ຖ້າເວົ້າເຖິງແທັບເລັດແມ່ນຕ້ອງໃຫຍ່ໄວ້ກ່ອນ ເຊິ່ງ Samsung ກໍໄດ້ເປີດໂຕແທັບເລັດໃໝ່ອອກມາ 2 ລຸ້ນຄື Samsung Galaxy Tab S9 FE ແລະ Samsung Galaxy Tab S9 FE+ ທີ່ມີຈຸດເດັ່ນເລື່ອງຂອງໜ້າຈໍທີ່ໃຫຍ່ເຖິງ 12,4 ນິ້ວ ແລະ ມີແບັດເຕີລີທີ່ມີຄວາມຈຸທີ່ສູງເຖິງ 10090mAh.

ສຳລັບສະເປັກເຄື່ອງ Samsung Galaxy Tab S9 FE+ ມີຈໍ LCD ຂະໜາດມາເຖິງ 12.4 ນິ້ວ ຄວາມລະອຽດ 2560 x 1600 ສ່ວນລຸ້ນທຳມະດາ Galaxy Tab S9 FE ໄດ້ຈໍ LCD ຂະໜາດຈໍ 10.9 ນິ້ວ ຄວາມລະອຽດ 2304 x 1440 ແລະ ຣີເຟດຊັນ 90Hz, ມາພ້ອມກັບມາດຕະຖານກັນນໍ້າ IP68 ທັງອຸປະກອນ ແລະ S Pen ຄືກັນກັບ Samsung Galaxy Tab S9 Series ວັດສະດຸແມ່ນ Full Metal.
ສ່ວນກ້ອງຂອງແຕ່ລະລຸ້ນ Galaxy Tab S9 FE ມີກ້ອງຫຼັງ 8MP ອັນດຽວ, ສ່ວນ Galaxy Tab S9 FE+ ມີສອງກ້ອງຄື: ກ້ອງຫຼັກ 8 MP ແລະ ກ້ອງຫຼັງ Ultrawide 8 MP ແລະ ກ້ອງ Selfie Ultrawide 12 MP.
ອຸປະກອນທັງສອງແມ່ນໃຊ້ຊິບດຽວກັນ, Exynos 1380, ມີ RAM ສູງເຖິງ 8GB ແລະ ຄວາມຈໍາ 128GB, ສ່ວນ Galaxy Tab S9 FE+ ມີແບັດເຕີລີ 10090mAh ທີ່ຮອງຮັບການສາກໄວ 45W, ແລະ Galaxy Tab S9 FE FE ຂະຫນາດໜ້ອຍກວ່າຢູ່ທີ່ 8000mAh ທີ່ຮອງຮັບການສາກໄວ 45W. ລໍາໂພງຄູ່ໂດຍ AKG ມີຄຸນນະພາບສຽງ Dolby Atmos.
ລາຄາທີ່ວາງຈໍາໜ່າຍຢູ່ປະເທດເພື່ອນບ້ານເຮົາຢູ່ປະມານ Galaxy Tab S9 FE Wi-Fi (6/128GB) 16.990 ບາດ, Galaxy Tab S9 FE 5G (6/128GB) 19.990 ບາດ, Galaxy Tab S9 FE+ Wi-Fi (8/128GB) 23.900 ບາດ, Galaxy Tab S9 FE+ 5G (8/128GB) 27.900 ບາດ ແຕ່ໜ້າເສຍດາຍທີ່ຍັງບໍ່ມີການປະກາດຂາຍໃນລາວເຮົາ.