Travel

ຄຶກຄັກ! ນັກທ່ອງທ່ຽວຈາກ 66 ສັນຊາດ ແຈ້ງເຂົ້າຜ່ານດ່ານພູເກືອ

ໃນຜ່ານມາກຳລັງ ຕມ ໄດ້ເອົາໃຈໃສ່ເຮັດໜ້າທີ່ໃນການອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຂອງຊາວຕ່າງປະເທດກໍຄືນັກທ່ອງທ່ຽວ, ຜູ້ໂດຍສານຜ່ານປະຕູດ່ານສາກົນພູເກືອຊຶ່ງໄດ້ມີການຈັດຕັ້ງປະຕິບັດຕາມກົດໝາຍຄຸ້ມຄອງຂອງຄົນເຂົ້າ-ອອກເມືອງສາມາດຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມປອດໄພໃນການເຂົ້າ-ອອກເປັນປົກກະຕິ ແລະຕໍ່ເນື່ອງໃນລະດັບທີ່ແນ່ນອນ. ທ່ານ ພັຕ ຕຸນຄຳ ສຸດທະວົງ ຫົວໜ້າກຳລັງ ຕມ ດ່ານສາກົນພູເກືອ ແຂວງອັດຕະປືຊີ້ແຈ້ງໃຫ້ຮູ້ວ່າ: ໃນ 9 ເດືອນ...

ງາມຄັກ!!! ຕາດຄູ່ ທີ່ເນລະມິດຈາກຫ້ວຍໝາກຈັນ ບ້ານ​ອຸປະຊາ ເມືອງປາກຊ່ອງ ແຂວງ​​ຈໍາ​ປາ​ສັກ

ມີ​ສອງ​ເສັ້ນທາງ​ໄປ​ຫາ​ສະຖານ ທີ່​ທ່ອງ​ທ່ຽວ​ນີ້​ຄື​​ໜ່ຶງ​ຈາກ​ແຂວງ​ເຊ​ກອງ​ມຸ່ງ​ໜ້າ​ສູ່​ບ້ານ​ຫລັກ 52 ເມືອງ​ໄຊ​ເສດ​ຖາ ແຂວງ​ອັດ​ຕະ​​ປື​ ແລ້ວ​ລ້ຽວ​ຂວາ​ໄປ​ກວ່າ 50 ກິໂລແມັດ ແລະ ອີກ​ເສັ້ນທາງ​ໜຶ່ງຈາກ​ນະ ຄອນປາກ​ເຊ​ ສູ່​ເມືອງ​ປາກ​ຊ່ອງ ເຊິ່ງ​ຈະ​ມີ 3 ເສັ້ນ​ຄື​ເສັ້ນທາງ​ຊ້າຍ​ໄປ​ແຂວງ​ເຊ​ກອງ. ສ່ວນ​ເສັ້ນທາງ​ຂວາ​ກະ​ບໍ່​ຮູ້​ວ່າ​ໄປ​ເຖິງ​ເຂດ​ໃດ ແລະ ເສັ້ນ​ກາງ​ມຸ່ງ​ໜ້າ​ໄປ​ສູ່​ຫ້ວຍ​ກອງ​ອອກ​ສູ່​ບ້ານ​ຫລັກ...

5 ນະຄອນ ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ຮ່ວມ​ເປັນ​ໜຶ່ງ​ດຽວໃນ​ການ​ເຊື່ອມ​ໂຍງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ

ນະຄອນຫຼວງ​ວຽງ​ຈັນ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ທ່ອງ​ທ່ຽວ​ບັນດາ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ຄັ້ງ​ທີ 5 ຂຶ້ນ​ວັນ​ທີ 14 ຕຸລາ 2019 ທີ່ ໂຮງແຮມ​ແມ່​ຂອງ​ລີ​ເວີ​ໄຊ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ...

ຮ່ວມມືສ້າງຄວາມສະດວກໃຫ້ນັກທ່ອງທ່ຽວຈີນ

ພິ­ທີ​ເປີດ​ການ​ບໍ­ລິ­ການ​ຮັບ​ຊຳ­ລະ QR Code Union Pay ຄັ້ງ​ທຳ​ອິດ​ໃນ​ລາວ ລະ­ຫວ່າງ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ (BCEL) ແລະ Union Pay International (UPI) ຈັດ​ຂຶ້ນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ສອນ​ໄຊ ສິດ​ພະ​ໄຊ...

