ກອງປະຊຸມລະຫວ່າງລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາໃນສະຫະພາບເອີຣົບ ຈັດຂຶ້ນທ້າຍອາທິດຜ່ານມາ ທີ່ນະຄອນຫຼວງວຽງຈັນ ມີທ່ານ ກິແກ້ວ ຫຼ້າຈັນທະບູນຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລີໂອ ຟາເບີ ກ່າວວ່າ: ພວກເຮົາໄດ້ຮັບຊາບບັນດາໝາກຜົນແຫ່ງການພັດທະນາອັນພົ້ນເດັ່ນ ຕະຫຼອດໄລຍະຜ່ານມາ ໂດຍອີງຕາມຂໍ້ມູນຈາກຜົນສຳຫຼວດຕົວຊີ້ວັດສັງຄົມແຫ່ງຊາດ ຄັ້ງທີ 2 ເປັນສ່ວນໃຫຍ່ສະແດງໃຫ້ເຫັນແນວໂນ້ມໃນແງ່ບວກ ແລະ ບາດກ້າວຈຳເປັນໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ດັດຊະນີຊັບສິນມະນຸດ (HAI) ຍັງແຕກໂຕນ ເຊັ່ນ: ພາວະເຕ້ຍຍັງຢູ່ໃນລະດັບສູງ (ຫຼາຍກວ່າ 40%) ພາຍໃນ 8 ແຂວງ.
ການສະໜອງການບໍລິການໃນເຂດຫ່າງໄກສອກຫຼີກ ຍັງເປັນສິ່ງທ້າທາຍໃຫຍ່ຫຼວງອັນໜຶ່ງ ເພາະຕ້ອງໄດ້ໃຊ້ງົບປະມານສູງ ແລະ ຂີດຄວາມສາມາດຂອງອົງກອນ ກໍ່ມີຄວາມຈຳເປັນສູງ ຕ້ອງມີການປະຕິຮູບທີ່ຈຳເປັນຕ່າງໆ ເພື່ອໃຫ້ມີການຈັດສັນຊັບພະຍາກອນທີ່ມີປະສິດທິພາບ ການຄຸ້ມຄອງການເງິນແຫ່ງລັດທີ່ດີ ແລະ ສະຖຽນລະພາບທາງເສດຖະກິດມະຫາພາກ ເຊິ່ງລວມເຖິງການຄຸ້ມຄອງໜີ້ສິນອີກດ້ວຍ.
ກ່ຽວກັບວຽກງານຄວາມໝັ້ນຄົງທາງເສດຖະກິດມະຫາພາກ ແລະ ການປະຕິຮູບການຄຸ້ມຄອງການເງິນແຫ່ງຊາດ ຍັງເປັນຫາທ້າທາຍທີ່ສຳຄັນ.
ຄູ່ຮ່ວມງານເອີຣົບຈະຍັງຄົງ ຮັກສາການມີສ່ວນຮ່ວມຢ່າງໃກ້ຊິດ ແລະ ສະໜັບສະໜູນການປະຕິຮູບການປົກຄອງທີ່ຈຳເປັນເຫຼົ່ານີ້ ເຊິ່ງໃນສະພາບການແນວນີ້ ພວກເຮົາຢາກຈະເນັ້ນເຖິງຄວາມສຳຄັນຂອງການມີທັດສະນະທີ່ເປັນເອກະພາບຕໍ່ທຸກການລົງທຶນຢູ່ພາຍໃນປະເທດ ແລະ ປະເມີນຜົນກະທົບຂອງການລົງທຶນເຫຼົ່ານີ້ຕໍ່ກັບການເງິນແຫ່ງລັດ.
ສະນັ້ນພວກເຮົາຈຶ່ງຢາກສົ່ງເສີມໃຫ້ລັດຖະບານ ເຊີນເອົາບັນດາຄູ່ຮ່ວມງານທັງໝົດລວມທັງຄູ່ຮ່ວມພັດທະນາລາຍໃໝ່ ເຂົ້າມາຮ່ວມໃນກອງປະຊຸມໂຕະມົນເພື່ອຮ່ວມປຶກສາຫາລື ເນື່ອງຈາກມັນເປັນເວທີທີ່ມີການປະສານສົມທົບບັນດາວຽກງານທັງໝົດ.
Cr.VientianeMai
Hits: 2