Monday, April 21, 2025

ປະທານປະເທດ ຕ້ອນຮັບ ທ່ານ ປ​ຣະ​ຍຸດ ຈັນ​ໂອ​ຊາ ນາຍົກລັດຖະມົນຕີ ແຫ່ງຣາຊະ ອານາຈັກໄທ

ມື້​ວານນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3.

ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ ໃຫ້ການສະໜັບສະ ໜູນຊ່ວຍເຫລືອ ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນອານາຄົດ ແລະ ຍາວນານ. ພ້ອມນີ້, ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ອວຍພອນ ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈົ່ງປະສົບຜົນສຳເລັດ ໃນການເຂົ້າ ຮ່ວມກອງປະຊຸມດັ່ງກ່າວ, ພ້ອມສະແດງຄວາມຫວັງວ່າ ການເດີນທາງມາ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈະເປັນການປະກອບສ່ວນຮັດ ແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍຶ່ງຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຄັ້ງນີ້ ໃຫ້ ທ່ານປະທານປະເທດຮັບຊາບຕື່ມອີກ.

#insidelaos

#ອິນ​ໄຊ​ລາວ

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.