Sunday, November 9, 2025
Kbank Laos โอน รับ จ่าย

ຫົວໜ້າກົມສື່ສານ ເນັ້ນໃຫ້ໂຮງຮຽນສື່ສານ 205 ສ້າງນັກວິຊາສະເພາະສື່ສານໃຫ້ມີຄຸນນະພາບ

ໃນໂອກາດທີ່ເຂົ້າຮ່ວມພິທີເປີດ ສົກຮຽນໃໝ່ຂອງໂຮງຮຽນເຫຼົ່າ ຮົບສື່ສານ 205 ສົກຮຽນປີ 2019- 2020, ເຊິ່ງຈັດຂຶ້ນຢູ່ໂຮງຮຽນດັ່ງກ່າວ. ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມ ສື່ສານກົມໃຫຍ່ເສນາ ທິການກອງ ທັບ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະອຳນວຍການໂຮງຮຽນຍົກສູງຄວາມຮັບຜິດ ຊອບໃນໜ້າທີ່ວຽກງານໃຫ້ສູງ ຂຶ້ນຖືເອົາການຊີ້ນໍານໍາພາໂຮງ ຮຽນເຫຼົ່າຮົບສື່ສານໄປຕາມທິດຊີ້ນຳຂອງກະຊວງປ້ອງກັນປະ ເທດ ແລະ ແຜນຍຸດທະສາດຂອງ ເຫຼົ່າຮົບເພື່ອປັບປຸງຕົນເອງໃຫ້ແທດເໝາະກັບສະພາບຕົວຈິງ ຂອງປະເທດເຮົາ, ຕັ້ງໜ້ານຳພາ, ເສີມຂະຫຍາຍມູນເຊື້ອອັນດີງາມ ໃນການຈັດຕັ້ງປະຕິບັດແຜນ ການອົບຮົມ ແລະ ກໍ່ສ້າງໃຫ້ໄດ້ນັກວິຊາສະເພາະສື່ສານທີ່ມີຄຸນນະພາບສູງ.

ສະຫາຍຫົວໜ້າກົມສື່ສານ ກ່າວຕື່ມວ່າ:

ຢາກເຮັດໄດ້ຄືແນວ ນັ້ນບັນຫາສຳຄັນຕ້ອງເປັນເຈົ້າການປັບປຸງຫຼັກສູດການຮຽນ, ວິທີການສອນໃຫ້ມີຄວາມທັນສະໄໝ ແລະ ຫຼາກຫຼາຍແທດ ເຖິງຕົວຈິງນັກຮຽນແຕ່ລະລະບົບເອົາໃຈໃສ່ສຶກສາອົບຮົມດ້ານລະບຽບກົດ ໝາຍຂອງລັດ, ຂໍ້ກຳນົດກົດລະບຽບ, ກົດໝາຍຂອງກອງທັບ, ຂໍ້ກໍານົດຂອງໂຮງຮຽນໃຫ້ນາຍ ແລະ ພົນທະ ຫານມີຄວາມ ເຊື່ອມຊຶມເລິກເຊິ່ງ, ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຂັ້ມງວດ, ປັບປຸງແບບແຜນວິທີເຮັດ ວຽກ, ລົງເລິກໃກ້ຊິດຕິດແທດ ກັບບັນດາຂະແໜງການ.

