ເປີດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ SMEs ໃນ​ລາວ.

ພິ­ທີ​ເປີດ​ໂຄງ­ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ (SMEs) ພາຍ​ໃຕ້​ໂຄງ­ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ຂອງ SMEs ຈັດ​ຂຶ້ນ​ວັນ​ທີ 14 ກັນ­ຍາ 2018 ທີ່​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ມີ​ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ທ່ານ ວິ​ກວານ ວູ​ເຣັນ ອຳ­ນວຍ​ການ​ວິ​ສາ​ຫະ​ກິດ​ພາກ​ພື້ນ​ອາ­ຊີ​ປາ​ຊີ​ຟິກ ອົງ­ການ​ແຮງ​ງານ​ສາ­ກົນ ບັນ­ດາ​ຫົວ­ໜ້າ​ກົມ ຫ້ອງ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ໂຄງ­ການ ເພື່ອ​ພັດ­ທະ­ນາ​ຄວາມ​ສາ­ມາດ​ຂອງ​ສະ​ຖາ​ບັນ​ການ​ເງິນ​ຂັ້ນ​ທ້ອງ­ຖິ່ນ​ໃນ​ລາວ ເພື່ອ​ສາ­ມາດ​ໃຫ້­ການ​ບໍ­ລິ­ການ​ພັດ­ທະ­ນາ​ທຸ­ລະ​ກິດ​ໃຫ້​ແກ່​ຂະ­ແໜງ ວນກ ໃຫ້​ສາ­ມາດ​ຄຸ້ມ​ຄອງ​ດ້ານ​ການ​ເງິນ ແລະ ສາ­ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ໃນ​ລາວ ໂດຍ​ຜ່ານ​ຄູ່​ມື​ເຝິກ­ອົບ­ຮົມ​ຂອງ​ອົງ­ການ​ແຮງ​ງານ​ສາ­ກົນ ພ້ອມ​ທັງ​ເປັນ​ການ​ປັບ­ປຸງ​ຄວາມ​ສາ­ມາດ​ໃຫ້​ແກ່​ຂະ­ແໜງ ວນກ ໃນ​ການ​ເຂົ້າ​ເຖິງ ແລະ ການ​ຄຸ້ມ​ຄອງ​ທາງ​ດ້ານ​ການ​ເງິນ ໂດຍ​ຜ່ານ​ເຄືອ​ຄ່າຍ​ດຽວ​ກັນ.

ອ່າ​ເພີມ​ຕື່ມ: https://www.vientianemai.net/khao/18462.html
ຮູບປະ​ກອບ: http://annx.asianews.network

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...