
ພາຍຫຼັງປິດໃຫ້ບໍລິການຊົ່ວຄາວໃນຊ່ວງຕົ້ນເດືອນ ກຸມພາ 2019 ເພື່ອສ້ອມແປງເສັ້ນທາງແລ່ນຂຶ້ນ-ລົງ ສະໜາມບິນອຸດົມໄຊ ເຊິ່ງຈະກັບມາເປີດໃຫ້ບໍລິການເປັນປົກກະຕິອີກຄັ້ງນັບແຕ່ວັນທີ 22 ກຸມພານີ້ເປັນຕົ້ນໄປຜູ້ໂດຍສານທີ່ຈະເດີນທາງໄປຍັງແຂວງດັ່ງກ່າວສາມາດຈ່ອງປີ້ໄດ້ທັງສາຍການບິນລາວ ແລະ ສາຍການບິນລາວເດີນອາກາດ.
ທ່ານ ສົມບູນ ດາວສະຫວັນ ຫົວໜ້າກອງສະໜາມບິນລາວ, ລັດວິສາຫະກິດການບິນລາວ, ກະ ຊວງໂຍທິການ ແລະ ຂົນສົ່ງ ກ່າວວ່າ: ອິງຕາມແຈ້ງການຂອງກົມການບິນພົນລະເຮືອນເລກທີ 0456/ກບພຮ ລົງວັນທີ 20 ກຸມພາ 2019 ອະນຸຍາດໃຫ້ສະໜາມບິນ ອຸດົມໄຊ ເປີດນຳໃຊ້ນັບແຕ່ວັນທີ 22 ກຸມພາ 2019 ເປັນຕົ້ນໄປ ພາຍຫຼັງທີ່ປິດສະໜາມບິນເພື່ອສ້ອມແປງທາງຂຶ້ນລົງນັບແຕ່ຕົ້ນເດືອນ ກຸມພາ 2019 ນີ້ເປັນເວລາ 10 ກວ່າວັນ ຕາມການແຈ້ງການສະບັບກ່ອນສະໜາມບິນແຫ່ງນີ້ມີກໍານົດປິດແຕ່ວັນທີ 1-28 ກຸມພາ 2019 ແຕ່ດ້ວຍສະພາບອາກາດອໍານວຍເຮັດໃຫ້ການສ້ອມແປງແມ່ນສໍາເລັດກ່ອນກໍານົດ ສາລັບການແຈ້ງປິດຊົ່ວຄາວເພື່ອການປັບປຸງກໍເພື່ອຮັບປະກັນທາງແລ່ນຂຶ້ນ-ລົງໃຫ້ມີຄວາມສະດວກຢູ່ໃນເກນມາດຖານທີ່ກຳນົດຂອງສະໜາມບິນ.

ສະໜາມບິນອຸດົມໄຊເປີດນຳໃຊ້ແຕ່ປີ 1996 ຜ່ານມາໄດ້ມີການປັບປຸງສ້ອມແປງທັງໝົດ 3 ຄັ້ງຄື: ໃນປີ 2014 ຕ້ອນຮັບອຸດົມໄຊເກມ, ປີ 2018 ແລະ ຕົ້ນເດືອນ ກຸມພາ ປີ 2019 ນີ້ ໃນແຕ່ລະວັນຈະມີສາຍການບິນແລ່ນມື້ລະ 2 ຖ້ຽວບິນ ປະກອບມີ: ສາຍການບິນ 2 ສາຍ ການບິນລາວ ແລະ ລາວເດີນອາກາດ ສຳລັບສາຍການບິນລາວເຊິ່ງມີຄວາມຈຸໄດ້ 70-80 ບ່ອນນັ່ງ, ລາວເດີນອາກາດ 45 ບ່ອນນັ່ງ ຫາກມີຜູ້ໂດຍສານຫຼາຍກໍ່ສາມາດເພີ່ມຖ້ຽວບິນໄດ້ ທ່ານ ສົມບູນ ດາວສະຫວັນ ກ່າວ.
ສະໜາມບິນອຸດົມໄຊເປັນສະໜາມບິນເກົ່າແກ່ອີກແຫ່ງໜຶ່ງຂອງ ສປປ ລາວ ເຊັ່ນດຽວກັບຫຼາຍສະໜມບິນແຂວງໃກ້ຄຽງເຊັ່ນ: ສະໜາມບິນບໍ່ແກ້ວ, ຫຼວງນ້ຳທາ ແລະ ສະໜາມບິນໜອງຄ້າງ ແຂວງຫົວ ພັນທີ່ກຳລັງມີການປັບປຸງກໍ່ສ້າງໃຫ້ເປັນສະໜາມບິນສາກົນທີ່ໃຫຍ່ສຸດໃນເຂດພາກເໜືອ ສະໜາມບິນທີ່ກ່າວມາຄາດວ່າຈະໃຫ້ສຳເລັດໃນປີ 2019 ນີ້.