General

ນັກສຶກສາຕ້ອງເບິ່ງ ວິທີການເອົາຂໍ້ຄວາມຈາກຮູບ ຫຼື ເອກະສານ ໂດຍບໍ່ຕ້ອງພິມ

ເຄັດລັບງ່າຍໆທີ່ຈະເຮັດໃຫ້ການສຶກສາ ຫຼື ການພິມເອກະສານ ງ່າຍຂຶ້ນຈາກ Google ເຊິ່ງເຄັດລັບດັ່ງກ່າວຄາດວ່າຫຼາຍຄົນອາດບໍ່ຮູ້ ດັ່ງນັ້ນເຮົາເລີຍຈະວິທີມາບອກໄປເບິ່ງເລີຍ

ກາບປູ່ສອນຫຼານ ກາບກອນທີ່ເກົ່າແກ່ຂອງລາວ ເອົາໄວ້ກ່າວເຕືອນສອນລູກຫຼານມາຫຼາຍສະໄໝ

ອີງຕາມຂໍ້ມູນຢູ່ໃນປຶ້ມວັນນະຄະດີລາວ (1987) ໄດ້ຂຽນໄວ້ວ່າ: ກາບປູ່ສອນຫຼານສະບັບເດີມ ແມ່ນພະພຸດທະໂຄສາຈານແຫ່ງເມືອງລ້ານ ຊ້າງເປັນຜູ້ແຕ່ງ, ແຕ່ບໍ່ຮູ້ວັນ, ເດືອນ ແລະ ປີແຕ່ງລະອຽດ; ແຕ່ອາດຈະແມ່ນແຕ່ງຂຶ້ນມາໃນສະໄໝອານາ ຈັກລາວລ້ານຊ້າງໃນລະຫວ່າງສະຕະວັດທີ XVII ໃນລັດຊະການຂອງເຈົ້າສຸລິຍະວົງສາ ເຊິ່ງເປັນສະໄໝ ລ້ານຊ້າງມີຄວາມຈະເລີນຮຸ່ງເຮືອງສູງສຸດ

ຂໍ້ດີຫຼາຍຢ່າງ ຂອງການອັບເດດລະບົບປະຕິບັດການ

ໂທລະສັບມືຖື (Smart Phone) ຫຼືຄອມພິວເຕີຕ່າງໆ ມີລະບົບປະຕິບັດການທີ່ຄວບຄຸມການເຮັດວຽກຂອງໂຕເຄື່ອງ ແລະຮູບແບບຂອງການໃຊ້ງານຕ່າງໆ ຫຼາຍຄົນເຄີຍຮູ້ບໍ່ວ່າເປັນຫຍັງຈຶ່ງຕ້ອງມີການອັບເດດໂຕເຄື່ອງ ຫຼືລະບົບປະຕິບັດການ ແລະເປັນຫຍັງເຮົາຈຶ່່ງຕ້ອງອັບເດດ ເຊິ່ງເຮົາຈະມາຍົກໃຫ້ເຫັນຂໍ້ດີຂອງການອັບເດດລະບົບປະຕິບັດການຕ່າງໆ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທີ່ພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບອຸປະກອນການແພດ ແລະງົບປະມານ ໃຫ້ພະແນກສາທາລະນະສຸກແຂວງ ເພື່ອນໍາໃຊ້ເຂົ້າໃນການຕ້ານ ການລະບາດຂອງໂຄວິດ-19 ຢູ່ແຂວງຫຼວງພະບາງ ເຊິ່ງມີທຶນຊ່ວຍເຫຼືອປະມານ 277 ລ້ານກວ່າກີບ, ສ່ວນອຸປະກອນປະກອບມີ ຕຽງດຶງແອວ 1 ໜ່ວຍ, ລໍ້ເລື່ອນ 2 ຄັນ,ໄມ້ຄໍ້າເທົ້າ 5 ຄູ່ ແລະ ໂຄງແອບຍ່າງ 1 ອັນ ໂດຍແມ່ນທ່ານ ດຣ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເປັນຜູ້ມອບ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ຜົນການສຶກສາໃນປັດຈຸບັນຊີ້ໃຫ້ເຫັນວ່າ ເຊື້ອພະຍາດດັ່ງກ່າວສາມາດແຜ່ເຊື້ອສູ່ຄົນທີ່ຢູ່ໃກ້ຊິດກັນພາຍໃນ 1 ແມັດໄດ້ໂດຍຜ່ານການຫາຍໃຈເອົາລະອອງຂອງແຫຼວທີ່ມີເຊື້ອເຂົ້າໄປ ຫຼື ສໍາຜັດໂດຍກົງກັບຕາ, ປາກ ແລະ ດັງ

