ເລີ່ມຕົ້ນຈາກການເປັນລູກຊາວສວນ ທີ່ອາໄສການຮຽນຮູ້ເລື່ອງກາເຟຈາກພໍ່ແມ່ ບວກກັບຄວາມມັກຮັກໃນສາຍອາຊີບກ່ຽວກັບກາເຟ ແລະ ຢາກພັດທະນາກາເຟລາວໃຫ້ດີຂຶ້ນກ່ວາເກົ່າ ໂດຍສະເພາະກໍ່ແມ່ນຊາວສວນຈາກເມືອງປາກຊ່ອງ ແຂວງຈໍາປາສັກ
ການໃຫ້ປິດຊົ່ວຄາວຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ຮ້ານເກມ, ການຈັດງານລ້ຽງສັງສັນ, ການຈັດງານບຸນປະເພນີ ຕາມແຈ້ງການຕ່າງໆ ແມ່ນໄດ້ຮັບການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ, ແຕ່ວ່າກໍ່ຍັງມີບາງຮ້ານທີ່ຍັງຝ່າຝືນ ແລະເປີດໃຫ້ບໍລິການ
ຈຸດປະສົງຂອງແຜນງານນີ້ ແມ່ນເພື່ອປັບປຸງຄຸນນະພາບຂອງການໄດ້ຮັບສານອາຫານ, ເພີ່ມການເຂົ້າເຖີງ ແລະ ຄຸນນະພາບການບໍລິການທີ່ກ່ຽວຂ້ອງກັບໂພຊະນາການ ແລະ ເພື່ອປັບປຸງການບໍລິຫານທີ່ກ່ຽວຂ້ອງກັບໂພຊະນາການໃນປະເທດລາວ.
ຕະຫລອດໄລຍະ 04 ປີຂອງແຜນງານນີ້ ຈະໃຫ້ການສະໜັບສະໜູນໂດຍກົງຕໍ່ພົນລະເມືອງລາວ, ເພື່ອແກ້ໄຂບັນຫາຄວາມແຕກຕ່າງກັນຂອງການຂາດສານອາຫານໃນຊົນນະບົດ ແລະ ເຂດຫ່າງໄກສອກຫລີກ, ໂດຍສຸມໃສ່ສະເພາະກ່ຽວກັບບົດບາດຍິງຊາຍ ແລະ ກຸ່ມຄົນທີ່ດ້ອຍໂອກາດເປັນຕົ້ນຕໍ.
ການປະກອບສ່ວນດ້ານການເງິນຄັ້ງໃໝ່ຂອງສະຫະພາບເອີຣົບໃນເທື່ອນີ້ ໄດ້ຢັ້ງຢືນເຖີງຄວາມມຸ້ງໝັ້ນຂອງສະຫະພາບເອີຣົບທີ່ຈະເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ຍາວນານຂອງ ສປປລາວ.
ຜ່ານຮູບແບບການສະໜັບສະໜູນດ້ານງົບປະມານ ແລະ ສອດຄ່ອງກັບຄວາມເຫັນດີເຫັນພ້ອມຂອງສະຫະພາບເອີຣົບກ່ຽວກັບການພັດທະນາ ແລະ ຖະແຫລງການວຽງຈັນວ່າດ້ວຍການຮ່ວມມື...
ພາຍຫຼັງທີ່ໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ຈັດຕັ້ງປະຕິບັດການກໍ່ສ້າງບັນດາໜ້າວຽກຕ່າງໆ ໄດ້ຢ່າງຄືບໜ້າ ໂດຍສະເພາະແມ່ນການເຈາະອຸໂມງມິດຕະພາບຢູ່ເຂດບໍ່ເຕ່ນ ແຂວງຫຼວງນໍ້າທາ ເບື້ອງລາວມີຄວາມຍາວ 2400 ກ່ວາແມັດ, ຫຼັງຈາກເຈາະມາໄດ້ 1.000 ກວ່າແມັດ ໄດ້ຄຸດພົບໃສ່ສາຍນໍ້າເກືອ ແລ້ວໄດ້ໄຫຼລົງໃສ່ແມ່ນໍ້າ ຮ່ອງຫ້ວຍ ປ່ອງໃສ່ນໍ້າໃຫ່ຍສາຍນໍ້າທຸງ ເຮັດໃຫ້ສົ່ງຜົນກະທົບຕໍ່ກັບການດໍາລົງຊີວິດຂອງປະຊາຊົນບ້ານຕ່າງໆທີ່ຢູ່ເຂດລຸ່ມ ລຽບຕາມແຄມແມ່ນໍ້າລົງມາຮອດເຂດທົ່ງພຽງເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບເປັນຕົ້ນແມ່ນລະບົບນໍ້າປະປາທີ່ປະຊາຊົນບໍລິໂພກ, ຊົມໃຊ້ ຈາກນໍ້າຈືດເມື່ອກ່ອນ ກາຍມາເປັນນໍ້າເຄັມ ຍ້ອນມີປະລິມານນໍ້າເກືອເຈືອປົນຢູ່ໃນນໍ້າເກີນຄ່າມາດຕະຖານ ແລະ ສົ່ງຜົນກະທົບເຖິງການຜະລິດປູກຝັງ,...