Sunday, November 16, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 21 ສິງຫາ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຮູ້ໄວ້ເພື່ອປ້ອງກັນບໍ່ໃຫ້ແຜ່ລະບາດ ຂະບວນການແຜ່ເຊື້ອ ຂອງຜູ້ທີ່ຕິດເຊື້ອພະຍາດໂຄວິດ-19

ຜົນການສຶກສາໃນປັດຈຸບັນຊີ້ໃຫ້ເຫັນວ່າ ເຊື້ອພະຍາດດັ່ງກ່າວສາມາດແຜ່ເຊື້ອສູ່ຄົນທີ່ຢູ່ໃກ້ຊິດກັນພາຍໃນ 1 ແມັດໄດ້ໂດຍຜ່ານການຫາຍໃຈເອົາລະອອງຂອງແຫຼວທີ່ມີເຊື້ອເຂົ້າໄປ ຫຼື ສໍາຜັດໂດຍກົງກັບຕາ, ປາກ ແລະ ດັງ

ກໍລະນີບໍ່ມີອາກາດຖ່າຍເທສະດວກ ຫຼື ຢູ່ສະຖານທີ່ໃນຮົ່ມທີ່ແອອັດ ລະອອງຂອງແຫຼວທີ່ມີເຊື້ອຈະສາມາດລອຍຢູ່ຕາມອາກາດໄດ້ ແລະ ລອຍໄປໄກກວ່າ 1 ແມັດ, ນອກນັ້ນຜູ້ທີ່ຍັງບໍ່ຕິດເຊື້ອຈະຕິດເຊື້ອໄດ້ໂດຍ ການສໍາຜັດກັບພື້ນຜິວທີ່ມີເຊື້ອຄົງຄ້າງຢູ່ແລ້ວມາສໍາຜັດຕາ ດັງ ຫຼື ປາກ ໂດຍບໍ່ໄດ້ທໍາຄວາມສະອາດມື…ອ່ານຕໍ່

ການແຂ່ງບານເຕະ ເປບຊີ ລາວລີກ 1 ຈະບໍ່ມີການແຂ່ງຂັນ ເພື່ອປ້ອງກັນການແຜ່ລະບາດໂຄວິດ-19

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ຈະບໍ່ມີການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ແລະ ຍັງບໍ່ມີການກໍານົດເວລາໃນການທີ່ຈະຈັດການແຂ່ງຂັນເຕະບານດັ່ງກ່າວ

ເພື່ອຫຼຸດຜ່ອນຄວາມສ່ຽງ ໃນການແຜ່ລະບາດພະຍາດ ໂຄວິດ-19 ແລະຮັບປະກັນຄວາມປອດໄພຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ, ເຊິ່ງສະຖານທີ່ຝຶກຊ້ອມບາງສ່ວນໄດ້ຖືກຫັນປ່ຽນເປັນສູນຈໍາກັດບໍລິເວນ…ອ່ານຕໍ່

ສະພາກາແດງ ສ ເກົາຫຼີ ມອບອຸປະກອນການແພດ ໃຫ້ອົງການກາແດງລາວ

ສະພາກາແດງ ສ ເກົາຫຼີໄດ້ຊ່ວຍເຄື່ອງ​ອຸປະກອນການແພດ ແລະ ເຄື່ອງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ອົງການກາແດງລາວຊຶ່ງປະກອບມີ ຜ້າອັດປາກ, ສະບູ, ນ້ຳຢາຂ້າເຊື້ອ, ເຈວລ້າງມື ຈຳນວນ 440 ກ່ອງ

ອຸປະກອນການແພດດັ່ງກ່າວນີ້, ອົງການກາແດງລາວຈະໄດ້ຈັດສັນ ແລະ ແຈກຢາຍໃຫ້ເປົ້າໝາຍພາກສ່ວນວິຊາການທີ່ເຄື່ອນໄຫວຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະຊາຊົນຈໍານວນໜຶ່ງ…ອ່ານຕໍ່

6 ເດືອນທ້າຍປີ ພະແນກຕໍາຫຼວດຈາລະຈອນຕໍາຫຼວດນະຄອນຫຼວງວຽງຈັນ ໄດ້ສຸມໃສ່ 4 ວຽກໃຫຍ່

ທ່ານ ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈາລະຈອນຕໍາຫຼວດນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2021  ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ເມື່ອບໍ່ດົນມານີ້ວ່າ

ເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ທົ່ວນະຄອນຫຼວງວຽງຈັນ ໄດ້ສຸມໃສ່ 4 ວຽກໃຫຍ່ຄື: ວຽກງານໂຄສະນາ, ວຽກງານກອງຈາລະຈອນ, ວຽກງານກອງທາງຫຼວງ ແລະ ວຽກງານແກ້ໄຂອຸບັດເຫດ ເພື່ອແກ້ໄຂຈາລະຈອນແອອັດ ແລະ ຫຼຸດຜ່ອນອຸບັດເຫດທີ່ເກີດຂຶ້ນຢູ່ນະຄອນຫຼວງວຽງຈັນ…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.