Sunday, February 16, 2025

ຮ່ວມມືສ້າງຄວາມສະດວກໃຫ້ນັກທ່ອງທ່ຽວຈີນ

ພິ­ທີ​ເປີດ​ການ​ບໍ­ລິ­ການ​ຮັບ​ຊຳ­ລະ QR Code Union Pay ຄັ້ງ​ທຳ​ອິດ​ໃນ​ລາວ ລະ­ຫວ່າງ​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ (BCEL) ແລະ Union Pay International (UPI) ຈັດ​ຂຶ້ນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ທ່ານ ພູ​ຂົງ ຈັນ­ທະ​ຈັກ ຜູ້­ອຳ­ນວຍ­ການ​ໃຫຍ່ BCEL ທ່ານ ວິນ​ເຊັນ ລິງ ຮອງ​ຜູ້­ອຳ­ນວຍ­ການ​ໃຫຍ່ UPI ປະ­ຈຳ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

BCEL ແລະ UPI ໄດ້​ຮ່ວມ​ມື​ທຸ­ລະ​ກິດ​ນຳ​ກັນ​ມາ​ຫຼາຍ​ກວ່າ 10 ປີ ເລີ່ມ​ຈາກ​ການ​ຮ່ວມ​ມື​ອອກ​ບັດ​ເອ​ທີ​ເອັມ Union Pay ບັດ​ນັກ​ສຶກ​ສາ ບັດ​ເຄຣ​ດິດ Union Pay ໂຄຣ​ແບນ ກ້າວ​ເຖິງ​ການ​ອັບ​ເດດ​ຕູ້​ເອ​ທີ​ເອັມ​ໃຫ້​ສາ­ມາດ​ຮັບ​ບໍ­ລິ­ການ​ບັດ​ຊິບ Union Pay ແລະ ການ​ອັບ​ເດດ​ເຄື່ອງ­ຮັບ​ບັດ​ໃຫ້​ສາ­ມາດ​ຮັບ Union Pay ໃນ​ທົ່ວ​ປະ­ເທດ.

ເພື່ອ​ສືບ­ຕໍ່​ພັດ­ທະ­ນາ​ການ​ບໍ­ລິ­ການ ໃຫ້​ຮອງ​ຮັບ​ກັບ​ການ​ຂະ­ຫຍາຍ­ຕົວ​ຂອງ​ເຕັກ​ໂນ​ໂລ​ຊີ​ທາງ​ການ​ເງິນ ໃຫ້​ຂະ­ຫຍາຍ­ຕົວ​ນັບ​ມື້​ນັບ​ສູງ​ຂຶ້ນ ຈຶ່ງ​ໄດ້​ຮ່ວມ​ມື​ກັນ​ໃຫ້­ການ​ບໍ­ລິ­ການ​ຮັບ​ຊຳ­ລະ​ສະ​ສາງ​ດ້ວຍ QR Code Union Pay ເປັນ​ຄັ້ງ​ທຳ​ອິດ​ຂຶ້ນ​ໃນ​ລາວ BCEL ເປັນ​ທະ­ນາ­ຄານ​ທຳ​ອິດ​ທີ່​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ການ​ຊຳ­ລະ​ເງິນ​ດ້ວຍ QR Code ເຊິ່ງ​ໄດ້​ຮັບ​ຄວາມ​ນິ­ຍົມ​ຫຼາຍ​ທົ່ວ​ປະ­ເທດ ສຳ­ລັບ App One Pay UPI ເປັນ​ຜູ້​ໃຫ້​ບໍ­ລິ­ການ​ທຳ​ອິດ​ທີ່​ເປີດ​ໃຫ້​ບໍ­ລິ­ການ​ຊຳ­ລະ​ສະ​ສາງ​ດ້ວຍ QR Code ໃນ​ບັນ­ດາ​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້.

