ຂໍຂອບໃຈນຳຜູ້ສະໜັບສະໜູນ

ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຮ່ວມ​ກັບ​ບໍ­ລິ­ສັດ ເວີນ​ຟອງ​ໃໝ່​ຮັກ­ສາ​ພືດ​ກະ­ສິ­ກຳ ຈຳ­ກັດ ຈັດ​ສຳ​ມະ​ນາ​ເຜີຍ­ແຜ່ ແລະ ສາ­ທິດ​ການ​ນຳ​ໃຊ້​ໂດຣນ ໃນ​ວຽກ​ງານ​ກະ­ສິ­ກຳ ຂຶ້ນ​ ຢູ່​ພະ​ແນກ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ວາດ​ສະ­ໜາ ສີ​ຈະ­ເລີນ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ທ່ານ ສີ­ສະ​ຫວັດ ສິນ​ທະ­ວີ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ທ່ານ ຫວັງ​ຕົ້ງ ປະ­ທານ​ບໍ­ລິ­ສັດ ເວີນ​ຟອງ​ໃໝ່ ຮັກ­ສາ​ພືດ​ກະ­ສິ­ກຳ ຈຳ­ກັດ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ວາດ​ສະ­ໜາ ສີ​ຈະ­ເລີນ ກ່າວ​ວ່າ:

ການ​ສາ­ທິດ​ພົ່ນ​ຢາ​ຂ້າ​ຫຍ້າ​ດ້ວຍ​ການ​ນ້ຳ​ໃຊ້​ໂດຣນ ສາ­ມາດ​ພົ່ນ​ຢາ​ຂ້າ​ຫຍ້າ​ໄດ້​ເນື້ອ­ທີ່​ກວ້າງ​ໃນ​ເວ­ລາ​ສັ້ນ ເຊິ່ງ​ຕິດ​ພັນ​ກັບ​ການ​ຫັນ­ປ່ຽນ​ໄຮ່­ນາ​ນ້ອຍ​ເປັນ​ໄຮ່­ນາ​ໃຫຍ່ ທີ່​ນອນ​ໃນ​ແຜນ​ງານ​ການ​ຄ້ຳ­ປະ­ກັນ​ສະ­ບຽງ​ອາ­ຫານ ແລະ ຜະ­ລິດ​ເປັນ​ສິນ­ຄ້າ​ລະ­ດັບ​ຊາດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຈຸດ­ປະ­ສົງ​ເພື່ອ​ເລັ່ງ​ໃສ່​ໃຫ້­ການ​ປູກ​ເຂົ້າ​ດ້ວຍ​ວິ­ທີ​ການ​ນຳ​ໃຊ້​ເຄື່ອງ­ມື​ທີ່​ທັນ​ສະ­ໄໝ ໃນ​ການ​ຜະ­ລິດ​ພົ່ນ​ຢາ​ກຳ­ຈັດ​ແມງ­ໄມ້ ສັດ­ຕູ​ພືດ ແລະ ຢາ​ຂ້າ​ຫຍ້າ​ທີ່​ທັນ​ສະ­ໄໝ ແລະ ສາ­ທິດ​ເຕັກ­ນິກ​ການ​ນຳ​ໃຊ້​ໃນ​ວຽກ​ງານ​ກະ­ສິ­ກຳ ໂດຍ​ສະ­ເພາະ ເຂົ້າ ພືດ​ພັນ​ທັນ​ຍາ​ຫານ​ຊະ­ນິດ​ຕ່າງໆ.

ການ​ສາ­ທິດ​ນຳ​ໃຊ້​ໂດຣນ ພົ່ນ​ຢາ​ຂ້າ​ຫຍ້າ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ມີ​ຄວາມ​ສະ­ດວກ ວ່ອງ­ໄວ ປ້ອງ​ກັນ ແລະ ຢຸດ​ຢັ້ງ​ການ​ຈະ­ເລີນ​ເຕີບ​ໂຕ​ຫຍ້າ​ໃນ​ໄຮ່­ນາ ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ເຂົ້າ­ໃຈ​ກ່ຽວ​ກັບ​ວຽກ​ງານ​ການ​ນຳ​ໃຊ້​ໂດຣນ ພົ່ນ​ຢາ​ຂ້າ​ຫຍ້າ ແລະ ປ້ອງ​ກັນ​ຜົນ​ກະ­ທົບ​ດ້ານ​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ ສາ­ມາດ​ນຳ­ໄປ​ໝູນ​ໃຊ້​ໃນ​ກິດ­ຈະ­ກຳ​ດ້ານ​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ ການ​ນຳ​ໃຊ້​ໂດຣນ ໃນ​ວຽກ​ງານ​ກະ­ສິ­ກຳ ກໍ​ຄື ພົ່ນ​ຂ້າ​ຫຍ້າ ສາ­ມາດ​ປະ­ຢັດ​ແຮງ​ງານ ເວ­ລາ ແລະ ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ສານ­ພິດ​ຕໍ່​ສຸ­ຂະ­ພາບ​ຮ່າງ­ກາຍ ເຊິ່ງ​ໂດຣນ ຍັງ​ສາ­ມາດ​ພົ່ນ​ສີດ​ໄດ້​ທົ່ວ​ເຖິງ​ທຸກ​ສະ­ຖານ­ທີ່.

ແຫຼ່ງຂໍ້ມຸນ: ໜັງສືພິມວຽງຈັນໃໝ່

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້