ປະຊາຊົນຊາວເມືອງວຽງໄຊ ພາກພູມໃຈຕໍ່ງານສະເຫລີມສະຫລອງ 50 ປີ

ຊາວເມືອງວຽງໄຊ ແຂວງຫົວພັນ ມີຄວາມພາກພູມໃຈ ທີ່ພັກ ແລະ ລັດຖະບານ ໄດ້ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ ຄົບຮອບ 50 ປີຢ່າງຍິ່ງໃຫຍ່. ພິເສດ ໄດ້ຕົກລົງໃຫ້ເມືອງວຽງໄຊ ຮັບຫລຽນຄໍາແຫ່ງຊາດ ເປັນເມືອງວິລະຊົນ, ເຊິ່ງເປັນ ຄວາມພູມໃຈຂອງ ຊາວເມືອງວຽງໄຊ ທີ່ໄດ້ຮັບຫລຽນສູງສຸດ ແລະ ຍິ່ງໃຫຍ່.

ນາງ ມ່ວງ ອາຍຸ 27 ປີ ບ້ານນາເງິນ ເມືອງວຽງໄຊ ໄດ້ໃຫ້ສໍາພາດໃນໂອກາດງານ ສະເຫລີມ ສະຫລອງຄົບຮອບ 50 ປີ ວ່າ: ມີຄວາມດີໃຈ ແລະ ພູມໃຈ ທີ່ເມືອງວຽງໄຊໄດ້ຈັດງານ ສະເຫລີມ ສະຫລອງຄົບຮອບ 50 ປີ, ເຊິ່ງມັນໄດ້ເປັນປາງບຸນໃຫຍ່ ທີ່ບໍ່ເຄີຍມີມາຈັກເທື່ອ ໃນປະຫວັດສາດ. ຂ້າພະເຈົ້າກໍເປັນຜູ້ໜຶ່ງ ທີ່ໄດ້ປະກອບສ່ວນຮ່ວມ ຮັບໃຊ້ໃນງານຄັ້ງນີ້. ໂດຍໄດ້ເຂົ້າຮ່ວມກ້ອນ ສວນສະໜາມ ຂອງສູນກາງແນວລາວສ້າງຊາດ, ໂດຍມີຈໍານວນຄົນ ເຖິງ 200 ຄົນເຂົ້າຮ່ວມ.

ນາງ ກ້ອຍ ອາຍຸ 36 ປີ ຢູ່ບ້ານ ໜອງເຫລົ່າ ເມືອງວຽງໄຊ ກໍໄດ້ເວົ້າເປັນສຽງດຽວກັນວ່າ: ຕົນເອງສຸດແສນດີໃຈ ແລະ ມີຄວາມພູມໃຈຫລາຍ ທີ່ປະກອບສ່ວນເຂົ້າຮ່ວມ ຮັບໃຊ້ໃນກ້ອນສວນ ສະໜາມຂອງ ສູນກາງແນວລາວສ້າງຊາດ ມີ ທັງໝົດ 5 ຄົນ ເປັນຕົວແທນຈາກເຜົ່າອີວມຽນ ການຈັດງານສະ ເຫລີມຫລອງຄົບຮອບ 50 ປີນີ້, ເຊິ່ງພໍດີກັບການຈັດງານ ບຸນປະເພນີຂອງຊົນເຜົ່າ ກໍຄື ບຸນກິນຈຽງ ຫລື ບຸນເຈຍຊຽງຮຽງ ຂອງເຜົ່າອີວມຽນ ເຊິ່ງເປັນບຸນປະເພນີ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.

ທ່ານ ບົວແກ້ວ ດວງດາລາ ເປັນຜູ້ຮັບຜິດຊອບປົກປັກຮັກສາ ເຂດເຮືອນຖໍ້າຜູ້ນໍາ ທ່ານ ຄໍາໄຕ ສີພັນດອນ, ຖໍ້າຊ້າງລອດ ແລະ ຖໍ້າ ທ່ານ ສະໝານ ວິຍະເກດ ໄດ້ສະແດງຄວາມຮູ້ສຶກ ຕໍ່ງານຄັ້ງນີ້ ວ່າ: ສຸດດີໃຈ ທີ່ເຫັນພັກ ແລະ ລັດຖະບານ ໄດ້ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີຢ່າງຍິ່ງໃຫຍ່, ເຊິ່ງບໍ່ເຄີຍມີມາ ໃນປະຫວັດສາດ ຂອງເມືອງວຽງໄຊ. ພ້ອມນີ້, ເມືອງວຽງໄຊ ກໍໄດ້ຮັບການພັດທະນາ ໃຫ້ມີໃບໜ້າໃໝ່ຖ້າທຽບໃສ່ໃນເມື່ອກ່ອນ, ໂດຍສະເພາະຊີວິດ ການເປັນຢູ່ຂອງປະຊາຊົນ ແມ່ນໄດ້ຮັບການພັດທະນາໃຫ້ດີຂຶ້ນ. ນັກທ່ອງທ່ຽວ ເລີ່ມມີຈໍານວນເພີ່ມຂຶ້ນ ເຊັ່ນ: ທ່ຽວຊົມຖໍ້າຂອງບັນດາທ່ານຜູ້ນໍາ ມື້ໜຶ່ງປະມານ 60-70 ຄົນ.

ທ່ານ ເມືອງພອນ ເປັນພະນັກງານບໍານານ ເມື່ອກ່ອນເປັນທະຫານກອງພັນ 575 ຢູ່ຜາທີ, ປັດຈຸບັນຢູ່ເມືອງແອດ ໄດ້ມາທ່ຽວຊົມງານບຸນ ສະເຫລີມສະຫລອງ ຄັ້ງນີ້ວ່າ: ມີຄວາມດີອົກ, ດີໃຈທີ່ສຸດ ມາເຫັນເມືອງວຽງໄຊ ເຊິ່ງມັນແຕກຕ່າງກັນ ຫລາຍກັບເມື່ອກ່ອນ ເຫັນໄດ້ການພັດທະນາ ຂອງຕົວເມືອງໄດ້ມີໃບໜ້າໃໝ່, ຊີວິດການຢູ່ຂອງປະຊາຊົນ ບັນດາເຜົ່າມີການປ່ຽນແປງໃຫ້ດີຂຶ້ນ, ປະຊາຊົນມີຄວາມ ສາມັກຄີປອງດອງ. ການສະເຫລີມສະຫລອງ ວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວ ຄົບ ຮອບ 50 ປີ, ເປັນງານລະດັບຊາດ ແມ່ນເຫດການ ການເມືອງທີ່ມີ ຄວາມໝາຍຄວາມ ສໍາຄັນອັນໜັກ   ແໜ້ນທີ່ບໍ່ເຄີຍມີມາ ໃນປະຫວັດສາດຂອງເມືອງວຽງໄຊ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...