ປະຈຳວັນທີ 21 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ກະຊວງສາທາລະນະສຸກ ມອບງົບປະມານແລະອຸປະກອນ ໃຫ້ສາທາລະນະສຸກແຂວງຫຼວງພະບາງ

ທີ່ພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບອຸປະກອນການແພດ ແລະງົບປະມານ ໃຫ້ພະແນກສາທາລະນະສຸກແຂວງ ເພື່ອນໍາໃຊ້ເຂົ້າໃນການຕ້ານ ການລະບາດຂອງໂຄວິດ-19 ຢູ່ແຂວງຫຼວງພະບາງ ເຊິ່ງມີທຶນຊ່ວຍເຫຼືອປະມານ 277 ລ້ານກວ່າກີບ, ສ່ວນອຸປະກອນປະກອບມີ ຕຽງດຶງແອວ 1 ໜ່ວຍ, ລໍ້ເລື່ອນ 2 ຄັນ,ໄມ້ຄໍ້າເທົ້າ 5 ຄູ່ ແລະ ໂຄງແອບຍ່າງ 1 ອັນ ໂດຍແມ່ນທ່ານ ດຣ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເປັນຜູ້ມອບ
ອຸດົມໄຊ ຈະສັກວັກຊີນໃຫ້ໄດ້ 50% ຂອງປະຊາກອນທັງໝົດຂອງແຂວງ

ມາເບິ່ງກັນທີ່ການຈັດຕັ້ງປະຕິບັດການໃຫ້ວັກຊິນຢູ່ແຂວງອຸດົມໄຊ ແມ່ນເພິ່ນໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນມີນາ 2021 ມາຮອດປັດຈຸບັນແມ່ນໄດ້ວັກຊິນແກ່ປະຊາຊົນມາແລ້ວ 4 ຮອບ ເຊິ່ງເປົ້າໝາຍການໃຫ້ວັກຊິນທັງໝົດພາຍໃນແຂວງມີທັງໝົດ 208.140 ຄົນ ແລະໃນປີ 2021 ນີ້ທາງແຂວງອຸດົມໄຊຈະຕັ້ງເປົ້າສັກໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນແຂວງ
ຊ່ວຍເຫຼືອແຮງງານທຸກຍາກ ເມືອງຫ້ວຍຊາຍ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19

ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (CAMKID) ແລະ ສະຫະພັນກໍາມະບານແຂວງບໍ່ແກ້ວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອແຮງງານທຸກຍາກ ເມືອງຫ້ວຍຊາຍ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງມີບ້ານຫ້ວຍຊາຍນ້ອຍ, ບ້ານຄົກຫຼວງ, ບ້ານຝາຍ, ບ້ານພູຫວານໃຕ້, ບ້ານນໍ້າກໍ ແລະ ບ້ານສີໂພໄຊ
ເຄື່ອງທີ່ໄດ້ມອບ-ຮັບປະກອບມີ: ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ປະຈໍາວັນ ໃນຄົວເຮືອນ ແລະ ຜ້າອັດປາກ, ເຈວລ້າງມື ແລະ ໃຫ້ກຽດມອບໂດຍ ທ່ານ ນາງ ພອນໄຊ ມະນີວົງໄຊ ອໍານວຍການສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (CAMKID)
ໄພນໍ້າຖ້ວມນີ້ໄດ້ສ້າງຄວາມເສຍຫາຍຕໍ່ຜົນຜະລິດ ເມືອງຫຼວງນໍ້າທາ

