General

​ຈັດ​ພິ​ທີ​ຢ່າງ​ຍິ່ງ​ໃຫຍ່ ໃນການເດີນສວນສະໜາມ ເພື່ອກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງຄົບຮອບ 70 ປີ

ກະຊວງປ້ອງກັນປະເທດ ຈັດພິທີຫັດແອບການເດີນສວນສະໜາມ ຂຶ້ນມື້​ວານນີ້, ທີ່ວິທະຍາກົມມະດຳ ເພື່ອກະ ກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ (20/1/1949-20/1/2018) ໂດຍມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງ ທັບ...

ປະຊາຊົນຊາວເມືອງວຽງໄຊ ພາກພູມໃຈຕໍ່ງານສະເຫລີມສະຫລອງ 50 ປີ

ຊາວເມືອງວຽງໄຊ ແຂວງຫົວພັນ ມີຄວາມພາກພູມໃຈ ທີ່ພັກ ແລະ ລັດຖະບານ ໄດ້ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ ຄົບຮອບ 50 ປີຢ່າງຍິ່ງໃຫຍ່. ພິເສດ ໄດ້ຕົກລົງໃຫ້ເມືອງວຽງໄຊ ຮັບຫລຽນຄໍາແຫ່ງຊາດ ເປັນເມືອງວິລະຊົນ,...

ລັດຖະມົນຕີສາທາ ສະເໜີທິດທາງ ການປັບປຸງຄຸນນະພາບ ແລະການບໍລິການປິ່ນປົວຕໍ່​ສ​ະ​ພາ​ແຫ່ງ​ຊາດ (ລໍ​ເບິ່ງ​ຜົນ​ໃນ​ອະ​ນາ​ຄົດ​ວ່າ​ຈະ​ໄດ້​ຜົນ​ຮັບ​ແນວ​ໃດ?)

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍທ່ານໄດ້ສະເໜີທິດທາງແກ້ໄຂ ໃນການປັບປຸງຄຸນນະພາບ ການບໍລິການປິ່ນປົວຢູ່ໂຮງໝໍ ແລະ ສຸກສາລາ, ເຊິ່ງໃນໄລຍະຜ່ານມາ...

ຈຳ​ປາ​ສັກ ຝຶກອົບຮົມທີມງານຢາຍຢາປິ່ນປົວ ກ່ຽວກັບພະຍາດໃບໄມ້ໃນເລືອດ

ເມື່ອທ້າຍເດືອນຜ່ານມາ ທີ່ເມືອງໂຂງ ແຂວງຈຳປາສັກ, ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ໄດ້ຈັດຊຸດຝຶກອົບຮົມ ທີມງານຢາຍຢາປີ່ນປົວ ທົ່ວປວງຊົນກ່ຽວກັບ ພະຍາດໃບໄມ້ໃນເລືອດ ແລະ ພະຍາດກາຝາກ ທີ່ຕິດຕໍ່ຈາກໜ້າດິນ ໃຫ້ແກ່ບັນດາ ຄູ-ອາຈານ ແລະ...

ອົງການກາແດງລາວ ຈັດກອງປະຊຸມເຜີຍແຜ່ກົດໝາຍ ວຽກງານກາແດງທົ່ວປະເທດ

ຫວ່າງບໍ່​ດົນ​ມານີ້, ທີ່ ແຂວງຊຽງຂວາງ ອົງການກາແດງລາວ ໄດ້ຈັດກອງປະ ຊຸມ ເຜີຍແຜ່ກົດໝາຍວ່າດ້ວຍ ວຽກງານກາແດງ, ທີ່ໄດ້ດຳເນີນຈັດຕັ້ງປະຕິບັດມາແຕ່ ຕົ້ນເດືອນກໍລະກົດ 2018, ທີ່ນະຄອນຫລວງວຽງຈັນ, ນະຄອນປາກເຊ, ນະຄອນຫລວງພະບາງ ແລະ ແຂວງຊຽງຂວາງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ...

