Travel

ແຫຼ່ງທ່ອງທ່ຽວທີ່ສຳຄັນ ໃນແຂວງ ຄຳມ່ວນ ທີ່ຢາກໃຫ້ໄປສຳພັດ

ແຂວງ ຄຳມ່ວນ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທີ່ສຳຄັນຫຼາກຫຼາຍແຫ່ງ ທັງແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມ, ເຊິ່ງຕໍ່ໄປນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງ ຄຳມ່ວນ ທີ່ທ່ານຕ້ອງຫາໂອກາດໄປທ່ຽວຊົມໃຫ້ໄດ້.

ນ້ຳຕົກຕາດ ຫ້ວຍປາຕີນ ຄວາມອຸດົມສົມບູນທີ່ຫາເບິ່ງໄດ້ຍາກ

ແຂວງ ໄຊສົມບຸູນ ກໍເປັນອີກແຂວງໜຶ່ງທີ່ ມີທ່າແຮງຫຼາຍ ດ້ານ ບໍ່ວ່າຈະເປັນ ທ່າແຮງທາງດ້ານກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ເຊິ່ງເລີ່ມມີບົດບາດຫຼາຍຂຶ້ນໃນໄລຍະຫຼັງໆ ມານີ້. ເມື່ອເວົ້າເຖິງການທ່ອງທ່ຽວຂອງແຂວງ ໄຊສົມບູນ ແລ້ວ ກໍມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສະຖານທີ່ ທີ່ເພິ່ນຄົ້ນພົບຂຶ້ນມາໃໝ່ ແມ່ນນ້ຳຕົກຕາດ ຫ້ວຍປາຕີນ ທີ່ຕັ້ງຢູ່ບ້ານ ຜາສະຫງົບ, ເມືອງ ອະນຸວົງ.

ນ້ຳຕົກຕາດຊາຍ ແຂວງ ບໍລິຄຳໄຊ

ນ້ຳຕົກຕາດຊາຍ ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ, ບ້ານ ຫາດໄຄ້, ເມືອງ ທ່າພະບາດ, ແຂວງ ບໍລິຄຳໄຊ ຫ່າງຈາກ ເທດສະບານເມືອງ ທ່າພະບາດ 19 ກິໂລແມັດ, ເຊິ່ງໄດ້ເລີ່ມເປີດເປັນແຫຼ່ງທ່ອງທ່ຽວຕັ້ງແຕ່ປີ 2004 ເປັນຕົ້ນມາ ແຕ່ກໍຍັງຮັກສາຄວາມເປັນທຳມະຊາດທີ່ອຸດົມສົມບູນໄວ້ໄດ້ໂດຍບໍ່ມີການດັດແປງແຕ່ຢ່າງໃດ.

ໄປຢາມກັນແລ້ວບໍ! ດານພຣະ, ເມືອງ ໂພນໂຮງ,​ ແຂວງ ວຽງຈັນ.

ສະຖານທີ່ທ່ອງທ່ຽວ ທຳມະຊາດ - ວັດທະນາທຳ ດານພຣະ ຕັ້ງຢູ່ໃນເຂດ ບ້ານ ນ້ຳລິນ, ເມືອງ ໂພນໂຮງ, ແຂວງ ວຽງຈັນ ຫ່າງຈາກສຳນັກງານປົກຄອງ ເມືອງໂພນໂຮງ ໄປທາງທິດຕາເວັນຕົກປະມານ 3 ກິໂລແມັດ, ເປັນສະຖານທີ່ບູຮານສະຖານ ທີ່ທຳມະຊາດສ້າງຂຶ້ນ, ເປັນພື້ນແຜ່ນພະລານຫີນ ທີ່ງົດງາມຫຼາກຫຼາຍສີສັນ ແລະ ກວ້າຂວາງ

ພະທາດປວກ ເມືອງຄອບ, ແຂວງ ໄຊຍະບູລີ.

ທາດປວກ ຕັ້ງຢູ່ບ້ານ ດອນມູນ, ເມືອງຄອບ ເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳ ຂອງແຂວງ ໄຊຍະບູລີ ທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈໄປກາບໄຫວ້ ເພາະມີປະຫວັດຄວາມເປັນມາທີ່ໜ້າສົນໃຈ, ໂດຍສະຖານທີ່ດັ່ງກ່າວ ຫ່າງຈາກເທດສະບານ ເມືອງຄອບ ໄປປະມານ 3 ກິໂລແມັດ.

ຕາດນ້ຳແຈ, ເມືອງແບງ, ແຂວງ ອຸດົມໄຊ,

ນ້ຳຕົກຕາດນ້ຳແຈ ເຊິ່ງຕັ້ງຢູ່ ບ້ານ ທ່າມື່ນ, ເມືອງແບງ, ແຂວງ ອຸດົມໄຊ ຕັ້ງຢູ່ທາງທິດຕາເວັນອອກຂອງ ບ້ານ ທ່າມື່ນ ເປັນນ້ຳຕົກຕາດ ທີ່ມີຄວາມສວຍງາມ ບໍ່ແພ້ນ້ຳຕົກແຫ່ງອື່ນໆ ພາຍໃນແຂວງ, ແຕ່ສະພາບເສັ້ນທາງການເຂົ້າເຖິງແມ່ນຍັງມີຄວາມຫຍຸ້ງຍາກຢູ່.

ພະທາດປຸມປຸກ ແຂວງ ຫຼວງນ້ຳທາ 

ພະທາດປຸມປຸກ ເປັນສະຖານທີ່ເກົ່າແກ່ ແລະ ສັກສິດ ເປັນທີ່ສັກຄະລະບູຊາຂອງຊາວ ແຂວງ ຫຼວງນ້ຳທາ ທີ່ໄດ້ສືບທອດມາແຕ່ບູຮານນະການຈົນເຖິງປັດຈຸບັນ. ນອກຈາກນີ້ ກໍຍັງໄດ້ກາຍເປັນສະຖານທີ່ທ່ອງທ່ຽວອັນສໍາຄັນທາງດ້ານວັດທະນາທໍາ ແລະ ດ້ານປະຫວັດສາດ ຂອງແຂວງນຳອີກ. 

ກຽມຈັດງານ ເທດສະການ “ຫຸ່ນເຟືອງ” ຄັ້ງທຳອິດໃນ ນະຄອນຫຼວງ.

ຊາວນະຄອນຫຼວງ ວຽງຈັນ ກຽມທ່ຽວຊົມງານເທດສະການ "ຫຸ່ນເຟືອງທົ່ງນາແຊງບ້ານນາ" ເຊີ່ງຈະຈັດຂຶ້ນຄັ້ງທຳອິດຢູ່ບ້ານ ໜອງບົວທອງເໜືອ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໃນລະຫວ່າງວັນທີ 21-29 ມີນາ 2022 ໂດຍຈະມີຫຼາຍກິດຈະກໍາເພື່ອທ່ຽວຊົມ.