ວິທີເບື້ອງຕົ້ນ ໃນການປ້ອງກັນໂທລະສັບຈາກໄວຣັດ

ສຳລັບຜູ້ໃຊ້ໂທລະສັບ ມັກຈະພົບບັນຫາຄວາມຈຳເຕັມ, ໂທລະສັບຄ້າງ, ເຮັດວຽກຊ້າບໍ່ໄດ້ດັ່ງໃຈ ຊຶ່ງບັນຫາເຫຼົ່ານີ້ເປັນສາເຫດເບື້ອງຕົ້ນ ແລະອາດຈະເປັນຍ້ອນອີກໜຶ່ງສາເຫດຫຼັກໆຄື ໄວຣັດ ຕາມທີ່ຮູ້ກັນວ່າ ໄວຣັດ ນັ້ນອັນຕະລາຍຕໍ່ຂໍ້ມູນ, ເຊິ່ງໄວຣັດທີ່ຄົນລາວສ່ວນຫຼາຍມັກພົບເຫັນແມ່ນໃນ WhatsApp ເຊິ່ງຜູ້ທີ່ຕ້ອງການຂໍ້ມູນເຮົາກໍ່ເຫັນຊ່ອງທາງເລີຍສ້າງໄວຣັດຂຶ້ນມາ ເພື່ອທີ່ຈະເອົາຂໍ້ມູນຂອງເຈົ້າຂອງຜູ້ໃຊ້ ໂດຍການໃຫ້ຜູ້ໃຊ້ໃສ່ບັນຊີ ຫຼື ລະຫັດຕ່າງໆລົງໄປ ແລະຍັງໃຫ້ຜູ້ໃຊ້ສົ່ງຕໍ່ໄປອີກ...

ຮູ້ໄວ້! ຈະໄດ້ປ້ອງກັນຖືກ ອັນຕະລາຍ ຂອງການໂຈມຕີທາງອິນເຕີເນັດ

ສປປ ລາວ ກຳລັງກ້າວເຂົ້າສູ່ຍຸກດິຈີຕ້ອນຢ່າງເຕັມໂຕ ປັດຈຸບັນ ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເຮົາເຫັນເຖິງຄວາມສຳຄັນຂອງລະບົບດິຈີຕ້ອນໃນຫຼາຍຮູບແບບ ບໍ່ວ່າຈະເປັນການໃຊ້ເພື່ອ ການຮຽນ-ການສອນ, ການສື່ສານ, ການຄົມມະນາຄົມ ແລະ ຂົນສົ່ງ, ການເກັບກຳຂໍ້ມູນຍຕ່າງໆ ແລະອື່ນໆອີກຫຼາກຫຼາຍ

ເລົ່າຂ່າວ ສຳນັກຂ່າວມີເດຍລາວ

ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງ ສ.ສ ຫວຽດນາມ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອສັນຖະວະໄມຕີ ໂດຍການມາໃນຄັ້ງນີ້ເພິ່ນກໍ່ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃຫມ່ ໃຫ້ກັບ ສປປ ລາວ, ພ້ອມທັງຢ້ຽມຢາມບັນດາການນຳຊັ້ນສູງຂອງ ສປປ ລາວ ເຊິ່ງໄດ້ມີການເຊັນສັນຍາຮ່ວມມືລະຫວາ່ງລາວ-ຫວຽດນາມ ເຖິງ 14 ວຽກງານ ແລະ ສປປ ລາວ ຍັງເປັນປະເທດທຳອິດທີ່ເພິ່ນໄດ້ຢ້ຽມຢາມໃນຕ່າງປະເທດອີກດ້ວຍ