ປະຈຳວັນທີ 4 ສິງຫາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:
ມາເບິ່ງ ສາຍເຫດທີ່ພາໃຫ້ນໍ້າມັນເເອັດຊັງຂາດປໍ້າ

ສາຍເຫດທີ່ພາໃຫ້ນໍ້າມັນເເອັດຊັງຂາດປໍ້າບາງປໍ້າພາຍໃນແຂວງສາລະວັນ ແລະ ກໍ່ບໍ່ແມ່ຈະເປັນແຕ່ຢູ່ແຂວງສາລະວັນເທົ່ານັ້ນບັນດາ ແຂວງໄກ້ຄຽງກໍ່ເປັນເຊັ່ນດຽວກັນຄື: ແຂວງອັດຕະປື, ເຊກອງ ແລະແຂວງຈຳປະສັກ
ເນື່ອງຈາກວ່າທະນະຄານບໍ່ສາມາດສະໜອງເງິນຕາຕ່າງປະເທດໂດຍສະເພາະສະກຸນເງິນໂດລາ, ອັດຕາແລກປ່ຽນເງິນຕາຕ່າງປະເທດສູງ, ການຄິດໄລອາກອນມູນຄ່າເພີ້ມສູງ, ບັນຫາການຂົນສົ່ງຈາກຕົ້ນທາງ ເພາະວ່າໃນເມືອງກ່ອນແມ່ນຂົນສົ່ງເຖິງສ້າງພັກນໍ້າມັນເລີຍແຕ່ປະຈຸບັນນີ້ແມ່ນຂົນສົ່ງຮອດດ່ານເຮັດໃຫ້ການນຳເຂົ້າມີການສິ້ນເປືອງຂື້ນຕື່ມອີກ ແລະ ຍ້ອນມີການລະບາດຂອງພະຍາດໂຄວິດ-19…ອ່ານຕໍ່
ບ້ານຫາດເພັກ ເມືອງເຊບັ້ງໄຟ ໄດ້ຮັບການຊ່ວຍເຫຼືອລະບົບນໍ້າປະປາຊຸມຊົນ

ມອບ-ຮັບ ອຸປະກອນການກໍ່ສ້າງລະບົບນໍ້າປະຊາຊຸມຊົນ ໃຫ້ແກ່ບ້ານຫາດເພັກ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ປະກອບມີ ສັງກະສີ, ເຫຼັກຕະປູ ສຳລັບກໍ່ສ້າງບ່ອນເກັບອ່າງນໍ້າ, ໄດດູດນໍ້າ, ທໍ່ສົ່ງນໍ້າ, ອ່າງເກັບນໍ້າ, ສາຍໄຟ ແລະ ອຸປະກອນອື່ນໆ
ຈຸດປະສົງໃນການຊ່ວຍເຫຼືອກໍ່ສ້າງລະບົບນໍ້າປະປາຊຸມຊົນດັ່ງກ່າວ ກໍ່ເພື່ອແນໃສ່ສ້າງສິ່ງອຳນວຍຄວາມ ສະດວກໃຫ້ແກ່ພໍ່ແມ່ປະຊາຊົນ, ຫຼຸດຜ່ອນການນຳໃຊ້ແຮງງານຂອງແມ່ຍິງ ແລະ ເດັກນ້ອຍ…ອ່ານຕໍ່
ບ້ານມ່ວງທອງ ເມືອງນໍ້າບາກ ຈະມີອາຄານຮຽນຫຼັງໃໝ່ນໍາໃຊ້

ຫ້ອງການສຶກສາທິການ ແລະ ກິລາເມືອງນ້ຳບາກ ຮ່ວມກັບ ມູນນິທິສໍແຫ່ງຄວາມຫວັງ ໄດ້ຈັດພິທີເຊັນສັນຍາ ການກໍ່ສ້າງ ແລະ ປັກຜັງກໍ່ສ້າງອາຄານຮຽນຫຼັງໃໝ່ ໃຫ້ບ້ານມ່ວງທອງ ເມືອງນ້ຳບາກ ແຂວງຫຼວງພະບາງ
ການກໍ່ສ້າງອາຄານຮຽນຫຼັງໃໝ່ ແມ່ນສ້າງເປັນອາຄານຮຽນຖາວອນ ມີ 3 ຫ້ອງຮຽນ, 1 ຫ້ອງການ, 3 ຫ້ອງນໍ້າ, ມີລວງຍາວ 25 ແມັດ, ກ້ວາງ 6 ແມັດ, ສູງ 5,66 ແມັດ, ກໍ່ດ້ວຍດິນບ໋ອກ ປະສົມເບຕົ່ງເສີມເຫຼັກ, ເພດານຕິດແຜ່ນລຽບ ແລະ ພາຍໃນອາຄານຮຽນຈະປະກອບດ້ວຍ ເຟີນີເຈີໂຕະ,ຕັ່ງ,ກະດານຄົບຊຸດ ຕາມຕົວເລກຕົວຈິງຂອງນັກຮຽນທີ່ຈະມາເຂົ້າຮຽນຫຼັງໃໝ່…ອ່ານຕໍ່
ນັກທຸລະກິດ-ສະມາຄົມຫວຽດນາມ ມອບເສື່ອຕຽງນອນມູນຄ່າ 400 ລ້ານກີບ ໃຫ້ແຂວງຈຳປາສັກເພື່ອປະກອບໃສ່ໂຮງໝໍພາກສະໜາມ