ກະຊວງ ຖວທ​ ຄັດເລືອກ​ ເອື້ອຍຖີ ອ້າຍສົມປອງເຊື່ອມໂຍງການທ່ອງທ່ຽວວັດທະນະທຳ ໄທ-​​​​ ອາຊຽນໃນແຄມເປນ​ “Experiencing ASEAN POP Culture”

ກະຊວງຖະແຫຼງຂ່າວ​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ) ໄດ້ໃຫ້ກຽດເຂົ້າຮ່ວມສົ່ງ​ເສີມ​ກິດຈະກຳ​ ການເຮັດ​ Workshop​ ປະດິດ​ໜ້າກາກທີ່ເຮັດດ້ວຍວັດຖຸດິບຫາງ່າຍໃນທ້ອງຖິ່ນ ແລະ​ ຈັດການສະແດງໜ້າກາກ ທີ່​ ສານເຈົ້າພໍ່ພະຍາແກ້ວ ອຳເພີ ຊຽງຂອງ ຈັງຫວັດ​ ຊຽງລາຍ ເພື່ອຖ່າຍທອດເລື່ອງລາວຂອງຫຸ່ນກະບອກຈາກຮຸ່ນສູ່ຮຸ່ນ​ ຜ່ານຄະນະນັກສະແດງຫຸ່ນກະບອກຂອງ​ ປະເທດລາວ​

ມະຫັດສະຈັນ “ຜາທໍ່ໜໍ່ຄໍາ” ແຫ່ງທ່ອງທ່ຽວອັນສວຍງາມຂອງຊາວເມືອງເຟືອງ ແຂວງວຽງຈັນ

ຜາທໍ່ໜໍ່ຄໍາຖືວ່າເປັນອີກສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແຫ່ງໜຶ່ງທີ່ມີທິວທັດທໍາມະຊາດອ້ອມຂ້າງສວຍ ງາມເຕັມໄປດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ຂຽວສົດໃສນາໆຊະນິດປົກຄຸມພື້ນທີ່, ຕົວຜາມີລັກສະນະແປກປະຫຼາດບໍ່ເໝືອນບ່ອນອື່ນ, ນັບວ່າເປັນແຫຼ່ງທ່ອງທ່ຽວທີ່ມະຫັດສະຈັນ, ລຶກລັບໜ້າຄົ້ນຫາ. ແຫຼ່ງທ່ອງທ່ຽວທີ່ວ່ານີ້ຕັ້ງຢູ່ ບ້ານນາທົ່ວ ເມືອງເຟືອງ ແຂວງ ວຽງຈັນ, ຫ່າງຈາກເທສະບານເມືອງປະມານ 3,5 ກິໂລແມັດ,ການເຂົ້າຫາສະຖານທີ່ທ່ອງທ່ຽວແມ່ນເດີນທາງດ້ວຍລົດ ຫຼື ຍ່າງ, ຜານີ້ຢູ່ຮ່ວມລະຫວ່າງຜາສອງອັນຕິດກັນເປັນຊັບສົມບັດອັນລ້ຳຄ່າ, ລຶກລັບ,...

​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ພິ­ທີ​ປິດ​ຊຸດ​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດ ຄັ້ງ​ທີ 26 ຈັດ​ຂຶ້ນ​ທີ່​ສະ​ຖາ​ບັນ​ວິ­ທະ­ຍາ­ສາດ​ສັງ­ຄົມ​ແຫ່ງ​ຊາດ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ​ຖະ​ມົນຕີ​ກະ­ຊວງ​ຖະ­ແຫຼງ​ຂ່າ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ມີ​ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຂະ­ແໜງ­ການ​ກ່ຽວ­ຂ້ອງ. ທ່ານ​ນາງ ດາ​ລະ​ນີ ພົມ​ມະ​ວົງ­ສາ ຮອງ​ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ...

ທ່ອງທ່ຽວຝ່າວິກິດ ພິຊິດຄ່າເງິນກີບລາວ

ບົດຄງາມນີ້, ແມ່ນຄັດຕໍ່ມາຈາກເພຈ "AeroLaos" ເພື່ອໃຫ້ທາງ ສະມາຊິກ ອິນໄຊລາວ ໄດ້ບໍລິໂພກຂໍ້ມູນດີໆນຳກັນ. ປັດຈຸບັນຄ່າເງິນກີບອ່ອນຄ່າລົງ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ເຮົາຈະມາຮ່ວມແຮງຮ່ວມໃຈກັນຝ່າວິກິດຄ່າເງິນອ່ອນໄດ້ແນວໃດ? 1. ເຊີນຊວນຄົນລາວທ່ອງທ່ຽວໃນເມືອງລາວໃຫ້ຫຼາຍຂຶ້ນ ເພື່ອຫຼຸດການທ່ອງທ່ຽວຕ່າງປະເທດ ທີ່ເປັນສາເຫດໃຫ້ເງິນຕາໃນປະເທດອອກນອກປະເທດ. 2. ເພິ່ມຈຳນວນນັກທ່ອງທ່ຽວຕ່າງປະເທດໃຫ້ມາທ່ຽວລາວຫຼາຍຂຶ້ນ...