ລັດຖະບານ​ຍີ່ປຸ່ນ​ສະ​ໜອງທຶນຊ່ວຍ​ເຫຼືອ​ລ້າໃຫ້ ສປປ ລາວ ມູນ​ຄ່າ 320.997 ໂດ​ລາ​ ເທົ່າກັບ 25,5 ຕື້ກວ່າກີບ ​​​ເຂົ້າໃນໂຄງການ​ຈັດ​ຕັ້ງ​ການ​ບໍລິການ​ດ້ານ​​ສຸຂະພາບ​ປາກ,​ ແຂ້ວ ໃນ 4 ແຂວງເຊັ່ນ: ​ແຂວງ​ວຽງຈັນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ ​ແລະ​ແຂວງ​ສະຫວັນ​ນະ​ເຂດ.

​ພິທີເຊັນ​ສັນຍາ​ໂຄ​ງການ​ຊ່ວຍ​ເຫຼືອ​ດັ່ງກ່າວແມ່ນໄດ້ຈັດຂຶ້ນ​ໃນ​ວັນ​ທີ 13 ກຸ​ມພາ 2019 ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າໂດຍ ທ່ານ ທາ​ເຄຊິ ຮິ​ຄິຮາ​ຣະ ​ເອກ​ອັກຄະຣາຊະ​ທູດ​ຍີ່ປຸ່ນ​ປະຈຳລາວ ​ແລະທ່ານ ທາ​ຄາ​ຊິ ມິ​ຢາ​ຕະ ຫົວໜ້າອົງການ​ຊ່ວຍ​ເຫຼືອ​ສາກົນທາງ​ດ້ານ​ການ​ສຶກສາ​ທັນ​ຕະກຳ​ແຫ່ງ​ປະ​ເທດ​ຍີ່​ປຸ່ນ,ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ​ພ້ອມດາແຂກພາກສ່ວນ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍເຂົ້າ​ຮ່ວມ​.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ປະ​ເທດ​ລາວ ​ເປັນ​ປະ​ເທດ​ດຽວ​ໃນ​ອາຊີຕາ​ເວັນ​ອອກສຽງ​ໃຕ້ທີ່​ບໍ່​ມີ​ລະບົບ​ສຳລັບ​ພະຍາບານ​ທັນ​ຕະກຳສະນັ້ນຈຶ່ງ​ມີການ​ຊ່ວຍ​ສົ່ງ​ເສີມກິດຈະກຳ​ການ​ບໍລິການ​ດ້ານ​ສຸຂະພາບ​ຜົ້ງ​ປາກ ​ແລະ​ແຂ້ວ ສຳລັບໂຄງການ​ຊ່ວຍ​ເຫຼືອ​ສາກົນທາງ​ດ້ານ​ການ​ສຶກສາ​ທັນ​ຕະກຳ​ແຫ່ງ​ປະ​ເທດ​ຍີ່​ປຸ່ນທີ່ໄດ້ມອບທຶນຊ່ວຍເຫຼືອລ້າຄັ້ງນີ້ຈຳນວນ​ 320.997 ໂດ​ລາ​ ເທົ່າກັບ 25,5 ຕື້ກວ່າກີບ ເພື່ອສ້າງຕັ້ງສູນຝຶກອົບຮົມສົ່ງເສີມສຸຂະພາບປາກ ແລະແຂ້ວໃນນະຄອນຫຼວງວຽງຈັນແລ້ວໃຫ້ໄປຝຶກອົບຮົມຖ່າຍທອດໃຫ້ຄວາມຮູ້ພະຍາບານທົ່ວໄປໃນ 4 ແຂວງເປົ້າໝາຍເຊັ່ນ: ​ແຂວງ​ວຽງຈັນ, ບໍລິ​ຄຳ​ໄຊ, ຄຳ​ມ່ວນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ ເພື່ອເປັນການຈັດ​ຕັ້ງການ​ບໍລິການເພື່ອສົ່ງເສີມ​ຊ່ວຍ​ຫຼຸດ​ຈຳນວນ​ການ​ຕິດ​ເຊື້ອ​ພະຍາດປາກ ແລະ ແຂ້ວໃນຂອບເຂດປະເທດ ​ ​ພ້ອມນັ້ນອົງການດັ່ງກ່າວ​ຍັງ​ໄດ້​ມອບ​ລົດ​ເມຂົນ​ສົ່ງໃນການຈັດ​ຝຶກ​ອົບຮົມ​ຕົວ​ຈິງກ່ຽວກັບ​ການ​ພະຍາບານ​ທົ່ວ​ໄປໃນບັນດາ 4 ​ແຂວງອີກດ້ວຍ.

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້