ວັດຖຸ, ອຸປະກອນດັ່ງກ່າວນີ້ ແມ່ນ ທາງ ສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ ໄດ້ມີການປະສານສົມທົບ ກັບ ຜູ້ປະກອບການ ນັກລົງທຶນ ແລະ ສະມາຄົມຫວຽດນາມ ແຂວງຈໍາປາສັກ ເພື່ອປະກອບສ່ວນແກ່ວຽກງານປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19
ທ່ານເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງ ຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງພັກ-ລັດ ກໍ່ຄືປະຊາຊົນ ຊາວຫວຽດນາມ ແລະຜ່ານມາແຂວງຈຳປາສັກໄດ້ຮັບການຊ່ວຍເຫລືອ ເປັນເງິນ ແລະວັດຖຸ ຈາກ 16 ແຂວງ ແລະ 3 ນະຄອນ ຂອງ ສສ ຫວຽດນາມ ຫລາຍກວ່າ 5 ຕື້ດົງ ແລະ ພິເສດ ມື້ນີ້ ແມ່ນໄດ້ນຳເອົາ ຕຽງນອນປິ່ນປົວຄົນເຈັບ 530 ໜ່ວຍ ແລະ ເສື່ອນອນ 300 ຝືນ, ລວມມູນຄ່າ 400.000.000 ກີບ…ອ່ານຕໍ່
ຮອງເລຂາພັກເມືອງທ່າແຕງ ລົງຕິດຕາມຊຸກຍູ້ປະຊາຊົນຕິດຕັ້ງໄຟເຍືອງທາງຢູ່ເຂດຈຸດສຸມພັດທະນາທີ 4

ທ່ານ ແສງລາຕີ ຫຼອມຍະເດດ ຮອງເລຂາພັກເມືອງ ທ່າແຕງໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ອົງການປົກຄອງບ້ານ ແລະ ປະຊາຊົນຕິດຕັ້ງໄຟເຍືອງທາງເລກທີ 16 ຢູ່ເຂດຈຸດສຸມພັດທະນາທີ 4 ບ້ານຈຸນລາ
ຮອງເລຂາພັກເມືອງທ່າແຕງ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມໃຫ້ເອົາໃຈໃສ່ບັນຫາແຮງງານຂອງປະຊາຊົນພາຍໃນບ້ານ ເພື່ອເຂົ້າມາມີສ່ວນຮ່ວມໃນການຕິດຕັ້ງເສົາໄຟເຍືອງທາງໃຫ້ສໍາເລັດໂດຍໄວເພື່ອໃຫ້ມີສະຫວ່າງຕາມແຄມທາງເລກທີ 16 ,ນອກນັ້ນ ຂະແໜງການກ່ຽວຂ້ອງຂັ້ນເມືອງກໍຕ້ອງໄດ້ກວດກາ,ວາງແຜນໃຫ້ຖືກຕ້ອງຕາມເຕັກນິກວິຊາການ…ອ່ານຕໍ່
ເສດຖະກິດຄອບຄົວ ໄດ້ຮັບການພັດທະນາດີຂຶ້ນ ນັບແຕ່ໄດ້ມີການລ້ຽງສັດ

ຄອບຄົວທ່ານ ວັນພອນ ວົງສິງຄຳ ຄອບຄົວແບບຢ່າງດ້ານການລ້ຽງສັດ ບ້ານໜອງແດງ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ຖືເອົາການລ້ຽງສັດ ປະເພດ ງົວ-ຄວາຍ ໄວ້ຂາຍໃນຍາມຈຳເປັນ ເຮັດໃຫ້ເສດຖະກິດຄອບຄົວໄດ້ຮັບການພັດທະນາດີຂຶ້ນ
ຍ້ອນໄດ້ຮັບຄຳແນະນຳດ້ານເຕັກນິກການລ້ຽງສັດຈາກວິຊາການ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ບວກໃສ່ຄວາມຮູ້ພື້ນຖານທີ່ມີຢູ່ ເປັນຕົ້ນ ການສັກຢາກັນພະຍາດສັດ, ການປິ່ນປົວເມື່ອສັດມີພະຍາດ, ການດູແລສັດລ້ຽງ, ການສ້າງເຂດລ້ຽງສັດ, ສວນຫຍ້າລ້ຽງສັດ ແລະ ອື່ນໆ, ປັດຈຸບັນ ຄອບຄົວທ່ານ ວັນພອນ ວົງສິງຄຳ ມີງົວ 36 ໂຕ, ຄວາຍ 19 ໂຕ ໃນທ້າຍປີ 2020 ຫາ ກາງປີ 2021 ໄດ້ຂາຍງົວອອກ 5 ໂຕ ຄິດເປັນເງິນ 40 ລ້ານກວ່າກີບ ໂດຍມີພໍ່ຄ້າມາຊື້ກັບທີ່ທີ່ເລີຍ…ອ່ານຕໍ່