ສະພາແຫ່ງຊາດ ພິຈາລະນາ-ຮັບຮອງ ເອົາຮ່າງປະມວນກົດໝາຍແພ່ງ

ໃນຕອນ​ບ່າຍ​ ​ວັນ​ທີ 5-6 ທັນວາ 2018, ​ການ​ນດຳ​ເນີນ​ກອງ​ປະຊຸມ​ ສະ​ໄໝສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ​ຂຸດ​ທີ VIII, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ເລີ່ມ​ເຂົ້າ​ສູ່​ວາລະ​ການ​ຄົ້ນ​ຄ້ວາພິຈາລະນາ, ປະກອບ​ຄຳ​ຄິດ​ເຫັນ ແລະ ຮັບຮອງ...

ອຸດອນທານີ ເປັນເຈົ້າພາບຮັບຄະນະຈາກ ລາວ,ຫວຽດນາມ ເພື່ອຮ່ວມປະຊຸມຄວາມຮ່ວມມືທາງດ້ານການທ່ອງທ່ຽວ ເຊື່ອມໂຍງມໍລະດົກໂລກ 3 ປະເທດ ປະຈຳປີ 2018-2019.

ທ່ານວັດທະນາ ພຸດຊາດ ຜູ້ວ່າລາຊະການຈັງຫວັດອຸດອນທານີ ໃຫ້ການຕ້ອນຮັບຄະນະຈາກສາທາລະນະລັດສັງຄົມນິຍົມຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການເດີນທາງມາປະຊຸມຄວາມຮ່ວມມືດ້ານການທ່ອງທ່ຽວເຊື່ອມໂຍງມໍລະດົກໂລກ (ອຸດອນ,ຫຼວງພະບາງ,ກວາງນິງ) ປະຈຳປີ 2018-2019 ທີ່ຈັງຫວັດອຸດອນ ທີ່ຫ້ອງປະຊຸມວີທີແໜມເນືອງ. ກ່ອນຈະມອບໝາຍໃຫ້ ທ່ານ ສິທິໄຊ ຈິນດາຫຼວງ...

ລມຕ ໂຍທາ ຍອມຮັບ ການກໍ່ສ້າງ-ສ້ອມແປງທາງຜ່ານມາ ມີຄຸນນະພາບຕໍ່າ ແຕ່ມູນຄ່າສູງເກີນຄວາມເປັນຈິງ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງ ກ່ຽວກັບສະພາບການກໍ່ສ້າງ ແລະສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ​ເຊິ່ງເຫັນວ່າມີຄຸນນະພາບຕ່ຳ ​ແຕ່​ມີມູນຄ່າການກໍ່ສ້າງສູງ ​ເກີນ​ຄວາມ​ເປັນ​ຈິງ, ທັງແກ່ຍາວເວລາການກໍ່ສ້າງນັ້ນ ​ແມ່ນເກີດຈາກໂຄງການລົງທຶນກ່ອນ (ໂດຍບໍ່ຜ່ານການປະມູນ), ການອະນຸມັດໂຄງການສ່ວນຫລາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫລວດ-ອອກແບບລະອຽດ, ການຊຳລະສະສາງຊັກຊ້າ, ລວມທັງຄວາມຮັບຜິດ ຊອບຂອງ​ຜູ້​ຮັບ​ເໝົາ ​ແລະ ນັກວິຊາການ ຈຳນວນໜຶ່ງ ຍັງ​ຂາດຈັນຍາບັນ ຈັນຍາທຳ ​ແລະ ຄວາມໂປ່ງໃສ. ທ່ານ ບຸນ​ຈັນ ສິນ​ທະ​ວົງ ລາຍ​ງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ພະຈິກ 2018ຜ່ານ​ມາ​ນີ້, ພ້ອມ​ທັງ ຊີ້​ໃຫ້​ເຫັນວ່າ: ​ໃນປີ 2017 ກະຊວງ ຍທຂ ໄດ້ດຳເນີນການຈັດຕັ້ງກວດກາ ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງໄດ້ພົບເຫັນ ຈຳນວນ 18 ໂຄງການ ແລະ ຈຳນວນ 12 ໂຄງການ ​ໃນປີ 2018 ທີ່ມີມູນຄ່າສູງເກີນຄວາມເປັນຈິງ ເຊິ່ງລັດຖະບານ​...