Friday, April 25, 2025
Kbank Laos โอน รับ จ่าย

ເປີດ​ໂຕ​ໃນ​ລາວ​ແລ້ວ! ສະ​ມາດ​ໂຟນອັດ​ສະ​ລິ​ຍະ ວີ​ໂວ ​ວີ 11 ແລະ ວີ 11 ໄອ.

ບໍລິສັດ ວີໂວລາວ ໄດ້ນຳເອົາໂທລະສັບມືຖື ສາມາດໂຟນ ວີໂວ ວີ 11 (Vivo V11) ແລະ ວີໂວ ວີ 11ໄອ (Vivo V11i) ລຸ້ນໃໝ່ຫລ້າສຸດມາຈຳໜາຍໃນຕະຫລາດລາວ, ເຊິ່ງພິທີນຳສະ ເໜີໂທລະສັບລຸ້ນດັ່ງກ່າວ, ໄດ້ມີຂຶ້ນ ໃນວັນທີ 16 ກັນຍາ 2018 ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມຂອງ ທ່ານ ເຟີງຈ້ຽນຊິນ ຜູ້ຈັດການບໍລິສັດວີໂວ ປະຈໍາ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໂທລະສັບ ວີໂວ V11 ມາພ້ອມກັບຄວາມທັນສະໄໝ, ມີກ້ອງອັດສະລິຍະໃນການຖ່າຍຮູບ ເຮັດໃຫ້ຮູບທີ່ຖ່າຍອອກມາງາມຂຶ້ນ. ວີໂວ V11 ໜ້າຈໍກວ້າງ ຂະໜາດ 6,41 ນິ້ວ, ມີຊັດສ່ວນຈໍຕໍ່ຕົວເຄື່ອງ 91,21%, ຂອບດ້ານຂ້າງບາງພຽງ 1,76 ມີລີແມັດ, ມີຄວາມຈໍາ 128 ກິກ, ເຣມ 6 ກິກ, ແບັດເຕີຣີ 4.300 mah, ມີກ້ອງຫລັງເປັນເລນຄູ່ 12 MP+5MP ມາພ້ອມຮູຮັບແສງ f/1.8, ຄວາມລະອຽດ 1.28 UM ພິກເຊວ ແລະ ກ້ອງໜ້າ 25 MP ມີ sensor Dual Pixel ທີ່ມີຈຸດຮັບພາບຫຍາຍເຖິງ 24 ລ້ານຈຸດເພື່ອຖ່າຍຮູບອອກມາສົມຈິງ, ສາມາດລອກໂຟກາສໄດ້ພຽງເວລາ 0,03 ວິນາທີ, ການຖ່າຍຮູບຈະປັບອັດຕະໂນມັດຢູ່ໃນໂຕ ບໍ່ວ່າຈະຢູ່ໃນສະຖານທີ່ໃດ ທຸກຮູບທີ່ຖ່າຍອອກມາຈະມີຄວາມງົດງາມ ແລະ ໂດດເດັ່ນຢ່າງແນ່ນອນ. ສຳລັບ Vivo V11i ມາພ້ອມກັບຄວາມສວຍງາມ, ທັນສະໄໝ, ມີໜ້າຈໍກວ້າງເຖິງ 6,3 ນີ້ວ, ຊັດສ່ວນຈໍສະແດງຜົນ 90,4% ທີ່ສໍາຄັນມີຮູບຊົງແບບ 3 ມິຕິ, ມີຄວາມຈໍາ 128 ກິກ, ເຣມ 4 ກິກ ແລະ ແບັດເຕີຣີ 3.315 mah.

ໂທລະສັບທັງສອງລຸ້ນດັ່ງກ່າວ, ຮອງຮັບ 5G ການຖ່າຍຮູບທີ່ໜ້າເພິ່ງພໍໃຈ ຂອງຜູ້ຊົມໃຊ້, ປົດລອກດ້ວຍລະຫັດ ແລະ ລາຍນີ້ວມື້ແລ້ວ ຍັງສາມາດປົດລອກໄດ້ດ້ວຍ ການສະແກນໃບໜ້ານໍາອີກ.

Cr. KPL
ຮູບ​ພາບ​ຈາກ: https://www.androidpolice.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

3 ເດືອນຕົ້ນປີ 2025 ຫຼວງພະບາງ ມີນັກທ່ອງທ່ຽວເຂົ້າມາ 1 ລ້ານກວ່າຄົນ ເກັບລາຍຮັບໄດ້ 584 ລ້ານກວ່າໂດລາ.

ອີງຕາມຂໍ້ມູນຈາກ ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2025 ທີ່ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 1,167,581 ເທື່ອຄົນ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 722 ,679 ເທື່ອຄົນ, ເທົ່າກັບ 162%;