Thursday, July 16, 2026
Kbank Laos โอน รับ จ่าย
-->

ລວມເຄື່ອງມື AI ສ້າງຮູບພາບ ທີ່ດີທີ່ສຸດໃນຕອນນີ້.

ຮູ້ບໍ່ວ່າ AI ສາມາດສ້າງຮູບພາບໄດ້ຢ່າງສຸດຍອດ! ດ້ວຍການນໍາໃຊ້ລະບົບສູດການຄິດໄລ່ຂັ້ນສູງ, ປັນຍາປະດິດຮູບແບບ AI ໄດ້ຮັບການຝຶກອົບຮົມກ່ຽວກັບຂໍ້ມູນຈໍານວນຫຼວງຫຼາຍເພື່ອເຂົ້າໃຈຮູບແບບ, ສີ ແລະ ຮູບແບບສະໄຕລ໌ຕ່າງໆຂອງຮູບ ເຊິ່ງມັນສາມາດຊ່ວຍໃຫ້ເຮົາຜະລິດສິລະປະຕົ້ນສະບັບ, ແກ້ໄຂຮູບພາບ, ຫຼືລວມໄປເຖິງສ້າງຮູບແຕ້ມພາຍໃນວິນາທີໃຫ້ເຮົາ. ເຊິ່ງປັດຈຸບັນກໍມີຫຼາຍເຄື່ອງມືໃຫ້ໃຊ້ຟຣີ ໂດຍເຮົາຈະລວມ ແລະ ຄັດເລືອກໂຕທີ່ຄົນໃຊ້ຫຼາຍມາໃຫ້ໄດ້ໄປລອງກັນ.

Image Creator ຈາກ Microsoft Designer

DALL-E 2 ຈາກ OpenAI

DreamStudio ຈາກ Stability AI

Dream ຈາກ WOMBO

Craiyon ຈາກ Craiyon

Bard ຈາກ Google

ບໍ່ວ່າເຈົ້າເປັນນັກສິລະປິນທີ່ຊອກຫາແຮງບັນດານໃຈ ຫຼືຢາກມ່ວນກັບສິລະປະດິຈິຕອນ, ການສ້າງຮູບພາບດ້ວຍ AI ເປັນວິທີທີ່ໜ້າສົນໃຈ ລອງເຂົ້າໄປສ້າງຜົນງານອັນໃດກໍໄດ້ ແລ້ວສົ່ງມາໃຫ້ເຮົາເບິ່ງແນ່ເດີ້.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.