“ລັດຖະບານແຫ່ງ ສປປລາວ ໄດ້ອອກແຈ້ງການເລກທີ 1525/ຫສນຍ.ກລຂ, ລົງວັນທີ 14 ກັນຍາ 2018 ວ່າດ້ວຍການເລື່ອນການຈັດງານມະຫາກຳກິລາລະດັບຊາດຄື:
(1) ເຫັນດີເລື່ອນງານມະຫາກຳແຂ່ງຂັນກິລາລະດັບຊາດ 03 ງານໃຫຍ່ຂອງຂະແໜງການສຶກສາ ແລະ ກິລາ:
1. ງານມະຫາກຳກິລາມະຫາວິທະຍາໄລລາວຄັ້ງທີ 02 ປີ 2019,
2. ງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 07 ປີ 2020,
3. ງານມະຫາກຳກິລາແຫ່ງຊາດຄັ້ງທີ XII ປີ 2021 (ຕາມແຜນການແມ່ນໃຫ້ຈັດທຸກໆ 03 ປີ),
4. ສຳລັບວັນເວລາທີ່ຈະຈັດໃນປີໃດນັ້ນ ແມ່ນມອບໃຫ້ກະຊວງສຶກສາທິການ ແລະ ກິລາຄົ້ນຄວ້າ ແລະ ພິຈາລະນາຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;
(2) ສຳລັບງານມະຫາກຳກິລາແຫ່ງຊາດຄັ້ງທີ XI ທີ່ຈະຈັດຢູ່ຊຽງຂວາງ ໃນວັນທີ 11 ພະຈິກ 2018 ແມ່ນເລື່ອນໄປຈັດໃນວັນທີ 11 ພະຈິກ 2019;
(3) ງານມະຫາກຳກິລາແຫ່ງຊາດຄັ້ງຕໍ່ໆໄປ ຫຼື ພາຍຫຼັງຄັ້ງທີ XI ຊຽງຂວາງເກມ, ແມ່ນໃຫ້ນຳໃຊ້ສະໜາມກິລາ ຫຼື ສິ່ງອຳນວຍຄວາມສະດວກພື້ນຖານໂຄງລ່າງຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີຄວາມພ້ອມແລ້ວ, ໂດຍບໍ່ໃຫ້ມີການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ຂຶ້ນມາໃໝ່ເປັນຕົ້ນແມ່ນສະໜາມກິລາ;
(4) ມອບໃຫ້ກະຊວງສຶກສາທິການ ແລະ ກິລາຄົ້ນຄວ້າຮູບແບບ, ວິທີການ ແລະ ກຳນົດຊ່ວງໄລຍະເວລາໃນການຈັດງານມະຫາກຳແຂ່ງຂັນກິລາລະດັບຊາດຕ່າງໆຢູ່ພາຍໃນປະເທດຄືນໃໝ່.
Cr.Sourioudong Sundara