ເມືອງຫຼວງນໍ້າທາ ເປັນເມືອງໜຶ່ງທີ່ຫ່າງຈາກເທດສະບານແຂວງຫຼວງນໍ້າທາ ປະມານ 8 ກິໂລແມັດ ໄພນໍ້າຖ້ວມນີ້ໄດ້ສ້າງຄວາມເສຍຫາຍຕໍ່ຜົນຜະລິດ ແລະ ໄດ້ຮັບຜົນກະທົບໄພນໍ້າຖ້ວມໃນບໍລິເວັນຂອບເຂດພື້ນທີ່ຕໍ່າໃນລະຫວ່າງທ້າຍເດືອນກໍລະກົດ 2021 ນີ້
ພາຍຫຼັງທີ່ຖຶກຜົນກະທົບໄພນໍ້າຖ້ວມການນໍາຂັ້ນແຂວງ ແລະ ການນໍາຂັ້ນເມືອງ ໄດ້ລົງຊຸກຍູ້ ແລະ ປຸກລະດົມໃຫ້ປະຊາຊົນຢູ່ພາຍໃນເມືອງຫລວງນໍ້າທາ ໄດ້ແຈກຢາຍນ້ຳດື່ມ,ເຄື່ອງ,ອາຫານແຫ້ງ ແລະ ເງີນສົດຈຳນວນໜື່ງໃຫ້ຄອບຄົວຜູ້ທີ່ຖືກຜົນກະທົບເຮືອນເສຍຫາຍຂາດທີ່ຢູ່ອາໄສ
ຢູນິເຊັບ ໄດ້ຢືນຢັນເປັນຄູ່ຮ່ວມງານເພື່ອສົ່ງເສີມສະຫວັດດີພາບຂອງແມ່ຍິງ ແລະ ເດັກນ້ອຍ ໃນສປປ ລາວ

ການຮ່ວມມືຂອງທັງສອງຝ່າຍ ໄດ້ຢືນຢັນຄືນໃໝ່ເຖິງການເປັນຄູ່ຮ່ວມງານໃນການເຮັດວຽກສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ທີ່ກ່ຽວຂ້ອງກັບສື່, ການມີສ່ວນຮ່ວມຂອງຊາວໜຸ່ມ, ການສົ່ງເສີມສະຫັວດດີພາບຂອງແມ່ຍິງ ແລະ ເດັກນ້ອຍ, ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ (CRC) ໃນສປປລາວ ໂດຍຄຽງຄູ່ກັບການຕອບໂຕ້ຂອງປະເທດຕໍ່ພະຍາດໂຄວິດ-19
ໂດຍຕົວແທນຝ່າຍ ອົງການຢູນິເຊບ ທ່ານ ນາງ ດຣ ປີອາ ເຣເບລໂລ ບີຣໂຕ ກ່າວວ່າ: “ອົງການຢູນິເຊັບມີປະຫວັດການເຮັດວຽກອັນຍາວນານກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ອົງການຢູນິເຊັບ ຂໍຖືໂອກາດນີ້ຢືນຢັນຄືນໃໝ່ເຖິງການເປັນຄູ່ຮ່ວມງານກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອສົ່ງເສີມສະຫັວດດີພາບຂອງແມ່ຍິງ-ເດັກນ້ອຍລາວ ແລະສະໜັບສະໜູນຄົນລາວລຸ້ນ 2030”
ຖະແຫຼງການປະຈຳວັນຂອງທາງຄະນະສະເພາະກິດປະຈຳວັນທີ 21 ສິງຫາ 2021

ມາຕໍ່ກັນທີ່ຂ່າວສຸດທ້າຍ ເຊິ່ງເປັນຂ່າວໂຄວິດ-19 ໃນຖະແຫຼງການປະຈຳວັນຂອງທາງຄະນະສະເພາະກິດປະຈຳວັນທີ 21 ສິງຫາ 2021 ຕາມການລາຍງານແລ້ວ ສປປ ລາວ ມີຜູ້ໄດ້ຮັບການກວດທັງໝົດທົ່ວປະເທດ 404.126 ຄົນ, ພົບຜູ້ຕິດເຊື້ອສະສົມ 12.164 ຄົນ, ຜູ້ເສຍຊີວິດ 11ຄົນ ແລະ ປິ່ນປົວຫາຍດີ 7.738 ຄົນ, ເຊິ່ງຕັ້ງແຕ່ເດືອນກໍລະກົດເປັນຕົ້ນມາ ການຕິດເຊື້ອສ່ວນຫຼາຍເປັນແຮງງານນຳເຂົ້າ ແລະເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມເພີ່ມສູງຂຶ້ນ
ເຖິງຢ່າງໃດກໍ່ຕາມສະຖານະການແບບນີ້ເຮົາຄວນປ້ອງກັນໃສ່ຜ້າປິດປາກ-ດັງ, ເວັ້ນໄລຍະຫ່າງ ແລະບໍ່ຊຸມແຊວ ເປັນການດີທີ່ສຸດ ເພາະຫຼາຍແຂວງກໍ່ເລີ່ມມີການລະບາດໃນຊຸມຊົນຮອບໃຫມ່
ຂໍ້ມູນຈາກ: Media Laos