ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຂດ​ເສດ­ຖະ­ກິດ​ພູ​ຂຽວ ແຂວງ​ຄຳ​ມ່ວນ ມີ​ບໍ­ລິ­ສັດ​ທີ່​ມາ​ລົງ­ທຶນ ແລະ ຈົດ​ທະ­ບຽນ​ແລ້ວ 15 ບໍ­ລິ­ສັດ ປັດ­ຈຸ­ບັນ ຜູ້​ພັດ­ທະ­ນາ​ກຳ­ລັງ​ສຸມ​ໃສ່​ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຕ່າງໆ ໄປ​ພ້ອມ​ກັບ​ການ​ຊົດ​ເຊີຍ​ທີ່​ດິນ​ໃຫ້​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ ແລະ ສືບ­ຕໍ່​ຂົນ­ຂວາຍ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຂົ້າ​ມາ​ລົງ­ທຶນ​ໃນ​ເຂດ​ດັ່ງ­ກ່າວ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ.

ທ່ານ ຈຳ­ປາ ຄຳ​ສຸກ​ໃສ ຫົວ­ໜ້າ​ຫ້ອງ­ການ​ສົ່ງ­ເສີມ ແລະ ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ສະ­ຫຼຸບ​ຜົນ­ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ ປະ­ຈຳ​ປີ 2017 ແລະ ແຜນ­ການ​ປີ 2018 ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເຂດ​ເສດ­ຖະ­ກິດ​ພູ​ຂຽວ ສ້າງ­ຕັ້ງ​ຂຶ້ນ​ປີ 2011 ມີ​ເນື້ອ­ທີ່ 4.850 ເຮັກ­ຕາ ໂດຍ​ສ້າງ​ໃຫ້​ເປັນ​ເຂດ​ການ​ຄ້າ ການ​ບໍ­ລິ­ການ ເຊິ່ງ​ມີ​ບໍ­ລິ­ສັດ​ທີ່​ມາ​ລົງ­ທຶນ ແລະ ຈົດ​ທະ­ບຽນ​ແລ້ວ 15 ບໍ­ລິ­ສັດ ສະ­ເພາະ​ປີ 2017 ຜູ້​ພັດ­ທະ­ນາ​ໄດ້​ສຸມ​ໃສ່​ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ເປັນ­ຕົ້ນ ເສັ້ນ­ທາງ​ພາຍ​ໃນ​ລະ­ບົບ​ສາຍ​ສົ່ງ​ໄຟ­ຟ້າ ເຂົ້າ​ເຂດ​ການ​ຊົດ​ເຊີຍ​ທີ່​ດິນ​ໃຫ້​ປະ­ຊາ­ຊົນ​ທີ່​ຖືກ​ຜົນ​ກະ­ທົບ​ຈາກ​ການ​ພັດ­ທະ­ນາ​ໂຄງ­ການ 16 ຕອນ 90 ເຮັກ­ຕາ ພ້ອມ​ທັງ​ໄດ້​ຊົດ​ເຊີຍ​ແລ້ວ 3.530 ເຮັກ­ຕາ ໄດ້​ສືບ­ຕໍ່​ຂົນ­ຂວາຍ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ສຳ­ເລັດ​ການ​ສຳ​ຫຼວດ​ອອກ​ແບບ​ເສັ້ນ­ທາງ​ເຂົ້າ ແລະ ອອກ​ພາຍ​ໃນ​ເຂດ ສຳ­ເລັດ​ການ​ສ້າງ​ເວັບ​ໄຊ ແລະ ແຜ່ນ​ພັບ​ໂຄ­ສະ­ນາ ເພື່ອ​ເປັນ​ເຄື່ອງ­ມື​ໃນ​ການ​ດຶງ​ດູດ​ຂົນ­ຂວາຍ​ການ​ລົງ­ທຶນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ສຳ­ລັບ​ປີ 2018 ໄດ້​ສືບ­ຕໍ່​ຂົນ­ຂວາຍ ແລະ ດຶງ​ດູດ​ການ​ລົງ­ທຶນ​ໃຫ້​ໄດ້ 2 ບໍ­ລິ­ສັດ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ໄດ້ 20 ຄົນ ປະ­ຕິ­ບັດ​ພັນ­ທະ​ອາ­ກອນ 5.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 40 ລ້ານ​ກວ່າ​ກີບ ສືບ­ຕໍ່​ແກ້​ໄຂ​ບັນ­ຫາ​ທີ່​ດິນ​ທີ່​ມີ​ຄວາມ​ສັບ​ຊ້ອນ​ກັບ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຢູ່​ໃນ​ເຂດ​ດັ່ງ­ກ່າວ ຊົດ​ເຊີຍ​ເນື້ອ­ທີ່​ດິນ​ທີ່​ຍັງ​ບໍ່​ທັນ​ສຳ­ເລັດ ພ້ອມ​ສືບ­ຕໍ່​ຈັດ​ສັນ ແລະ ແບ່ງ​ດິນ​ໃຫ້​ປະ­ຊາ­ຊົນ​ທີ່​ຖືກ​ຍົກ­ຍ້າຍ ເລັ່ງ​ໃສ່​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ສັນ­ຍາ​ພັດ­ທະ­ນາ​ໂຄງ­ການ ໂດຍ​ສືບ­ຕໍ່​ກໍ່­ສ້າງ​ເສັ້ນ­ທາງ​ດິນ​ແດງ ແລະ ກຽມ​ເສັ້ນ­ທາງ​ຕັດ​ໃໝ່​ຜ່ານ​ເຂດ​ໂຄງ­ການ ຍາວ 2,08 ກິ­ໂລ­ແມັດ ນອກ​ນີ້ ຈະ​ໄດ້​ສ້າງ ແລະ ພັດ­ທະ­ນາ​ສະ­ຖາ­ນີ​ໄຟ­ຟ້າ ນ້ຳ​ປະ­ປາ ລະ­ບົບ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ໂຄງ​ລ່າງ​ອື່ນໆ ເພື່ອ​ຮອງ​ຮັບ​ການ​ລົງ­ທຶນ​ຕື່ມ​ອີກ.
Cr. VientianeMai 
ຮູບ​ພາບ: https://toi.boi.go.th

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 51

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້