Saturday, March 22, 2025

ເຈົ້າຂອງທຸລະກິດຂະໜາດນ້ອຍ ແລະ ກາງ ໄດ້ຮັບ ການຍົກລະດັບ ດ້ານການບໍລິການ

ເມື່ອບໍ່ດົນມານີ້, ບັນດາເຈົ້າຂອງທຸລະກິດຂະໜາດນ້ອຍ, ກາງ ແລະ ພະນັກງານບໍລິການ ດ້ານຕ່າງໆຂອງໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານອ້ອມຂ້າງ ແຂວງສະຫວັນນະເຂດ ສຳເລັດການເຂົ້າຮ່ວມ ຝຶກອົບຮົມດ້ານການບໍລິການ ເພື່ອຍົກລະດັບ ການບໍລິການໃນຂົງເຂດດັ່ງກ່າວ ໃຫ້ເຂົ້າສູ່ຕະຫລາດແຮງງານ ຂອງຂະແໜງການທ່ອງທ່ຽວ, ການບໍລິການຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.

ຊຸດອົບຮົມຄັ້ງນີ້, ມີສຳມະນາກອນເຂົ້າຮ່ວມ 36 ຄົນ, ຍິງ 15 ຄົນ, ຊຸດອົບຮົມໄດ້ ແຍກເປັນແຕ່ລະຫົວຂໍ້ ຄື: ການບໍລິການອາຫານ, ເຄື່ອງດື່ມ, ການອະນາໄມຫ້ອງພັກ ແລະ ການບໍລິການສ່ວນໜ້າ. ຜ່ານການຝຶກອົບຮົມເຫັນວ່າ ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຝຶກຊ້ອມ ແລະ ປະຕິບັດຢ່າງຈິງຈັງ ແລະ ສາມາດ ຜ່ານການປະເມີນໄດ້ດີສົມຄວນ.

ຊຸດອົບຮົມຄັ້ງນີ້, ຈັດຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການຝຶກອົບຮົມພື້ນຖານແຫ່ງອາຊີບ (PTHAS) ຂອງອົງການສະວິດຄອນແທັກ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່