ລະຫວ່າງວັນທີ 4-8 ກັນຍາ 2018 ຫນ່ວຍງານປະສານງານ, ຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ, ນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະ ຊວງການເງິນ, ຄະນະຊີ້ນຳສະເພາະກິດ,ມີ ທ່ານ ສົມສະນິດ ສຸວັນນະລາດ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ຫົວໜ້າໜ່ວຍງານປະສານງານ ຄະນະກຳມະ ການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຊຸກຍູ້ການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ຖືກຜົນກະທົບນໍ້າຖ້ວມ ຢູ່ເມືອງ ສະໜາມໄຊແຂວງອັດຕະປື.
ຈຸດປະສົງຂອງການເຄື່ອນໄຫວ ເຮັດວຽກໃນຄັ້ງນີ້, ແມ່ນເພື່ອຕິດຕາມ, ຊຸກຍູ້, ເກັບກຳຂໍ້ມູນ ແລະ ກວດກາເບິ່ງພື້ນທີ່ຕົວຈິງ ກ່ຽວກັບການບໍລິຫານ, ຄຸ້ມຄອງ, ແກ້ໄຂບັນຫາໄພພິບັດ ຂອງແຕ່ລະໜ່ວຍງານ, ແຕ່ລະຈຸ ພ້ອມທັງໄປຢ້ຽມຢາມຖາມຂ່າວ ແລະ ສຳພາດເອົາຂໍ້ມູນຕົວຈິງ ຈາກປະຊາຊົນທີ່ຖືກຜົນກະທົບ ກຳລັງອາໃສຢູ່ສູນອົບພະຍົກ ແລະ ທີ່ພັກຊົ່ວຄາວ ເພື່ອນຳເອົາ ຂໍ້ມູນໄປຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍ ແລະ ມີມາດຕະການ ໃນການດຳເນີນງານລະອຽດ, ຈະແຈ້ງ, ຊັດເຈນ, ມີຄວາມເປັນເອກະພາບ ແລະ ຮັບປະກັນປະສິດທິຜົນ ແກ່ການ ຈັດຕັ້ງປະຕິບັດ ວຽກງານຮອບດ້ານ ໃນການຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ເມືອງສະໜາມໄຊ, ແຂວງອັດຕະປື ທີ່ຖືກຜົນກະທົບນໍ້າຖ້ວມ ໃນທ້າຍ ເດືອນກໍລະກົດ 2018 ທີ່ຜ່ານມາ.
ອ່ານເພີ່ມຕື່ມ:http://kpl.gov.la/detail.aspx?id=38916