ໂດຍສະເພາະແມ່ນຂະແໜງອົບຮົມ ທີ່ເປັນວຽກໃຈກາງຂອງໂຮງຮຽນ, ຈັດຕັ້ງສະຫຼຸບຖອດຖອນບົດຮຽນໃຫ້ເປັນປົກກະຕິ ແລະ ມີແຜນການສ້າງຖັນແຖວພະນັກ ງານຄູສອນອາຈານຢ່າງເປັນລະບົບຕໍ່ເນື່ອງ ສ່ວນຄູອາຈານ ຕ້ອງສືບຕໍ່ຄົ້ນຄວ້າຮໍ່າຮຽນຕື່ມ, ຊອກຮູ້ເພີ່ມເຕີ່ມວິຊາສະເພາະທີ່ຕົນຮຽນມາ, ທັງມີຄວາມຮັບຜິດຊອບໃຫ້ເລິກເຊິ່ງຕໍ່ໜ້າທີ່ການສິດ ສອນ,ມີຄວາມຊໍານິຊໍານານໃນການສົ່ງຄວາມຮູ້ໃຫ້ນັກຮຽນໃນ ແຕ່ລະດ້ານ, ຄູຍາມໃດກໍຕ້ອງເປັນແມ່ພິມ, ເປັນຕົ້ນສະບັບ, ເປັນດວງວິນຍານ, ເປັນສີສັນອັນ ຈົບງາມ ແລະອຸທິດຕົນເຂົ້າໃນການກໍ່ສ້າງພະນັກງານວິຊາສະເພາະຮຸ່ນສືບທອດໃຫ້ເຫຼົ່າຮົບສື່ ສານ ແລະ ກອງທັບ, ກໍາແໜ້ນການຈັດຕັ້ງປະຕິບັດແຜນ ການອົບຮົມກໍ່ສ້າງແຕ່ລະເປົ້າໝາຍ ຂອງເຫຼົ່າຮົບສື່ສານກໍ່ຄືໂຮງຮຽນ ວາງອອກ ແລະ ມີແຜນການຍົກລະດັບຄວາມຮູ້ຄວາມສາມາດ ຂອງຄູໃຫ້ເປັນລະບົບ.

ສະຫາຍ ຫົວໜ້າກົມສື່ສານ ຍັງກ່າວຕື່ມອີກວ່າ:

ສຳລັບນັກຮຽນແມ່ນຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການຕໍ່ການເຝິກຝົນຫຼໍ່ຫຼອມຕົນເອງ,ເອົາໃຈໃສ່ຄົ້ນຄວ້າຮ່ໍາຮຽນໃຫ້ກາຍເປັນນັກ ສຶກສາດີເດັ່ນ, ກໍາແຫນ້ນທິດສະດີ, ຫຼັກການເພື່ອນໍາໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງໃຫ້ປາກົດຜົນເປັນຈິງ ພາຍຫຼັງຮຽນຈົບ ແລະ ເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບເວົ້າ ລວມ, ເວົ້າສະເພາະ ຂໍ້ກໍານົດ, ກົດລະບຽບທີ່ໂຮງຮຽນວາງ ອອກໃຫ້ເຂັ້ມງວດ.

ສຳລັບເນື້ອໃນຫຼັກສູດອົບຮົມກໍ່ສ້າງ ແລະ ບຳລຸງປະກອບມີ:

ໂຄງການກໍ່ສ້າງນາຍຮ້ອຍເຕັກນິກສື່ສານຊັ້ນກາງລະບົບ 3 ປີ ຈໍານວນ 40 ສະຫາຍ, ໂຄງການ ກໍ່ສ້າງນາຍສິບໂທລະເລກ ລະ ບົບ 1 ປີ ຈໍານວນ 80 ສະຫາຍ, ໂຄງການກໍ່ສ້າງນາຍສິບໂທລະ ລົມ ລະບົບ 1 ປີ ຈໍານວນ 30 ສະ ຫາຍ, ໂຄງການກໍ່ສ້າງນາຍສິບ ໂທລະສັບຊັ້ນຕົ້ນ ລະບົບ 1 ປີ ຈໍາ ນວນ 30 ສະຫາຍ, ໂຄງການກໍ່ ສ້າງນາຍສິບໄຟຟ້າຊັ້ນຕົ້ນລະ ບົບ 1 ປີ ຈໍານວນ 30 ສະຫາຍ ແລະ ບຳລຸງບັນຊາ-ເສນາສື່ສານ ຊຸດທີ 6 ລະບົບ 6 ເດືອນ ຈຳນວນ 30 ສະຫາຍ.

ແຫຼ່ງຂໍ້ມູນ: ໂດຍ: ນ. ຈ໋ອຍ ເພັດດາວອນ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.