ເຮືອນFood and Healths

Food and Healths

ຂະແໜງສາທາລະນະສຸກ ຍັງມີຫລາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸ

ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາ ລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫລາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ...

ສະຫວັນນະ​ເຂດ ຈະຈັດງານວາງສະແດງສິນຄ້າໂອດັອບ

ບໍ່​ດົນຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະການ ຄ້າ ແຂວງສະຫວັນນະເຂດ ໄດ້ຈັດພິທີຖະ ແຫຼງຂ່າວງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ແລະສິນຄ້າຄອບຄົວຕົວແບບຂອງແຂວງ ຄັ້ງທີ II 22-28 ກຸມພາ 2019 ທີ່ສູນການຄ້າສະຫວັນ-ໄອເຕັກ ໂດຍການເຂົ້າຮ່ວມໃນພິທີຖະແຫຼງຄັ້ງນີ້ມີການນຳຈາກພະແນກອຸດສາຫະກຳ-ການຄ້າ,...

ການປັກດຳເຂົ້ານາແຊງທົ່ວປະເທດປີນີ້ ຍັງຊ້າກວ່າແຜນການທີ່ວາງໄວ້

ຕາມແຜນການຜະລິດເຂົ້ານາແຊງປີນີ້ທີ່ວາງໄວ້ເບື້ອງຕົ້ນແມ່ນໃຫ້ຂອບເຂດທົ່ວປະເທດເລີ່ມທຳການຜະລິດແຕ່ເດືອນພະຈິກ 2018 ເປັນຕົ້ນມາເພື່ອຂຸ້ນຂ້ຽວໃສ່ການຜະລິດທົດແທນຜົນເສຍຫາຍໃນການຜະລິດລະດູຝົນທີ່ຜ່ານມາ, ແຕ່ທັງນີ້ກໍອີງໃສ່ຄວາມອາດສາມາດຂອງທ້ອງຖິ່ນ ແລະຜ່ານການປະຕິ ບັດຕົວຈິງມາຮອດປະຈຸບັນທົ່ວປະເທດປັກດຳເຂົ້ານາແຊງສຳເລັດພຽງ 84 ພັນກວ່າເຮັກຕາ ເທົ່າກັບ 84% ຂອງແຜນການທັງໝົດທີ່ວາງໄວ້, ທັງນີ້ເປັນເພາະສະພາບອາກາດຂອງແຕ່ລະທ້ອງຖິ່ນບໍ່ເອື້ອອຳນວຍໃຫ້. ອີງຕາມບົດສະຫຼຸບປະຈຳເດືອນກຸມພາຂອງກະຊວງກະສິກຳ ແລະປ່າໄມ້ໃຫ້ຮູ້ມາ: ມາຮອດປະຈຸບັນການປັກດຳເຂົ້ານາແຊງທົ່ວປະເທດສຳເລັດແລ້ວ 84,08 ພັນເຮັກຕາ ເທົ່າກັບ...

ສຸດຍອດ! ເຂົ້າປຸ້ນນໍ້າແຈ່ວບ້ານແມ່ເຖົ້າ ສູດດັ້ງເດີມເປັນເອກະລັກ ທີ່ລູກຄ້າຕິດໃຈ

ເມື່ອ​ເວົ້າ​ເຖີງ​ເຂົ້າປຸ້ນນໍ້າ​ແຈ່ວ​ ​ກໍ​ເປັນອາຫານ​ອີກ​ເຍື່ອງ​ໜຶ່ງ ທີ່​ຫລາຍ​ຄົນນິຍົມ​ຊົມ​ຊອບ ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງທີ່​ມີ​ການ​ລອງ​ຜິດ, ​ລອງ​ຖືກ ຊອກ​ຫາ​ຮ້ານ​ທີ່​ຖືກ​ໃຈ ​ເພື່ອຈະ​ໄດ້​ກິນ​ອາຫານ​ທີ່​ຕົນ​ມັກ ດັ່ງນັ້ນ, ຄໍ​ລໍາ ສົ່ງ​ເສີມ​ທຸລະ​ກິດ ສະບັບ​ນີ້ ຈະ​ມາ​ແນະ​ນໍາ ຮ້ານ​ເຂົ້າປຸ້ນ​ນໍ້າ​ແຈ່ວ​ແຊບໆ ບັນຍາກາດ​ດີ ​ແລະ ມີ​ເອກະລັກ ທີ່ໜ້າສົນ​ໃຈ ​ເໝາະ​ສໍາລັບ​ພາ​ຄົນ​ທີ່​ຮັກ​ມາ​ນັ່ງ​ກິນ. ທ່ານ ອາ​ລິຍະ ປັນຍາ​ຜົນ ​ເຈົ້າຂອງ​ຮ້ານ​ ​ໄດ້​ເວົ້າ​ໃຫ້​ຟັງ​ວ່າ:  ຈຸດ​ເລີ່​ມຕົ້ນ​ຂອງ​ຮ້ານ​ເຂົ້າ​ແມ່ນ​...

