ສະຫະພາບເອີຣົບ-ອົງການຢູນິເຊບ ສະໜັບສະໜູນການສຶກສາ ແກ່ ສປປ ລາວ

ທີ່​ໂຮງ​ແຮມ  ລາວ​ພຣາຊາ ນະຄອນຫລວງ​ວຽງ​ຈັນ, ​ຄະ ນະ​ຜູ້​ແທນ​ສະຫະພາບ​ເອີ​ຣົບ ຮ່ວມກັບ​  ກະຊວງ​ສຶກ ສາ​ທິການ ​ແລະ ກິລາ ​ແລະ ອົງການ​ຢູນິ​ເຊບ UNICEF  ​ໄດ້​ຈັດ​ກອງ​ປະຊຸມຄະນະ​ກໍາມະການ  ​ຄຸ້ມ​ຄອງ​ງົບປະ ມານ​ຂອງ​ໂຄງການ​ສະໜັບສະໜູນ  ດ້ານ​ການ​ສຶກສາ​ຂັ້ນ​ພື້ນຖານ  ​ເພື່ອ​​ເສີມ​ສ້າງ​ລະບົບ​ການ​ສຶກສາໃນ ສປປ ລາວ, ​ ໂດຍ​ໃຫ້​ກຽດ​ເປັນ​ປະທານ​ຮ່ວມ  ຂອງ ​ທ່ານ ນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ  ລັດຖະມົນຕີ ກະຊວງ​ສຶກສາ​ທິການ  ​ແລະ ກິລາ, ທ່ານ ລີ​ໂອ ຟາ​ເບີ ​ເອກ​ອັກຄະ​ລັດຖະທູດ  ​ສະຫະພາບ​ເອີຣົບ ປະ​ຈໍາ ສປປ ລາວ,  ພ້ອມ​ດ້ວຍພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ. ​

ຈຸດປະສົງການຈັ​​ດກອງ​ປະຊຸມ​ຄັ້ງ​ນີ້,  ​ເພື່ອ​ທົບ​ທວນ​ຄວາມ​ກ້າວໜ້າ​ຂອງ​ໂຄງການ  ​ໃນ​ການ​ສະໜັບສະໜູນ​ການ​ສຶກສາ ຂອງ​ສະຫະພາບ​ເອີຣົບ (EU)  ​ແລະ ປຶກສາ​ຫາລືກ່ຽວ​ກັບ​ເງື່ອນ​ໄຂ, ​ເປົ້າ​ໝາຍ​ຫລັງ​ຈາກ​ ການ​ນໍ​າ​ໃຊ້​ເງິນ​ງວດ​ທໍາ​ອິດ 7 ລ້ານ​ເອີ​ໂຣ  ​ເຊັນ​ຮັບ​ໂດຍສະຫະພາບ​ເອີຣົບ ກັບ​ ລັດຖະບານ ສປປ ລາວ  ​ໃນ​ເດືອນ​ຕຸລາ ທີ່​ຜ່ານ​ມາ.

​​ໃນໂອກາດ​ດຽວ​ກັນ,  ທ່ານ ນາງ ​ແສງ​ເດືອນ ​ຫລ້າ​ຈັນທະ​ບູນ  ​ໄດ້​​ໃຫ້​ຮູ້​ວ່າ: ກະຊວງ​ສຶກສາ​ທິການ ​ແລະ ກິ ລາ  ມຸ່ງໝັ້ນ​ທີ່​ຈະ​ຫລຸດ​ຜ່ອນ​ຄວາມ​ແຕກ​ໂຕນ  ດ້ານ​ການ​ສຶກສາ​ໃນ​ເຂດ​ຊົນນະບົດ ​ແລະ ຕົວ​ເມືອ​ງ,  ​ໂດຍ​ການ​ຂະຫຍາຍ​ການ​ຄຸ້ມ​ຄອງ​ຂະ​ແໜງ​ການ​ສຶກສາ  ນໍາ​ໃຊ້​ຊັບພະຍາກອນ​ທີ່​ມີ​ປະສິດທິພາບ  ​ແລະ ປະສິດທິ​ຜົນ, ​ ໃຫ້​ສອດຄ່ອງ​ກັບ​ແຜນການ​ພັດທະນາ​  ຂະ​ແໜງ​ການ​ສຶກສາ​ຂອງ​ລັດຖະບານ​ລາວ (ESDP)  ​ໃນ​ຊຸມ​ ປີ 2016-2020.  ນອກ​ນັ້ນ, ​ໂຄງການ​ດັ່ງກ່າວ​ ໄດ້​ເນັ້ນ​ໜັກ​ໃສ່​ພື້ນ​ທີ່​ດ້ອຍ​ໂອກາດ  ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢູ່​ໃນ​ເຂດ​ຊົນນະບົດ  ​ແລະ ​ໂຮງຮຽນ​ຫ່າງ​ໄກ​ສອກຫລີກ​ຂອງ​ປະ​ເທດ,  ​ໂດຍ​ສະໜອງ​ການ​ສະໜັບສະໜູນ ​ດ້ານ​ວິຊາ​ການ​ໃນ​ລະດັບ​ຊາດ  ​ແລະ ລະດັບ​ແຂວງ ພາຍ​ໃຕ້​ການ​ສະໜັບສະໜູນ​ງົບປະມານ  ​ໃຫ້​ກະຊວງ​ສຶກສາ​ທິການ ​ແລະ ກິລາ,  ພ້ອມ​ກັບ​ມີ​ມາດ​ຕະການ​ທີ່​ແນ່ນອນ.

#insidelaos

#ອິນ​ໄຊ​ລາວ

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...