Apple ໄດ້ເປີດໂຕສິນຄ້າໃໝ່ປະຈຳປີ 2023 ເປັນທີ່ຮຽບຮ້ອຍ ໂດຍພາຍໃນງານໄດ້ເປີດໂຕສິນຄ້າ Apple Watch Series 9 ແລະ Apple Watch Ultra 2 ໂດຍມີ iPhone 15 Series ເປັນພະເອກຂອງງານ ເຊິ່ງເປີດໂຕມາພ້ອມກັນທັງໝົດ 4 ລຸ້ນຄື iPhone 15, iPhone 15 Plus, iPhone 15 Pro ແລະ iPhone 15 Pro Max ພ້ອມກັບບອກລາບ່ອນສາກແບບເກົ່າ Lightning ປ່ຽນມາໃຊ້ພອດ USB Type-C ແທນ.