ເທດສະການໜາກກ້ຽງຫວານວັງວຽງ ຈະຈັດໃນລະຫວ່າງວັນທີ 12-16 ກຸມພາ.

ແຂວງວຽວຈັນໂພສ໌ ໄດ້ໃຫ້ຮູ້ວ່າ: ງານເທດສະການໜາກກ້ຽງຫວານວັງວຽງ ແລະ ພິທີການເປີດປີທ່ອງທ່ຽວລາວ 2024 ຂອງແຂວງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ກຸມພາ 2024 ນີ້, ທີ່ເມືອງວັງວຽງ ແຂວງ ວຽງຈັນ ສະຖານທີ່ເດີ່ນບິນເກົ່າວັງວຽງ ເຊິ່ງກິດຈະກຳການທ່ອງທ່ຽວທີ່ຫຼາກຫຼາຍ ຕິດພັນກັບງານເທສະການໝາກກ້ຽງຫວານ.

ນອກຈາກນີ້, ຍັງຈະມີງານວາງສະແດງສິນຄ້າກະສິກຳ ຂອງບັນດາເມືອງຂອງແຂວງ ແລະ ພົບກັບບູດວາງສະແດງຂອງຜູ້ປະກອບການ ດ້ານການທ່ອງທ່ຽວ, ພົບກັບງານສະແດງສິລະປະທ້ອງຖິ່ນ ແລະ ຟ້ອນລາຍງ້າວທີ່ເປັນເອກະລັກ.

ທີ່ມາ: ແຂວງວຽງຈັນໂພສ໌ Vieng Chanh Posted

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.