Sunday, March 23, 2025

ຄູລາວຜູ້ທີ 5 ທີ່ໄດ້ຮັບລາງວັນສົມເດັດ ເຈົ້າຟ້າມະຫາຈັກກຣີ.

ເປັນອີກໜຶ່ງຄວາມພູມໃຈ ແລະ ກຽດຕິຍົດສູງສຸດ ທີ່ຄູລາວໄດ້ຮັບລາງວັນທີ່ເຊີດຊູກຽດ ຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພາກພື້ນເອເຊຍຕະເວັນອອກສ່ຽງໃຕ້ ເຊິ່ງລາງວັນນີ້ຈະສ້າງແຮງຈູງໃຈໃຫ້ກັບຄູໃນການສົ່ງເສີມການສຶກສາໃຫ້ແກ່ເດັກ ແລະ ເຍົາວະຊົນໃນລະດັບຕ່າງໆ.

ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລາງວັນເພື່ອຍົກຍ້ອງເຊີດຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພູມພາກເອເຊຍຕະເວັນອອກສ່ຽງໃຕ້ ລວມ 11 ປະເທດ: ບຣູໄນດາຣຸສະລາມ, ອິນໂດເນເຊຍ, ກໍາປູເຈຍ, ລາວ, ມາເລເຊຍ, ພະມ້າ, ຟີລິບປິນ, ສິງກະໂປ, ຕິມໍເລດ ສະເຕ, ຫວຽດນາມ ແລະ ໄທ. ປະເທດລະ 1 ຄົນ ລວມ 11 ລາງວັນ ຈຶ່ງຈະດຳເນີນການຄັດເລືອກຄຣູໃນທຸກ 2 ປີ ໂດຍຄະນະກຳມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈະສະເໜີກາບແນວຄິດ ແລະ ຄຸນລັກສະນະສະເພາະຂອງຜູ້ສົມຄວນໄດ້ຮັບພຣະລາຊະທານລາງວັນສົມເດັດ ເຈົ້າຟ້າມະຫາຈັກກຣີ ໄປຍັງກະຊວງ ສຶກສາທິການທັງ 11 ປະເທດ, ສ່ວນການກຳນົດເກນການຄັດເລືອກ ແລະ ກົນໄກໃຫ້ຂຶ້ນກັບການພິຈາລະນາຂອງແຕ່ລະປະເທດ.

ໃນປີນີ້ ຄູລາວທີ່ໄດ້ຮັບລາງວັນແມ່ນຄູ ກິມເຟືອງ ເຮືອງມະນີ ໂຮງຮຽນປະຖົມ ບ້ານເພຍໃໝ່ ເມືອງລະມານ ແຂວງເຊກອງ ພາກໃຕ້ຂອງລາວ ເຊິ່ງພິທີຮັບລາງວັນຈະຈັດຂຶ້ນເມື່ອວັນທີ 17 ຕຸລາ 2023 ທີ່ກຸງເທບມະຫານະຄອນ ປະເທດໄທ.

ສຳລັບຄູລາງວັນສົມເດັດເຈົ້າຟ້າມະຫາຈັກກຣີໃນສ່ວນຂອງ ສປປ ລາວ ທັງ 5 ຮຸ່ນ ຕັ້ງແຕ່ປີ 2015 ເຖິງ 2023 ມີດັ່ງນີ້:

  • ຄູ ຄໍາສອຍ ວົງສຳພັນ ປີ 2015 ຈາກນະຄອນຫຼວງວຽງຈັນ.
  • ຄູ ຄຸນວິໄລ ເຄນກິຕິສັກ ປີ 2017 ຈາກ ນະຄອນຫຼວງວຽງຈັນ. ✓
  • ຄູ ໂພສະນິດ ປັນຍາສະຫວັດ ປີ 2019 ຈາກ ນະຄອນຫຼວງພະບາງ.
  • ຄູ ແສງເພັດ ຄຸນປະເສີດ ປີ 2021 ຈາກ ແຂວງ ອຸດົມໄຊ.
  • ຄູ ກິມເຟືອງ ເຮືອງມະນີ ປີ 2023 ຈາກ ແຂວງເຊກອງ.

ນອກຈາກນັ້ນແລ້ວ ໃນໂອກາດທີ່ ສົມເດັດພຣະກະນິຖາທິລາດເຈົ້າ ກຣົມສົມເດັດພະເທບລັດຕະນະຣາຊະສຸດາ ສະຍາມ ບໍຣົມຣາຊະກຸມາລີ ທຣົງມີພະຊົນມາຍຸຄົບຮອບ 60 ພັນສາ ໃນປີ 2558 ສຳນັກງານເລຂາທິການຄຸຣຸສະພາ ກະຊວງສຶກສາທິການ ຮ່ວມກັບຜູ້ປະຕິບັດງານດ້ານການສຶກສາ ໄດ້ຂໍພະຣາຊະທານ ພະຣາຊານຸຍາດ ຈັດຕັ້ງລາງວັນລະດັບນານາຊາດນີ້ຂຶ້ນ ເພື່ອສະເຫຼີມພະກຽດ ພະປີຊາດ້ານການສຶກສາທີ່ທຣົງອຸທິດພະອົງເພື່ອສົ່ງເສີມການ ສຶກສາໃຫ້ແກ່ເດັກ ແລະ ເຍົາວະຊົນໃນລະດັບຕ່າງໆ ມາໂດຍຕະຫຼອດ ໂດຍສະເພາະເດັກເຍົາວະຊົນຜູ້ດ້ອຍໂອກາດໃນທ້ອງຖິ່ນຫ່າງໄກທົ່ວປະເທດ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່