Tuesday, March 18, 2025

ສະ​ໜາມ​ໄຊ ໄດ້​ຮັບ 2 ແສນໂດລາ ຈາກອົດສະຕຣາລີ ເພື່ອເກັບກູ້ລະເບີດບໍ່ທັນແຕກ

ໃນວັນທີ 12 ທັນວາ 2018 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມຂໍ້ຕົກລົງກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລະຫວ່າງ ລັດຖະບານອົດສະຕຣາລີ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ໂດຍການລົງນາມ ຂອງ ທ່ານ ຈີນ ເບີນາດ ຄາຣາສໂຊ ເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ.

ລັດຖະບານອົດສະຕຣາລີ ສະໜັບສະໜູນ 2 ແສນໂດລາອົດສະຕຣາລີ ໃຫ້ລັດຖະບານແຫ່ງ ສປ ປ ລາວ ໂດຍຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ເພື່ອດຳເນີນການເກັບກູ້ລະເບີດບໍ່ທັນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ການປະກອບສ່ວນໃນຄັ້ງນີ້, ແມ່ນສ່ວນໜຶ່ງຂອງການຊ່ວຍ ເຫລືອດ້ານມະນຸດສະທຳ ຂອງອົດສະຕຣາລີ ໃນຈຳນວນ 3 ລ້ານໂດລາ ເພື່ອໃຫ້ການສະໜັບສະໜູນລັດຖະບານ ໃນການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື ພາຍຫລັງເກີດການຮອຍແຕກແຫງ ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ເມື່ອເດືອນກໍລະກົດ ທີ່ຜ່ານມາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.