ອາທິດນີ້, ຊ່ຽວຊານຈາກອົງການ USAID ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ພົບປະກັນເພື່ອປຶກສາຫາລືກ່ຽວກັບການປະມູນພະລັງງານທາງດ້ານແສງອາທິດ, ເຊິ່ງຈະຖືກຈັດຂຶ້ນເປັນຄັ້ງທຳອິດໃນ ສປປ ລາວ.

ໃນການປະມູນຄັ້ງນີ້, ບັນດານັກປະມູນ ໄດ້ພາກັນແຂ່ງຂັນ ເພື່ອສະເໜີລາຄາທີ່ຖືກທີ່ສຸດພາຍ​ໃຕ້ຫຼັກເກນ ແລະ ມາດຕະຖານທົ່ວໄປຂອງພະລັງງານແສງອາທິດຈະມີບົດບາດສຳຄັນໃນ ສປປ ລາວ ຍ້ອນວ່າມັນສາມາດສະໜອງໄຟຟ້າໃນຊ່ວງທີ່ມີຄວາມຕ້ອງການການສູງສຸດ .

ພ້ອມດຽວກັນຍັງສາມາດໄປສົມທົບຕື່ມໃຫ້ແກ່ໄຟຟ້າພະລັງງານນໍ້າ ໃນຊ່ວງລະດູແລ້ງທີ່ເປັນເຫດທີ່ເຮັດໃຫ້ເຂື່ອນບໍ່ສາມາດຜະລິດໄຟຟ້າໄດ້. ອົງການ USAID ໄດ້ໃຫ້ຄວາມຊ່ວຍເຫລືອກະຊວງພະລັງງານ ແລະ ບໍ່ແຮ່ ກັບຄວາມພະຍາຍາມໃນວຽກງານດັ່ງກ່າວ ເຊິ່ງຈະເຮັດໃຫ້ພະລັງງານແສງອາທິດໃນ ສປປ ລາວ ມີການເຕີບໃຫຍ່ຂະຫຍາຍຕົວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

#insidelaos

#ອິນ​ໄຊ​ລາວ

ທີ່​ມາ: facebook.com/10157043843144916

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້