ປັດ­ຈຸ­ບັນ​ຜູ້​ໃຊ້​ແອັບ​ມື​ຖື Union Pay ສາ­ມາດ​ໃຊ້​ບໍ­ລິ­ການ​ຊຳ­ລະ​ຜ່ານ​ມື​ຖື​ໄດ້​ຫຼາຍ​ກວ່າ 11 ລ້ານ​ຮ້ານ​ຄ້າ​ຢູ່​ຈີນ ແລະ ອີກ 32 ປະ­ເທດ ເພື່ອ​ນຳ​ມາດ­ຕະ­ຖານ​ສາ­ກົນ​ມາ​ໃຊ້​ໃຫ້​ເກີດ​ປະໂຫຍດ​ຮ່ວມ​ກັນ ຍົກ​ລະ­ດັບ​ການ​ບໍ­ລິ­ການ​ຊຳ­ລະ​ສະ​ສາງ​ລະ­ຫວ່າງ​ປະ­ເທດ ດ້ວຍ​ລະ­ບົບ​ທັນ​ສະ­ໄໝ ເຮັດ​ໃຫ້ການ​ພັດ­ທະ­ນາ​ການ​ເຊື່ອມ​ໂຍງ​ລະ­ບົບ​ການ​ເງິນ ລາວ-ຈີນ ງ່າຍ ວ່ອງ­ໄວ ເພີ່ມ​ຊ່ອງ​ທາງ​ການ​ຊຳ­ລະ​ເງິນ​ທີ່​ສະ­ດວກປອດ​ໄພ ຕົ້ນ​ທຶນ​ທີ່​ຕ່ຳ ແລະ ສາ­ມາດ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ລູກ​ຄ້າ ໂດຍ​ສະ­ເພາະກຸ່ມ​ທີ່​ນຳ​ໃຊ້ Union Pay QR ເຊິ່ງ​ຮ້ານ​ຄ້າ​ສະ­ມາ­ຊິກ QR Code ຂອງ BCEL ນອກ­ຈາກ​ຈະ​ສາ­ມາດ​ຮັບ​ບໍ­ລິ­ການ​ຊຳ­ລະ​ສະ​ສາງ​ຈາກ BCEL One Pay ແລ້ວ ຍັງ​ສາ­ມາດ​ຮັບ​ຊຳ­ລະ​ສະ​ສາງ​ຈາກ​ລູກ​ຄ້າ​ຈີນ​ທີ່​ມີ​ແອັບ​ມື​ຖື Union Pay ໄດ້​ອີກ​ດ້ວຍ.

ການ​ຮ່ວມ​ມື​ຄັ້ງ​ນີ້​ ເປັນ​ອີກ​ບາດ­ກ້າວ​ໜຶ່ງ​ທີ່​ສຳ­ຄັນ​ໃນ​ການ​ຊ່ວຍ​ຊຸກ­ຍູ້​ຮ້ານ​ຄ້າ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆ​ໃນ​ລາວ ສາ­ມາດ​ດຶງ​ເອົາ​ການ​ຈັບ​ຈ່າຍ​ໃຊ້​ສອຍ​ຈາກ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເຂົ້າ​ມາ​ທ່ອງ​ທ່ຽວ​ລາວ​ໄດ້​ດີ​ຍິ່ງ​ຂຶ້ນ ຍ້ອນ​ມີ​ຊ່ອງ​ທາງ​ການ​ຊຳ­ລະ​ທີ່​ສະ­ດວກ ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ຮ້ານ​ຄ້າ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ຕ່າງໆ​ສາ­ມາດ​ຮັບ​ຊຳ­ລະ​ດ້ວຍ​ລະ­ບົບ​ທັນ​ສະ­ໄໝ ແລະ ມີ​ກຸ່ມ​ລູກ​ຄ້າ​ກວ້າງ­ຂວາງ ສາ­ມາດ​ເພີ່ມ​ຍອດ​ຂາຍ ສົ່ງ­ເສີມ​ການ​ຄ້າ ແລະ ສະ­ໜັບ­ສະ­ໜູນ​ການ​ຊຳ­ລະ​ເງິນ​ລະ­ຫວ່າງ​ສອງ​ປະ­ເທດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.