພື່ອ​ການ​ປິ່ນ​ປົວ​ຢ່າງ​ສະ​ເໝີ​ພາບ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ທັນວາ 2018 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍການປະກັນສຸຂະພາບ ເຊິ່ງເປັນກົດໝາຍສ້າງໃໝ່...

ລັດຖະມົນຕີ ກະຊວງ ຖວທ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ການທ່ອງທ່ຽວສາກົນ 2018 ທີ່ຮົງກົງ ສປ ຈີນ.

ປະຕິບັດຕາມການເຊື້ອເຊີນ ຂອງເຂດປົກຄອງພິເສດຮົງກົງ ສປ ຈີນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ...

ຊົມ​ເຊີຍ! ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3 ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ 3 ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວາ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ...

ຜົນການປະກວດນັກຮ້ອງສຽງດີໃນງານສະເຫຼີມສະຫຼອງບຸນກິນຈຽງເຜົ່າມົ້ງ ປະຈຳປີ 2019

ການປະກວດນັກຮ້ອງສຽງດີ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ ພາຍໃນງານສະເຫຼີມສະຫຼອງບຸນກິນຈຽງເຜົ່າມົ້ງຢູ່ເທດສະສະບານແຂວງອຸດົມໄຊປະຈຳປີ 2019 ທັງເປັນການອານຸລັກຮັກສາ ແລະ ສົ່ງເສີມສິລະປະວັນນະຄະດີຂອງເຜົ່າມົ້ງ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 10 ແລະ ມາຮອດຕອນຄໍ່າຂອງວັນທີ 11 ມື້​ວານນີ້, ກໍໄດ້ອັດລົງດ້ວຍຜົນສຳເລັດ ຢູ່ທີ່ສະໜາມກິລາຂອງແຂວງ. ໂດຍມີນັກຮ້ອງສະໝັກຫຼີ້ນມາຈາກບັນດາບ້ານພາຍໃນເມືອງໄຊ ແລະ ຕ່າງເມືອງຈຳນວນໜຶ່ງເຂົ້າມາຮ່ວມທັງໝົດ...

​ຊົມ​ເຊີຍ! ພາກ​ລັດ​ຈະສົ່ງເສີມການຫັນບໍລິຫານ​ແລະບໍລິການຂອງ​ຕົນ ​ກ້າວໄປສູ່ລະບົບເອເລັກໂຕຣນິກ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສ້າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແລະ ນຳມາສະເໜີໃຫ້ສະມາຊິກສະພາແຫ່ງຊາດ ພິຈາລະນາ ແລະ ຮັບ ຮອງເອົາ, ເຊິ່ງການສ້າງກົດໝາຍດັ່ງກ່າວ ກໍເພື່ອສົ່ງເສີມການຫັນການບໍລິຫານ, ບໍລິການຂອງພາກລັດ ໄປສູ່ລະບົບເອເລັກໂຕຣນິກໄດ້ຢ່າງມີປະສິດທິ ພາບ ໂດຍຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານພາກລັດ,...