ເຮືອນFood and Healths

Food and Healths

ລະວັງ! ຫາຍໃຈບໍ່ອີ່ມ ມີຄວາມສ່ຽງຕໍ່ 6 ພະຍາດ

ອາການ "ຫາຍໃຈບໍ່ອີ່ມ ຫຼື ຫາຍໃຈບໍ່ສະດວກ" ເປັນອີກອາການໜຶ່ງທີ່ເປັນສັນຍານເຕືອນໃຫ້ຮູ້ວ່າ ເຮົາອາດເປັນໂຣກຕ່າງໆ ໄດ້ ເຊິ່ງໂຣກພະຍາດທີ່ອາດຈະເກີດຂຶ້ນເມື່ອເກີດອາການ ແຫາຍໃຈບໍ່ອີ່ມ ມີດັ່ງນີ້:

ກຽມຕົວຮັບມືແນວໃດດີ? ເມື່ອອາກາດເລີ່ມໜາວແລ້ວ!

ກ້າວເຂົ້າສູ່ເດືອນພະຈິກແລ້ວ ກໍນັບວ່າເຂົ້າສູ່ຊ່ວງປາຍຝົນຕົກໜາວ ອາກາດກໍປ່ຽນແປງ ເລີ່ມມີລົມພັດແຮງໃນຫຼາຍພື້ນທີ່ ຫຼາຍຄົນກໍມັກຄິດວ່າ ເຢັນສະບາຍດີ ແຕ່ຮູ້ບໍ່ວ່າ ອາກາດແບບນີ້ຈະເຮັດໃຫ້ເຮົາເຈັບປ່ວຍໄດ້ງ່າຍກວ່າປົກກະຕິ.

ກິນອາຫານແບບໃດ ໃຫ້ຫ່າງໄກພະຍາດຕ່າງໆ ທີ່ມາກັບລະດູຝົນ

ໃນປັດຈຸບັນ ຄົນສ່ວນໃຫຍ່ນິຍົມສັ່ງອາຫານຜ່ານແອັບຕ່າງໆ ແລະ ກໍຍັງມີຄົນອີກກຸ່ມໜຶ່ງ ທີ່ຫັນມາເຮັດອາຫານກິນເອງຫຼາຍຂຶ້ນ ເພື່ອໃຫ້ຄວາມສຳຄັນດ້ານສຸຂະອະນາໄມ, ຄວາມສະອາດຂອງວັດຖຸດິບ ໃນເມນູອາຫານຕ່າງໆ ທີ່ເຮັດຂຶ້ນ.

5 ບັນຫາສຸຂະພາບຈິດ ໃນຊີວິດໄວເຮັດວຽກ

ຍອມຮັບວ່າຊ່ວງໄວໜຸ່ມເປັນຊ່ວງເວລາທີ່ຫຼາຍຄົນຕ້ອງພົບຫຼາຍບັນຫາ ຄວາມກົດດັນ ຄວາມເມື່ອຍລ້າຈາກວຽກງານ ຄວາມຮັກ ແລະ ການໃຊ້ຊີວິດ ໜັກກວ່າໝູ່ກໍອາດຈະແມ່ນຄວາມກົດດັນຈາກວຽກງານລອງມາສັງເກດເບິ່ງ 5 ບັນຫາສຸຂະພາບຈິດຕໍ່ໄປນີ້ວ່າ ເຈົ້າ ຫຼື ຄົນອ້ອມຂ້າງພົບບັນຫານີ້ຢູ່ ຫຼືບໍ?

