ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ບັນຫາທີ່ຕິດພັນກັບການທ່ອງທ່ຽວ

ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ບັນຫາທີ່ຕິດພັນກັບການທ່ອງທ່ຽວ ໄດ້ຖືກຈັດຂືຶ້ນທີ່ ໂຮງແຮມລາວ ພລາຊາ, ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບບັນຫາ  ຫຼື ຂໍ້ຂ້ອງໃຈ ແລະ ຄວາມຄືບໜ້າໃນການແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ທີ່ພາກທຸລະກິດປະສົບ ແລະ ແຜນການຂອງ ລັດຖະບານ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ຂະແໜງການທ່ອງທ່ຽວ ສປປລາວ ເວົ້າລວມ, ແລະ ເວົ້າສະເພາະ ກໍ່ແມ່ນແຜນການແກ້ໄຂບັນຫາທີ່ເປັນບັນຫາບູລະມະສິດ ໜ່ວຍງານປຶກສາຫາລື ຂະແໜງທ່ອງ ທ່ຽວຍົກຂຶ້ນ ເຊິ່ງປະກອບມີ 5 ບັນຫາ ຄື ລະບຽບການຄຸ້ມຄອງການທ່ອງທ່ຽວ, ການເກັບກອງທຶນສົ່ງເສີມການທ່ອງທ່ຽວ, ການປັບປຸງຍຸດທະສາດການສົ່ງເສີມການທ່ອງທ່ຽວ, ນະໂຍບາຍສົ່ງເສີມ ການພັດທະນາການທ່ອງທ່ຽວທີ່ອີງໃສ່ທໍາມະຊາດ, ແລະ ອັດຕາຄ່າໄຟຟ້າຕໍ່ຂະແໜງການບໍລິການສູງກ່ວາ ຂະແໜງອຸດສາຫະກໍາ.

ກອງປະຊຸມໃນຄັ້ງນີ້ ຖືກຈັດໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ Lao Competitiveness and Trade (LCT) Project  ໄດ້ມີຜູ້ເຂົ້າຮ່ວມຫຼາຍກ່ວາ 50 ຄົນ ຈາກພາກທຸລະກິດຂະແໜງຕ່າງໆ ທີ່ປິ່ນອ້ອມການທ່ອງທ່ຽວ, ຂະແໜງການກ່ຽວຂ້ອງຂອງພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.

ກອງປະຊຸມ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ແລະ ທ່ານນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ທ່ານ ອຸ່ນທວງ ຂາວພັນ ໄດ້ມີຄໍາເຫັນຕໍ່ກອງປະຊຸມກ່ຽວກັບຄວາມສໍາຄັນຂອງ ການພັດທະນາພາກທຸລະກິດ ແລະ ສະພາບແວດລ້ອມການດໍາເນີນທຸລະກິດ ໃນຂະແໜງການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ ໂດຍໄດ້ເນັ້ນ ໜັກໃຫ້ນໍາໃຊ້ ຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸ ລະກິດລາວ ເພື່ອແກ້ໄຂບັນຫາ ຫຼື ຂໍ້ຂ້ອງໃຈທີ່ພາກທຸລະກິດຍົກຂຶ້ນ ຢ່າງສ້າງສັນ ແລະ ມີປະສິດຕິຜົນ.

ໜ່ວຍງານພາກລັດທີ່ກ່ຽວຂ້ອງ ແລະ ຕ່າງໜ້າພາກທຸລະກິດ ແມ່ນໄດ້ເຫັນຕົກລົງດີ ຫຼາຍມາດຕະການຕໍ່ໜ້າ ເພື່ອຫາແນວທາງໃນການແກ້ໄຂບັນຫາທີ່ຖືກສະເໜີໃນກອງປະຊຸມໃນຄັ້ງນີ້.

ແຫຼ່ງຂໍ້ມູນ:

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...