ຜົນການປະກວດນັກຮ້ອງສຽງດີໃນງານສະເຫຼີມສະຫຼອງບຸນກິນຈຽງເຜົ່າມົ້ງ ປະຈຳປີ 2019

ການປະກວດນັກຮ້ອງສຽງດີ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ ພາຍໃນງານສະເຫຼີມສະຫຼອງບຸນກິນຈຽງເຜົ່າມົ້ງຢູ່ເທດສະສະບານແຂວງອຸດົມໄຊປະຈຳປີ 2019 ທັງເປັນການອານຸລັກຮັກສາ ແລະ ສົ່ງເສີມສິລະປະວັນນະຄະດີຂອງເຜົ່າມົ້ງ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 10 ແລະ ມາຮອດຕອນຄໍ່າຂອງວັນທີ 11 ມື້​ວານນີ້, ກໍໄດ້ອັດລົງດ້ວຍຜົນສຳເລັດ ຢູ່ທີ່ສະໜາມກິລາຂອງແຂວງ.

ໂດຍມີນັກຮ້ອງສະໝັກຫຼີ້ນມາຈາກບັນດາບ້ານພາຍໃນເມືອງໄຊ ແລະ ຕ່າງເມືອງຈຳນວນໜຶ່ງເຂົ້າມາຮ່ວມທັງໝົດ 31 ຄົນ ຍີງ 8 ຄົນ. ຜ່ານການແຂງຂັນ ຜົນປາກົດວ່າ ຊະນະເລີດໄດ້ແກ່ນາງ ເນັງເລົ້າ ມາຈາກບ້ານຫຼັກ 32 ເມືອງໄຊ, ທີ2 ໄດ້ແກ່ ທ້າວ ປໍກີ້ວ້າງ ຈາກບ້ານດອນໄຊ, ທີ3 ແມ່ນທ້າວ ຈືວ້າງ ບ້ານພູຂຽວ, ທີ4 ແມ່ນ ທ້າວ ເລັ້ງຊົງ ບ້ານພູຂຽວ ແລະ ທີ5 ແມ່ນທ້າວ ຫຼ້າເຮີ ບ້ານພູຂຽວ. ສຳລັບລາງວັນ ຊະນະເລີດໄດ້ຮັບເງິນສົດ 700,000 ກີບ, ທີ2 ໄດ້ຮັບ 500,000 ກີບ ແລະ ທີ3 ໄດ້ຮັບ 300,000ກີບ ສ່ວນທີ4 ແລະ ທີ 5 ແມ່ນໄດ້ຮັບລາງວັນຊົມເຊີຍເງິນສົດຜູ້ລະ 200,000 ກີບ.

#insidelaos

#ອິນ​ໄຊ​ລາວ

ທີ່​ມາ: facebook.com/100010898682890

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...