ໂຣກທີ່ພົບເລື້ອຍໆ ໃນກຸ່ມໄວລຸ້ນ

ໃນສະພາບສັງຄົມ ທີ່ເຕັມໄປດ້ວຍອາຫານການກິນທີ່ຫຼາກຫຼາຍ ລວມເຖິງເຕັກໂນໂລຊີ ທີ່ທັນສະໄໝຫຼາຍຂຶ້ນ ຈຶ່ງເຮັດໃຫ້ເຮົາຄຳນຶງເຖິງສຸຂະພາບໜ້ອຍລົງ ຊຶ່ງໂຣກຕ່າງໆ ທີ່ເກີດຂຶ້ນນັ້ນ ກໍຄົງໜີບໍ່ມົ້ມກຸ່ມໄວລຸ້ນທີ່ສ່ວນໃຫຍຈະເປັນໂຣກດັ່ງຕໍ່ໄປນີ້:

ລະວັງ! ໂຣກນ້ຳກັດຕີນ

ລະດູຝົນກ້າວເຂົ້າມາແລ້ວ ແລະ ມັນກໍຈະມີນ້ຳຖ້ວມຂັງ ຊຶ່ງອາດເຮັດໃຫ້ເກີດໂຣກຜິວໜັງໄດ້ຫຼາຍຊະນິດ ຊຶ່ງແຕ່ລະຊະນິດຈະມີຄວາມແຕກຕ່າງກັນໄປ. ຊະນິດທຳອິດທີ່ຈະເກີດ ຫຼັງການສຳຜັດກັບນ້ຳເປື້ອນຢ່າງຕໍ່ເນື່ອງ ຄື: ໂຣກນ້ຳກັດຕີນ ເນື່ອງຈາກສິ່ງສົກກະປົກ ແລະ ສານເຄມີຕ່າງໆ ທີ່ປະປົນຢູ່ໃນນ້ຳຖ້ວມຂັງ ຜິວໜັງຈະມີອາການເປັນຝື່ນສີແດງ, ແສບ, ຄັນ ແລະ ອາດມີຂຸຍລອກໄດ້ ໂດຍສະເພາະຢູ່ບໍລິເວນຂໍ້ນິ້ວຕີນ.

“ອົດອາຫານ” ບໍ່ຊ່ວຍໃຫ້ຫຼຸດນຳ້ໜັກ

ການອົດອາຫານນັ້ນ ສຳພັນກັບການຈຳກັດ ແຄລໍຣີ່ ຂອງອາຫານທີ່ເຮົາກິນໃນແຕ່ລະມື້, ການນັບ ແຄລໍຣີ່ ເປັນວິທີທີ່ໄດ້ຮັບຄວາມນິຍົມຫຼາຍ ຊຶ່ງມີທີມນັກວິໄຈດ້ານໂພຊະນາການ ໃນ ສະຫະລັດ ອາເມຣິກາ ໄດ້ລາຍງານລົງໃນວາລະສານ ການແພດ ເຈເອເອັມເອ (JAMA International Medicine) ເຖິງຜົນການລົງເລິກກວດຜູ້ໃຫຍ່ ທີ່ລະບຸວ່າ ອ້ວນເຖິງ 100 ຄົນ ໂດຍແບ່ງຈາກພຶດຕິກຳການກິນເປັນ 3 ກຸ່ມ ຊຶ່ງເປັນເວລາ 1 ປີ.

ອອກກຳລັງກາຍ ອີກໜຶ່ງວິທີຊ່ວຍຫຼຸດຜ່ອນອາການ “ໂຣກຊຶມເສົ້າ”

“ໂຣກຊຶມເສົ້າ” ເປັນອີກໂຣກໜຶ່ງທີ່ໜ້າເປັນຫ່ວງໃນປັດຈຸບັນ ໂດຍສະເພາະແມ່ນໄວໜຸ່ມ ໄປຈົນຮອດຜູ້ສູງອາຍຸ, ການກິນຢາເພື່ອປິ່ນປົວ “ໂຣກຊຶມເສົ້າ” ກໍເປັນພຽງທາງອອກໜຶ່ງເທົ່ານັ້ນ, ແຕ່ເພື່ອເພີ່ມຄວາມຜ່ອນຄາຍໃຫ້ກັບຜູ້ປ່ວຍໂຣກນີ້ “ການອອກກຳລັງກາຍ” ຈຶ່ງເປັນອີກຕົວເລືອກທີ່ດີ ເພື່ອເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງ ແລະ ມີສຸຂະພາບຈິດທີ່ດີຂຶ້ນ.