Friday, July 11, 2025
Kbank Laos โอน รับ จ่าย

ສະຫວັນນະ​ເຂດ ຈະຈັດງານວາງສະແດງສິນຄ້າໂອດັອບ

​ພາບ​ປະ​ກອບ

ບໍ່​ດົນຜ່ານມາ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະການ ຄ້າ ແຂວງສະຫວັນນະເຂດ ໄດ້ຈັດພິທີຖະ ແຫຼງຂ່າວງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ແລະສິນຄ້າຄອບຄົວຕົວແບບຂອງແຂວງ ຄັ້ງທີ II 22-28 ກຸມພາ 2019 ທີ່ສູນການຄ້າສະຫວັນ-ໄອເຕັກ ໂດຍການເຂົ້າຮ່ວມໃນພິທີຖະແຫຼງຄັ້ງນີ້ມີການນຳຈາກພະແນກອຸດສາຫະກຳ-ການຄ້າ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ສະພາການຄ້າ-ອຸດສາຫະກຳແຂວງ, ສະຫວັນ-ໄອເຕັກ, ການນຳຂັ້ນເມືອງ, ພະແນກການ, ກົມກອງອ້ອມຂ້າງແຂວງຕະຫຼອດເຖິງບັນດາຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ.

​ພາບ​ປະ​ກອບ

ໂອກາດນີ້, ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ-ການຄ້າ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ກໍ່ເພື່ອເປັນການກະຕຸກຊຸກຍູ້ສົ່ງເສີມຂະບວນການຜະລິດພາຍໃນດ້ວຍຫຼາຍທ່າແຮງທີ່ບົ່ມຊ້ອນເປັນຕົ້ນແມ່ນການຜະລິດເປັນສິນຄ້າຄື: ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ສິນຄ້າໂອດັອບແຫ່ງຊາດໃຫ້ນັບມື້ນັບເຂັ້ມແຂງອຸດົມສົມບູນ ແລະຫຼາກຫຼາຍໂດຍອີງໃສ່ເງື່ອນໄຂສະພາບແວດລ້ອມທີ່ເອື້ອອຳນວຍພາຍໃນທ້ອງຖິ່ນເຊັ່ນ: ວັດຖຸດິບ, ການຜະລິດຫັດຖະ ກຳທີ່ເປັນມູນເຊື້ອ ແລະຕິດພັນກັບວັດທະນະທຳບັນດາເຜົ່າຂອງແຕ່ລະທ້ອງຖິ່ນສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ມີເງື່ອນໄຂທຳການຜະລິດສິນຄ້າອຸປະໂພກ ແລະຜະລິດຕະພັນສິນຄ້າອື່ນໆທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນນັ້ນໆຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກທັງພາຍໃນ ແລະຕ່າງ ປະເທດ,

ອີກປັດໄຈໜຶ່ງ ເພື່ອເຮັດໃຫ້ປະຊາຊົນ, ຜູ້ຜະລິດ, ກຸ່ມຜະລິດ, ວິສາຫະ ກິດຕ່າງໆ ມີລາຍຮັບສູງຂຶ້ນປະກອບສ່ວນພັນທະໃຫ້ປະເທດຊາດ ກໍ່ຄືໃຫ້ທ້ອງ ຖິ່ນຂອງຕົນ, ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບ ສູງຂຶ້ນເທື່ອລະກ້າວ.

​ພາບ​ປະ​ກອບ

ການຈັດງານຄັ້ງນີ້, ພວກເຮົາໄດ້ເປີດກວ້າງໃຫ້ທຸກພາກ ສ່ວນທຸລະກິດການຜະລິດເປັນສິນຄ້າທັງພາຍໃນແຂວງ ແລະຕ່າງແຂວງ ໄດ້ມີໂອກາດມາພົບພໍ້ກັນ ເພື່ອເປັນການ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ເພື່ອເປັນການຊອກຫາຕະຫຼາດ ແລະ ຄູ່ຄ້ານຳກັນ ສຳລັບຫ້າງຮ້ານທີ່ທາງຄະນະກຳມະການພວກເຮົາກະກຽມໄວ້ຮັບ ໃຊ້ໃນການເປີດງານຄັ້ງນີ້ມີຫຼາຍກວ່າ 100 ຫ້ອງວາງສະແດງ, ນອກຈາກການວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ສິນຄ້າທ່າແຮງຄອບຄົວຕົວແບບແລ້ວ ພາຍໃນງານແຕ່ລະ ຄໍ່າຄືນກໍ່ຈະມີການສະແດງສິລະປະວັດທະນະທຳທ້ອງຖິ່ນຂອງແຂວງ ແລະສິລະປິນທີ່ມີຊື່ສຽງຂອງລາວເຂົ້າຮ່ວມການສະແດງເພື່ອສ້າງບັນຍາກາດໃຫ້ ຟົດຟື້ນມ່ວນຊື່ນຕະຫຼອດງານ.

ງານວາງ ສະແດງ ແລະຈຳໜ່າຍສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ ແລະສິນຄ້າ ຄອບຄົວຕົວແບບຂອງແຂວງ ຄັ້ງທີ II ນີ້ ແມ່ນຈັດຂຶ້ນໂດຍຂະແໜງສົ່ງເສີມວິ ສາຫະກິດຂະໜາດນ້ອຍ ແລະກາງ ແລະ ການຄ້າ, ພະແນກອຸດສາຫະກຳ-ການຄ້າແຂວງ ໂດຍໄດ້ຮັບການສະໜັບສະ ໜູນທາງດ້ານສະຖານທີ່ ແລະງົບປະ ມານຈຳນວນໜຶ່ງຈາກບໍລິສັດລາວເວີນ ສະຫວັນ ພ້ອມນີ້, ທ່ານ ສີທົນ ນັນທະລາດ ຍັງໄດ້ກ່າວເຊີນຊວນມາຍັງທຸກ ພາກສ່ວນພາຍໃນແຂວງ ແລະຕ່າງ ແຂວງ ເຂົ້າມາຮ່ວມທ່ຽວຊົມ ແລະຊື້ ສິນຄ້າລາຄາຖືກ, ມີຄຸນນະພາບຈາກຜູ້ ຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະ ພັນ ແລະສິນຄ້າຄອບຄົວຕົວແບບໃນງານຄັ້ງນີ້ນຳດ້ວຍ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.