Friday, July 11, 2025
Kbank Laos โอน รับ จ่าย

ລມຕ ໂຍທາ ຍອມຮັບ ການກໍ່ສ້າງ-ສ້ອມແປງທາງຜ່ານມາ ມີຄຸນນະພາບຕໍ່າ ແຕ່ມູນຄ່າສູງເກີນຄວາມເປັນຈິງ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງ ກ່ຽວກັບສະພາບການກໍ່ສ້າງ ແລະສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ​ເຊິ່ງເຫັນວ່າມີຄຸນນະພາບຕ່ຳ ​ແຕ່​ມີມູນຄ່າການກໍ່ສ້າງສູງ ​ເກີນ​ຄວາມ​ເປັນ​ຈິງ, ທັງແກ່ຍາວເວລາການກໍ່ສ້າງນັ້ນ ​ແມ່ນເກີດຈາກໂຄງການລົງທຶນກ່ອນ (ໂດຍບໍ່ຜ່ານການປະມູນ), ການອະນຸມັດໂຄງການສ່ວນຫລາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫລວດ-ອອກແບບລະອຽດ, ການຊຳລະສະສາງຊັກຊ້າ, ລວມທັງຄວາມຮັບຜິດ ຊອບຂອງ​ຜູ້​ຮັບ​ເໝົາ ​ແລະ ນັກວິຊາການ ຈຳນວນໜຶ່ງ ຍັງ​ຂາດຈັນຍາບັນ ຈັນຍາທຳ ​ແລະ ຄວາມໂປ່ງໃສ.

ທ່ານ ບຸນ​ຈັນ ສິນ​ທະ​ວົງ ລາຍ​ງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ພະຈິກ 2018ຜ່ານ​ມາ​ນີ້, ພ້ອມ​ທັງ ຊີ້​ໃຫ້​ເຫັນວ່າ: ​ໃນປີ 2017 ກະຊວງ ຍທຂ ໄດ້ດຳເນີນການຈັດຕັ້ງກວດກາ ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງໄດ້ພົບເຫັນ ຈຳນວນ 18 ໂຄງການ ແລະ ຈຳນວນ 12 ໂຄງການ ​ໃນປີ 2018 ທີ່ມີມູນຄ່າສູງເກີນຄວາມເປັນຈິງ ເຊິ່ງລັດຖະບານ​ ໄດ້​ດຳ​ເນີນການ​ແກ້​ໄຂ ຢ່າງ​ທັນ​ການ ​ແລະ ສາມາດປະຢັດງົບປະມານ ຂອງລັດໄດ້ ລວມເປັນເງິນປະມານ 3.560 ຕື້ກວ່າກີບ ຫລື ປະມານ 418 ລ້ານໂດລາສະຫະລັດ. ຢ່າງ​ໃດ​ກໍ​ຕາມ ກະຊວງ ຍທຂ ຈະໄດ້ສືບຕໍ່ຄົ້ນຄວ້າ ມາດຕະການແກ້ໄຂ​ໃນຕໍ່ໜ້າ ໂດຍໄດ້ສ້າງເອກະສານ ສຶກສາອົບຮົມ ນຳພາ ດ້ານການເມືອງ-ແນວຄິດ ຂອງບັນດາສະມາຊິກພັກ, ພະນັກງານວິຊາການຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ, ນັບ​ທັງລະບຽບການຄຸ້ມຄອງ ດ້ານວິຊາສະເພາະ.

​ໃນ​ຂະນະ​ດຽວກັນ ຈະໄດ້ສັງລວມປຶ້ມຄູ່ມື ໂດຍຫຍໍ້ເນື້ອໃນທີ່ສຳຄັນ ໂດຍສະເພາະ ແມ່ນລາຄາຕ່ຳສຸດ ແລະ ສູງສຸດ ເພື່ອເປັນຄູ່ມືໃຫ້ແກ່ ການນຳຂອງແຂວງ, ນະຄອນຫລວງ ແລະ ສະມາຊິກສາພາແຫ່ງຊາດ ຢູ່ຂັ້ນທ້ອງຖິ່ນ ເປັນຜູ້ຕິດຕາມກວດກາຊ່ວຍ. ປັດຈຸບັນການແບ່ງຂັ້ນຄຸ້ມຄອງ ເພື່ອຈັດຕັ້ງປະຕິບັດລະຫວ່າງ ກະຊວງ ຍທຂ ກັບພະແນກ ຍທຂ ທົ່ວປະເທດ ແມ່ນປະຕິບັດຕາມກົດໝາຍ ຂອງນະຄອນ ຫລວງ (ສະບັບປັບປຸງ) ​ເຊິ່ງເຂັ້ມງວດຂັ້ນຕອນ ໃນການຈັດຕັ້ງປະຕິບັດ ການສຳຫລວດອອກແບບ ຂັ້ນຕອນການກໍ່ສ້າງ, ມາດຕະຖານເຕັກນິກ, ກຳນົດໜ້າວຽກ ແລະ ລາຄາຫົວໜ່ວຍການກໍ່ສ້າງ ສ້ອມແປງ ພື້ນຖານໂຄງລ່າງ ດ້ານໂຍທາທິການ ແລະ ຂົນສົ່ງ.

ໃນໂອກາດດຽວກັນນີ້, ບັນດາສະມາຊິກສະພາແຫ່ງຊາດ ຍັງໄດ້ການປະກອບຄຳຄິດເຫັນໃສ່ ການຊີ້ແຈງ ແລະ ສະເໜີການໃຊ້ມາດຕະການ ໃນການແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນແມ່ນການຄວບຄຸມນ້ຳໜັກ ຂອງລົດຂົນສົ່ງສິນຄ້າ ໃຫ້ເຂັ້ມງວດກວ່າເກົ່າ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ແລະ ສະເໜີໃຫ້ມີຊິງຊັ່ງນ້ຳໜັກ ຢູ່ຕາມຈຸດຊາຍແດນ ລະຫວ່າງແຂວງຕໍ່ແຂວງ ແລະ ມີປ້າຍເຕືອນຕ່າງໆຢູ່ຕາມເສັ້ນທາງຫລັກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.