ຂໍຂອບໃຈນຳຜູ້ສະໜັບສະໜູນ

ຜູ້ໃຊ້Facebookຊື່ : ສົມເລັດ ໂພສາລາດ ໄດ້ອະທິບາຍກ່ຽວກັບ ສຽງວິພາກວິຈານຄ່າຟາກລົດບຸນວັດພູດັ່ງນີ້:

ຂ້າພະເຈົ້າຂໍອະນຸຍາດໄຂຂໍ້ຂ້ອງໃຈຜ່ານທາງ Facebook ກ່ຽວກັບຄ່າຝາກລົດບຸນວັດພູ 60.000ກີບ ແພງບໍ? ແລະເງິນນັ້ນເອົາໄປໃສ?

1. ຄ່າຝາກລົດ 60.000ຖ້າປະຕິບັດໄດ້3000ຄັນຈະໄດ້ເງິນສົດ 180.000.000ກີບ, ເງິນຈໍນວນດັ່ງກ່າວແມ່ນປະກອບເຂົ້າໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ອະນຸກໍາມະການຈັດງານ ແລະອາຫານງານລ້ຽງມື້ເປີດງານ ຈໍານວນ200.000.000ກີບ (ຖ້າເອົາສະເພາະເກັບຄ່າຝາກລົດຕິລົບ20.000.000ກີບ)ມີໃບມອບ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2.ເວທີກາງແລະ ການປະດັບປະດາເຄື່ອງແສງ ສີ ສຽງ ຈໍ LED ລູກພຸສໍາລັບຍິງຕອນເປີດງານ, ໄຟປະດັບ ທົ່ວງານພ້ອມຄ່າກະແສໄຟຟ້າ, ອັດຕາສິນລະປິນຮັບເຊີນລາວ-ໄທ ສະແດງ3ຄືນ ມູນຄ່າ 420.000.000ກີບ,ເງິນຈໍານວນດັ່ງກ່າວໄດ້ມາຈາກການປະກອບສ່ວນຂອງບໍລິສັດຫ້າງຮ້ານທີ່ມາປະກອບກິດໃນງານບຸນ.

ນອກນັ້ນ;ຍັງມີຄ່າເຊົ່າ,ຄ່າວັດຖຸອຸບປະກອນ,ຄ່າແຮງງານ,ຄ່າອາຫານລ້ຽງອ້າຍນ້ອງກໍາມະກອນລວມທັງທະຫານຕໍາຫລວດຈໍານວນນຶ່ງ, ຄ່າສິ່ງພິມໂຄສະນາ,ພິມບັດບົງ ແລະຄ່າບໍລິຫານຈັດການຕ່າງໆມູນຄ່າ380.000.000ກີບ.
ລວມທັງຫມົດ:1.000.000.000ກີບ

*ໃຜເປັນຜູ້ໄດ້ຮັບຜົນປະໂຫຍດໃນງານບຸນນະມັດສະການຜາສາດຫີນວັດພູ?

1.ລັດບໍ່ໄດ້ໃຊ້ເງິນງົບປະມານ 
2.ໄດ້ເຜີຍແຜ່ວັດທະນະທໍາ, ມໍລະດົກໂລກວັດພູໄດ້ມີພາບທີ່ສວຍງາມອອກສູ່ສາຍຕາຊາວໂລກຜູ້ມາທ່ຽວງານຫລາຍຂື້ນ

3.ໂຮງແຮມ,ເຮືອນພັກ,ຮ້ານອາຫານ,ລົດໂດຍສານ,ເຮືອບັກ ແລະທຸລະກິດອື່ນຕະຫລອດເຖິງປະຊາຊົນຜູ້ທຸກຍາກ ແລະດ້ອຍໂອກາດລ້ວນແຕ່ໄດ້ຮັບຜົນປະໂຫຍດພ້ອມທັງໄດ້ເຫັນໄດ້ຊົມຄວາມສວຍງາມແລະໄດ້ສັກກາລະບູຊາສິ່ງສັກສິດ

4.ກຸ່ມບໍລິສັດຍິ່ງໂຊກໄຊເປັນຜູ້ຮັບຜິດຊອບທັງຫມົດໃນການໃຊ້ຈ່າຍ ແລະບໍລິຫານຈັດການເອົາເອງ (ເນື້ອມັນຍາມມັນ)ໂດຍບໍ່ໄດ້ລວມເອົາເງິນອຸບປະຖັມຕ່າງໆທີ່ມາໃນໃນງານບຸນນະມັດສະການຜາສາດຫີນວັດພູປະຈໍປີ2019.

5.ທ່ານອາດຈະບໍ່ຮູ້ດອກວ່າການເກັບປີ້ຝາກລົດໃນລາຄາ60.000ກີບແມ່ນໄດ້ປະຕິບັດຜ່າມາ5ປີແລ້ວ,ນີ້ແມ່ນການລະດົມ ແລະປະກອບສ່ວນຕາມແຮງສັດທາ,ເມື່ອກ່ອນພວກເຮົາເກັບຄ່າຝາກລົດ30.000ກີບ+ຕິດປ້າຍວົງກົມ30.000ກີບ,ລວມເປັນ 60.000ກີບ. ເກັບຄ່າປີ້ເຂົ້າຊົມຢູ່ກົກຕານຄູ່ 5.000ກີບ.ດ້ວຍວ່າຢາກຫລຸດຜ່ອນບັນຫາລົດຕິດ ລັດຈິ່ງອະນຸຍາດໃຫ້ມາເກັບລວມກັນເປັນປີ້ຝາກລົດຢ່າງດຽວ ໂດຍບໍ່ຕິດປ້າຍວົງກົມ,ບໍ່ເກັບຄ່າປີ້ເຂົ້າຊົມ. ປະຈຸບັນລົດບໍ່ຕິດແລ້ວ! ນີ້ແມ່ນສ່ວນນຶ່ງໃນການຊີ້ນໍາໆພາອັນສະຫຼາດສ່ອງໃສຂອງພັກ ແລະລັດ ໃນການແກ້ໄຂບັນຫາ ແລະນໍາໄປສູ່ຄວາມຈະເລີນຮຸ່ງເຮືອງໃຫ້ທ່ວງທັນກັບຕ່າງປະເທດ.


ທີ່​ມາ: ສົມເລັດ ໂພສາລາດ

Hits: 59

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້