ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍທ່ານໄດ້ສະເໜີທິດທາງແກ້ໄຂ ໃນການປັບປຸງຄຸນນະພາບ ການບໍລິການປິ່ນປົວຢູ່ໂຮງໝໍ ແລະ ສຸກສາລາ, ເຊິ່ງໃນໄລຍະຜ່ານມາ ມີສຽງຈົ່ມວ່າຈາກສັງຄົມ ຕໍ່ກັບການປິ່ນປົວຂອງ ບັນດາແພດໝໍຢູ່ລາວ ບໍ່ມີຄຸນນະພາບ, ພະນັງງານແພດ-ໝໍບາງຄົນ ບໍ່ມີຈັນຍາບັນ-ຈັນຍາທຳ, ປິ່ນປົວແບບເລືອກປະຕິບັດ ແລະ ອື່ນໆ.
ຕໍ່ບັນຫາດັ່ງກ່າວ, ກະຊວງສາທາລະນະສຸກ ໄດ້ມີທິດທາງໃນການແກ້ໄຂ ໂດຍຈະສຸມໃສ່ສຶກສາອົມຮົມແນວຄິດການເມືອງ ໃຫ້ແກ່ພະນັກງານແພດໝໍ ໂດຍສະແດງສະແດງອອກ ໃນຈັນຍາບັນ, ຈັນຍາທຳ ແລະ ດ້ານວິຊາສະເພາະໃຫ້ດີຂຶ້ນ; ປັບປຸງຄືນການຈັດຕັ້ງ ພະລະບົດບາດ, ຕຳແໜ່ງງານ ແລະ ປະເມີນພະນັກງານ ທັງດ້ານຈຳນວນ ແລະ ຄຸນນະພາບ; ຊັບຊ້ອນຈຳນວນແພດໝໍ ໃຫ້ສອດກັບ ຄວາມຕ້ອງການ ຂອງຈຸດສຸມພັດທະນາ ຊົນນະບົດ ແລະ ຈຸດສຸມວິຊາສະເພາະ ຂອງຂະແໜງການ; ປະຕິບັດນະໂຍບາຍຊຸກຍູ້ຈູງໃຈ ໃຫ້ນາມມະຍົດແພດແຫ່ງຊາດ, ແພດປະຊາຊົນ, ຕຳແໜ່ງວິຊາການ ແລະ ຊຸກຍູ້ຜູ້ທີ່ເຮັດວຽກ ຢູ່ເຂດຫາງໄກສອກຫລີກ ພ້ອມປະຕິບັດວິໄນ ຕໍ່ຜູ້ກະທຳຜິດ; ລົງທຶນໃສ່ພື້ນຖານໂຄງລ່າງ, ປັບປຸງລະບົບການຮຽນ-ການສອນ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ກົມກຽວກັນ, ປັບປຸງລະບຽບ ແລະ ລະບົບການບໍລິການຄົນເຈັບ ຢູ່ສະຖານທີ່ຂອງລັດ ແລະ ເອກະຊົນ ໃຫ້ຊັດເຈນຮັດກຸມຂຶ້ນກວ່າເກົ່າ; ປັບປຸງລະບົບການໂຄສະນາ ຂໍ້ມູນຂ່າວສານ ດ້ານການແພດ ຢ່າງກວ້າງຂວາງ, ເອົາໃຈໃສ່ປັບປຸງວຽກງານ ກວດກາພາຍໃນ ແລະ ປະຕິບັດຜົນ ຂອງການກວດສອບ ໃຫ້ມັນຖືກຕ້ອງ, ພ້ອມທັງຈະປະຕິຮູບການ ບໍລິການປິ່ນປົວໃຫ້ໄປສູ່ທັນສະໄໝ.
ໂອກາດດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄື ກະຊວງສາທາລະນະສຸກ ເຂັ້ມງວດກ່ຽວກັບການຄຸ້ມຄອງໂຮງໝໍ ແລະ ຮ້ານຂາຍຢາເອກະຊົນ ໃຫ້ໄປຕາມລະ ບຽບກົດໝາຍ, ຕິດຕາມກວດກາການ ໂຄສະນາຊັບພະຄຸນ ຂອງຢາປົວພະຍາດເກີນ ຂອບເຂດ, ບັນຫາການບໍລິການ ຂົນສົ່ງຄົນເຈັບຈາກໂຮງໝໍເມືອງ ໄປໂຮງໝໍແຂວງ ຍັງມີລັກສະນະຊັກຊ້າ ແລະ ບັນຫາສຳຄັນ ອື່ນໆຈຳນວນໜຶ່ງ.
#insidelaos
Cr.KPL