​ລະ​ວັງ​ກັນ​ແດ່! ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແລ້ວ ເກືອບ 200 ຄົນ

ຕາມການລາຍງານຂອງກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍທົ່ວນະຄອນຫຼວງວຽງຈັນ, ທີ່ໄດ້ຈັດຂຶ້ນຫວ່າງບໍ່​ດົນ​ມານີ້, ໂດຍການເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຄະນະກໍາມະການຄວບຄຸມພະຍາດຕິດຕໍ່ຂັ້ນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄຂ້ຍຸງລາຍ ເປັນພະຍາດບົ່ມຊ້ອນ ໃນນະຄອນຫຼວງວຽງຈັນມາແຕ່ປີ 2013, ມີຜູ້ຕິດເຊື້ອຫຼາຍເຖິງ 8.453...

ຍີ່ປຸ່ນ​ໃຫ້ທຶນຊ່ວຍ​ເຫຼືອດ້ານສຸຂະພາບ​ປາກ, ແຂ້ວ ໃນ 4 ແຂວງຂອງລາວ 25,5 ຕື້ກວ່າກີບ ​​

ລັດຖະບານ​ຍີ່ປຸ່ນ​ສະ​ໜອງທຶນຊ່ວຍ​ເຫຼືອ​ລ້າໃຫ້ ສປປ ລາວ ມູນ​ຄ່າ 320.997 ໂດ​ລາ​ ເທົ່າກັບ 25,5 ຕື້ກວ່າກີບ ​​​ເຂົ້າໃນໂຄງການ​ຈັດ​ຕັ້ງ​ການ​ບໍລິການ​ດ້ານ​​ສຸຂະພາບ​ປາກ,​ ແຂ້ວ ໃນ 4 ແຂວງເຊັ່ນ: ​ແຂວງ​ວຽງຈັນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ ​ແລະ​ແຂວງ​ສະຫວັນ​ນະ​ເຂດ. ​ພິທີເຊັນ​ສັນຍາ​ໂຄ​ງການ​ຊ່ວຍ​ເຫຼືອ​ດັ່ງກ່າວແມ່ນໄດ້ຈັດຂຶ້ນ​ໃນ​ວັນ​ທີ 13 ກຸ​ມພາ 2019 ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າໂດຍ ທ່ານ ທາ​ເຄຊິ ຮິ​ຄິຮາ​ຣະ ​ເອກ​ອັກຄະຣາຊະ​ທູດ​ຍີ່ປຸ່ນ​ປະຈຳລາວ ​ແລະທ່ານ...

ອຸດົມໄຊ ກວດພົບສານຕົກຄ້າງສູງ ໃນພືດຜັກ ແລະໝາກໄມ້ນຳເຂົ້າຈາກ ຈີນ

ທ້າຍອາທິດຜ່ານມາ ແຂວງອຸດົມໄຊ ໂດຍສະເພາະແມ່ນພະແນກກະສິກຳ ແລະປ່າໄມ້ແຂວງ ຊຶ່ງນຳໂດຍທ່ານ ພອນປະສິດ ປັນຍາສະຫວັດ ຮອງຫົວໜ້າພະ ແນກກະສິກຳ ແລະປ່າໄມ້ແຂວງສົມທົບກັບຫ້ອງການກະສິກຳ ແລະປ່າໄມ້ ແລະ ອຸດສາຫະກຳ ເມືອງໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະວິໄຈສານພິດຕົກຄ້າງໃນພືດຜັກ...

ເຊີນຮ່ວມບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ໃຫ້ຄວາມຮັກຊຶ່ງກັນແລະກັນດ້ວຍການບໍລິຈາກເລືອດຍິ່ງໃຫ້ຍິ່ງໄດ້ບຸນກຸສົນ”

ສູນເລືອດແຫ່ງຊາດ ອົງການກາແດງລາວ ແລະ ການຈັດຕັ້ງຂັ້ນຕ່າງໆໄດ້ຈັດກິດຈະກຳຮ່ວມບໍລິຈາກເລືອດແບບເປີດກວ້າງຂຶ້ນເພື່ອແນ່ໃສ່ແກ້ໄຂການຂາດແຄນເລືອດທີ່ມີຢູ່ໃນປະຈຸບັນໂດຍພາຍໃຕ້ຫົວຂໍ້ “ໃຫ້ຄວາມຮັກຊຶ່ງກັນ ແລະກັນດ້ວຍການບໍລິຈາກເລືອດຍິ່ງໃຫ້ຍິ່ງໄດ້ບຸນກຸສົນ” ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນວັນທີ 12-13 ກຸມພາ 2019 ທີ່ສູນເລືອດແຫ່ງຊາດ. ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ການທີ່ໄດ້ເຊີນຊວນເຂົ້າຮ່ວມເທສະການບໍລິຈາກເລືອດຄັ້ງນີ້ ກຸ່ມເປົ້າໝາຍແມ່ນນ້ອງນັກຮຽນຊັ້ນມັດທະຍົມທົ່ວນະຄອນວຽງຈັນ ແລະນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ຊຶ່ງຄາດວ່າຈະມີການຈັດຕັ້ງຈາກພາກສ່ວນຕ່າງໆໃນນະຄອນຫຼວງວຽງຈັນເຂົ້າຮ່ວມບໍລິຈາກ 1 ພັນກວ່າຄົນ....