ສ່ອງ 4 ແອັບຖ່າຍຮູບ ທີ່ນິຍົມທີ່ສຸດໃນເກົາຫຼີ

ດຽວນີ້ບໍ່ມີໃຜໃຊ້ກ້ອງສົດຂອງໂທລະສັບມາຖ່າຍຮູບ ຫຼື ເຊວຟີ ແລ້ວແມ່ນບໍ່? ຕອນນີ້ມີແອັບຖ່າຍຮູບອອກມາຫຼາກຫຼາຍໃຫ້ເລືອກ ແຕ່ປັນຫາແມ່ນມີຫຼາຍຈົນເລືອກບໍ່ໄດ້ເລີຍ, ດັ່ງນັ້ນ ເຮົາເລີຍກຽມ 5 ແອັບຖ່າຍຮູບທີ່ນິຍົມໃຊ້ໃນເກົາຫຼີ ມາໃຫ້ທຸກຄົນໄດ້ລອງໃຊ້ກັນເບິ່ງ ເພາະເກົາຫຼີຂຶ້ນຊື່ເລື່ອງຂອງຄວາມງາມ ຮັບຮອງວ່າຕ້ອງພາກັນມັກແອັບເຫຼົ່ານີ້ແນ່ນອນ.

Snow

ແອັບ Snow ຖືເປັນແອັບເຊວຟີຂອງສາວໆຫຼາຍໆຄົນກໍວ່າໄດ້ ແອັບນີີ້ດັງຈາການມີຟັງຊັນປັບຈຸດທີ່ເປັນເທິງໃບໜ້າຢ່າງເປັນທຳມະຊາດ ແລະ ສິ່ງທີ່ເຮັດໃຫ້ແອັບນີ້ດັງຍິ່ງຂຶ້ນຄື ການນໍາໃຊ້ຟີເຈີ AI ເອົາໜ້າເຮົາໄປເຮັດເປັນຮູບໂປຟາຍເກົາຫຼີ.

B612

ແອັບນີ້ເປີດໂຕພ້ອມກັບ Snow ແລະ ໄດ້ຮັບລາງວັນຊະນະເລີດ Ref Dot Award ໃນປີ 2015 ຈາກຟັງຊັນການແຕ່ງໜ້າທີ່ເປັນທຳມະຊາດ ແລະ ສະຕິກເກີ້ໃນນັ້ນ, ນອກຈາກນີ້ ຍັງມີ Custome mode ທີ່ສາມາດແຕ່ງໄດ້ເອງໃຫ້ເໝາະສົມກັບໃບໜ້າຂອງເຮົາອີກດ້ວຍ.

Soda

ແອັບນີ້ເນັ້ນຄວາມທຳມະດາ ແລະ ສະອາດຕາ ໃນແອັບມີຟິວເຕີທີ່ເບິ່ງແລ້ວສະບາຍຕາ ແລະ ສົດຊື່ນຫຼາຍອັນ ເໝາະສຳລັບຄົນທີ່ມັກແຕ່ງຮູບພາບໃຫ້ເປັນທຳມະຊາດ.

Ulike

ແອັບນີ້ມີຂໍ້ດີຄືສາມາດປັບຮູບໜ້າໄດ້ຕາມທີ່ຕ້ອງການໂດຍບໍ່ຈຳເປັນຕ້ອງໄປໄສຍະກຳ, ນອກຈາກນີ້ ຍັງມີບາງຄັ້ງທີ່ບໍ່ຮູ້ຈະໂພສທ່າຫຍັງ ໃນແອັບເພິ່ນມີທ່າແນະນຳໃຫ້ກວ່າ 200 ທ່າໃນການຖ່າຍຮູບ ແລະ ແອັບ Ulike ມີຟິວເຕີແຕ່ງໜ້າໃຫ້່ຫຼາຍເຖິງ 80 ກວ່າອັນ ເຊິ່ງເໝາະກັບມື້ທີ່ເຮົາຖ່າຍຮູບແບບໜ້າສົດບໍ່ໄດ້ແຕ່ງໜ້າຫຍັງ.

ຕາມທີ່ເຫັນເລີຍວ່າ ແອັບຈະຄ້າຍໆກັນແຕ່ຕ່າງກັນໜ້ອຍດຽວ ແອັບ Snow ມີສີທີ່ສົດທີ່ສຸດ ໃນຂະນະທີ່ B612 ມີຄວາມອີ່ມໂຕຂອງສີທີ່ໜ້ອຍກວ່າ ແລະ ມີແອັບເຟັກທີ່ເຮັດໃຫ້ໜ້າມົວພ້ອມ, ສ່ວນແອັບ Soda ມີໂທນສີອອກສີບົວໆ, ສີມີຄວາມອີ່ມຕົວສູງ ເຮັດໃຫ້ເບິ່ງໜ້າຮັກ ແລະ ສຸດທ້າຍ Ulike ຈະມີສີທີ່ໂອເຄທີ່ສຸດຈາກທຸກແອັບເລີຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...