ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄະ​ນະ​ກຳ​ມະ​ການ​ອາ​ຫານ ແລະ​ຢາ (ອຢ) ປະ​ເທດ​ໄທ ສັ່ງ​ຖອດ​ຖອນ​ທະ​ບຽນ ແລະ​ໃບ​ອະ​ນຸ​ຍາດ ຜະ​ລິດ​ຕະ​ພັນ​ຢາ​ຈູດ​ກັນ​ຍຸງ ເຣນ​ເຈີ ສະ​ເກົ້າ ແລະ​ອາ​ທ ພ​ລັ​ສ ທີ່​ນຳ​ເຂົ້າ​ຈາກ ສ​ປ.ຈີນ ໂດຍ​ບໍ​ລິ​ສັດ ທະ​ນັດ​ກອນ ອິນ​ເຕີ​ເນ​ຊັ່ນ​ແນວ ຈຳ​ກັດ ເນື່ອງ​ຈາກ​ວ່າ, ກວດ​ສອບ​ແລ້ວ ບໍ່​ພົບ​ສານ​ສຳ​ຄັນ d-Allethrin ຕາມ​ທີ່​ໄດ້​ຂຶ້ນ​ທະ​ບຽນ​ໄວ້.

ນອກ​ຈາກນີ້, ຍັງ​ກວດ​ພົບ​ສານ​ອັນ​ຕະ​ລາຍ 3 ຊະ​ນິດ​ຄື: Bioallethrin, Meperfluthrin, Heptafluthrin ເຊິ່ງ​ເຈົ້າ​ຂອງ​ຜະ​ລິດ​ຕະ​ພັນ​ບໍ່​ໄດ້​ຂໍ​ຂຶ້ນ​ທະ​ບຽນ​ເພື່ອ​ນຳ​ເຂົ້າ.

ດັ່ງ​ນັ້ນ, ອຢ. ຈຶ່ງ​ຂໍ​ໃຫ້​ຜູ້​ນຳ​ເຂົ້າ​ຮຽກ​ຄ່າ​ເກັບ​ຄືນ​ຜະ​ລິດ​ຕະ​ພັນ​ຢາ​ຈູດ​ກັນ​ຍຸງ 2 ຊະ​ນິດດັ່ງ​ກ່າວ ແລະ​ຮວບ​ຮວມ​ສົ່ງ​ຄືນ​ໄປ​ຍັງ​ປະ​ເທດ​ຜູ້​ຜະ​ລິດ ຫຼື​ຖ້າບໍ່​ປະ​ສົງ​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ຜູ້​ຜະ​ລິດ ຫ້​ແຈ້ງ ອຢ. ຮູ້ ເພື່ອ​ຄວບ​ຄຸມ​ແລະ​ທຳ​ລາຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳ​ລັບ​ຜູ້​ຂາຍ​ຄວນ​ຕ້ອງ​ສົ່ງ​ຄືນ​ຕົວ​ແທນ​ຈຳ​ໜ່າຍ ຫຼື​ຂາຍ​ຄືນ​ໃຫ້​ກັບ​ຜູ້​ນຳ​ເຂົ້າ ສຳ​ລັບ​ຜູ້​ບໍ​ລິ​ໂພກບໍ່​ຄວນ​ໃຊ້ ແລະ​ຫ້າມ​ສົ່ງ​ຕໍ່​ໃຫ້​ກັບ​ບຸກ​ຄົນ​ອື່ນ ເພື່ອ​ໃຊ້​ຈູດ​ກັນ​ຍຸງ.

ທີ່​ມາ :isranews.org

Hits: 20

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້