ຊົມເຊີຍ! ທາງໂຄງການກໍ່ສ້າງທາງລົດດ່ວນຈາກນະຄອນຫລວງວຽງຈັນ ຫາເມືອງວັງວຽງ ຈ່າຍຄ່າຊົດເຊີຍແລ້ວ!

ຕາມໜ້າເພຈ ທ່ານ ສຸລິອຸດົງ ຮອງລມຕ ກະຊວງວິທະຍາສາດແລະເຕັກໂນໂລຊີ ໃຫ້ຮູ້ວ່າ:

ໂຄງການກໍ່ສ້າງທາງລົດດ່ວນຈາກນະຄອນຫລວງວຽງຈັນ ຫາເມືອງວັງວຽງ ແຂວງວຽງຈັນ, ຈະໄດ້ເລີ່ມລົງມືກໍ່ສ້າງໃນກາງເດືອນພະຈິກ 2018 ແລະ ຜູ້ພັດທະນາໄດ້ຈ່າຍເງິນຄ່າຊົດເຊີຍໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບພາຍໃນເມືອງໂພນໂຮງ ແຂວງວຽງຈັນ ຈຳນວນ 80 ຄອບຄົວໃນ 13 ບ້ານ ລວມມູນຄ່າກວ່າ 11 ຕື້ກີບ ເປັນງວດທຳອິດ.”

(1) ທາງດ່ວນວຽງຈັນ-ວັງວຽງ ຖືກອອກແບບໃຫ້ມີຄວາມກວ້າງຂອງເສັ້ນທາງ 23 ແມັດ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 07 ຈຸດ, ມີອຸມົງ 01 ແຫ່ງ (ເຂດພູພະນັງ), ມີຂົວຂ້າມທາງທັງໝົດ 31 ແຫ່ງ, ຂ້າມທາງ 13 ເໜືອມີ 03 ຈຸດ, ຂ້າມທາງລົດໄຟ 04 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ, ລວມມູນ ຄ່າການກໍ່ສ້າງກວ່າ 01 ຕື້ໂດລາສະຫະລັດ;
(2) ປະທານບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມລາວຈຳກັດໃຫ້ສໍາພາດ:
1. ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງ-ວັງວຽງ ມີຄວາມຍາວທັງໝົດ 109,12 ກິໂລແມັດ,
2. ໃນນັ້ນໄດ້ຜ່ານເມືອງນາຊາຍທອງນະຄອນຫລວງວຽງຈັນ, ເມືອງໂພນໂຮງ, ຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ,
3. ໄດ້ສົ່ງຜົນກະທົບຕໍ່ເນື້ອທີ່ດິນຕ່າງໆຂອງປະຊາຊົນຫລາຍຮ້ອຍຄອບຄົວ,
4. ແນວໃດກໍດີ ປະຊາຊົນກໍໄດ້ໃຫ້ຄວາມຮ່ວມມື ແລະ ປະກອບສ່ວນເຂົ້າໃນການພັດທະນາສໍາລັບໂຄງການດັ່ງກ່າວຢ່າງຕັ້ງໜ້າ,
5. ເພາະເຂົ້າໃຈຕໍ່ການສ້າງສາພັດທະນາພື້ນຖານໂຄງລ່າງຂອງຊາດ ໂດຍໄດ້ເຫັນດີນຳບໍລິສັດ, ຄະນະກຳມະການໄກເກ່ຍສິ່ງຂີດຂວາງ ແລະ ຄົ້ນຄວ້າການກຳນົດຄ່າຊົດເຊີຍ,
6. ເຮັດໃຫ້ການຈ່າຍຄ່າຊົດເຊີຍດຳເນີນໄປດ້ວຍດີ, ມາຮອດປັດຈຸບັນນີ້ ໄດ້ຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນເມືອງໂພນໂຮງໄປແລ້ວ 80 ຄອບຄົວຂອງ 13 ບ້ານ ລວມມູນຄ່າກວ່າ 11 ຕື້ກີບ,
7. ພ້ອມນີ້ໃນຊຸດຕໍ່ໄປ ຈະສືບຕໍ່ຈ່າຍໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບພາຍໃນເມືອງຫີນເຫີບ ແລະ ເມືອງວັງວຽງ,
8. ຫລັງຈາກນັ້ນ ກໍກັບຄືນມາຈ່າຍໃຫ້ປະຊາຊົນເມືອງນາຊາຍທອງນະຄອນຫລວງວຽງຈັນ,
9. ຈະເລັ່ງຈ່າຍຄ່າຊົດເຊີຍໃຫ້ສຳເລັດໂດຍໄວພາຍໃນເດືອນຕຸລາ 2018 ທີ່ຈະມາເຖິງນີ້,
10. ຈະໄດ້ລົງມືກໍ່ສ້າງພາຍໃນກາງເດືອນພະຈິກ 2018 ນີ້,
11. ຈະເລີ່ມກໍ່ສ້າງບັນດາຂົວ ແລະ ເຈາະອຸມົງເປັນໄລຍະທຳອິດກ່ອນ,
12. ການກໍ່ສ້າງທາງດ່ວນແຕ່ນະ ຄອນຫລວງວຽງຈັນ-ເມືອງວັງວຽງດັ່ງກ່າວ ຄາດວ່າຈະກໍ່ສ້າງໃຫ້ສຳເລັດກ່ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນປີ 2020,
13. ດັ່ງນັ້ນ, ຈື່ງຂໍຮຽກຮ້ອງມາຍັງປະຊາຊົນຈົ່ງໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກ ໃຫ້ແກ່ການກໍ່ສ້າງທາງດ່ວນໃຫ້ສຳເລັດໂດຍໄວ ເພື່ອກະຕຸກຊຸກຍູ້ເສດຖະກິດ-ສັງຄົມຂອງຊາດໃຫ້ມີການ ຂະຫຍາຍຕົວຂຶ້ນເປັນກ້າວໆ.

Cr.Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: