Tag: ຫວຽດນາມ

ຈັບໄດ້ຄາດ່ານ! ຂົນແຮ່ທາດສົ່ງອອກ ສສ ຫວຽດນາມ ໂດຍບໍ່ໄດ້ຮັບອະນຸຍາດ.

ເຈົ້າໜ້າທີ່ພາສີຄຸ້ມຄອງສາງ ແລະ ກວດກາສິນຄ້າປະຈໍາດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໄດ້ກວດກວດກາສິນຄ້າທີ່ຈະສົ່ງອອກໄປ ສສ ຫວຽດນາມ ແລະ ສິ່ງທີ່ກວດພົບແມ່ນວັດຖຸຄ້າຍຄືແຮ່ທາດຈຳນວນ 1.386 ກະສອບລວມນໍ້າໜັກທັງໝົດ 57.200 ກິໂລກຣາມ, ໄດ້ຊຸກເຊື່ອງມານໍາລົດຄັນດັ່ງກ່າວບໍ່ຖືກຕ້ອງ ແລະ ບໍ່ມີໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ ເຈົ້າໜ້າທີ່ເລີຍຢຶດໄວ້.

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ (CLV) ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປືອາດຈະກາຍເປັນຕົວເມືອງທັນສະໄໝໃນອະນາຄົດເພາະກະຊວງແຜນການ ແລະ ການລົງທຶນໄດ້ເລີ່ມສໍາຫຼວດສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງພັດທະນາເຂດດັ່ງກ່າວແລ້ວ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ສາຍເຫດທີ່ພາໃຫ້ນໍ້າມັນເເອັດຊັງຂາດປໍ້າບາງປໍ້າພາຍໃນແຂວງສາລະວັນ ແລະ ກໍ່ບໍ່ແມ່ຈະເປັນແຕ່ຢູ່ແຂວງສາລະວັນເທົ່ານັ້ນບັນດາ ແຂວງໄກ້ຄຽງກໍ່ເປັນເຊັ່ນດຽວກັນຄື: ແຂວງອັດຕະປື, ເຊກອງ ແລະແຂວງຈຳປະສັກ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ປຶກສາຫາລືການຄຸ້ມຄອງທີ່ດິນປ່າໄມ້, ການແກ້ໄຂການບຸກລຸກທີ່ດິນປ່າໄມ້, ການຈັບຈອງເນື້ອທີ່ດິນປ່າຜະລິດດແຫ່ງຊາດ ປະກອບມີເຂດສະຫງວນ 3 ແຫ່ງ (ປ່າສະຫງວນ ເຊບັ້ງນວນ, ພູຊຽງທອງ, ເຊຊັບ)

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກຳນົດເອົາເຂດພື້ນທີ່ຂອງຮ່ອງຮອຍສົງຄາມທຳລາຍ ພັດທະນາເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ເຊິ່ງຮ່ອງຮອຍສົງຄາມທຳລາຍ ຢູ່ເມືອງບົວລະພາ ແມ່ນມີຄວາມໂດດເດັ່ນທາງດ້ານປະຫວັດສາດ ມີທິວທັດທີ່ສວຍງາມ, ໃນບໍລິເວນອ້ອມຂ້າງແມ່ນມີພູຜາສູງຊັນຫຼາຍຮູບຫຼາຍສີສັນ, ມີສາຍນ້ຳ, ຫາດຊາຍ ແລະ ມີແກ້ງນ້ຳໄຫຼຕະຫຼອດປີ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 1 ມິຖຸນາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ: 9 ແຂວງໃນລາວ ໄດຮັບການຊ່ວຍເຫຼືອທາງການແພດເຂົ້າໃນວຽກງານໂຄວິດ ຈາກ ສສ ຫວຽດນາມ ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ປະກອບມີ ເຄື່ອງຊ່ວຍຫາຍໃຈແບບເຄື່ອນທີ່ 18 ເຄື່ອງ, ຜ້າປິດປາກ-ດັງການແພດ 4...