ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕາມ​ລາຍງານ ທ​ຊ​ລ: ​
ງານແລ່ນ​ເພື່ອ​ການ​ກຸ­ສົນ​ແຕ່​ໃຕ້-ເໜືອ (ແຂວງ​ອັດ​ຕະ​ປື-ແຂວງ​ຜົ້ງ​ສາ­ລີ) ຄັ້ງ​ປະ­ຫວັດ­ສາດ ໃນ ສປປ ລາວ ລວມ​ໄລ­ຍະ​ທາງ 1.569 ກິ­ໂລ­ແມັດ ຈະ​ຈັດ​ຂຶ້ນ​ວັນ​ທີ 7-26 ຕຸ­ລາ 2018 ເພື່ອ​ລະ­ດົມ​ທຶນ​ຊ່ວຍ­ເຫຼືອ​ໂຮງ­ໝໍ​ແຂວງ​ອັດ​ຕະ​ປື ແລະ ໂຮງ­ໝໍ​ເດັກ ແຂວງ​ຫຼວງ​ພະ​ບາງ.

​ໂດຍ​ແມ່ນນັກ​ແລ່ນ​ກຸ່ມ​ໜຶ່ງ ທີ່​ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ແລ່ນ ແລະ ເຕັມ​ໃຈ​ທີ່​ຈະ​ຮັບ​ພາ­ລະ­ກິດ​ແລ່ນ​ແຕ່​ໃຕ້-ເໜືອ 
ສະ­ນັ້ນ ພວກ​ເຮົາ​ມາ​ຮ່ວມ​ກັນ​ເປັນ​ກຳ­ລັງ​ໃຈ​ໃຫ້​ກັບ​ນັກ​ແລ່ນ​ກຸ່ມ​ນີ້ ໂດຍ​ການ​ຮ່ວມ​ບໍ­ລິ­ຈາກ ແລະ ເຂົ້າ​ຮ່ວມ​ແລ່ນ​ເປັນ​ກຳ­ລັງ​ໃຈ​ຕາມ​ຈຸດ​ຕ່າງໆ ໂດຍ​ທ່ານ​ທີ່​ສົນ­ໃຈ​ສາ­ມາດ​ບໍ­ລິ­ຈາກ ແລະ ມີ​ສ່ວນ​ຮ່ວມ​ງານ​ຄັ້ງ​ນີ້​ໄດ້ ໂດຍ​ການ​ສະ­ເໜີ​ເປັນ​ຜູ້​ສະ­ໜັບ­ສະ­ໜູນ​ຫຼັກ​ຕາມ​ແພັກ​ເກັດ​ບໍ­ລິ­ຈາກ​ເປັນ​ກຸ່ມ ຫຼື ເປັນ​ສະ­ມາ­ຄົມ ແລະ ບໍ­ລິ­ຈາກ​ສ່ວນ​ບຸກ­ຄົນ​ຜ່ານ Crowdrise Page ‘South to North Laos Charity Run’ https://www.crowdrise.com/o/en/campaign/south-to-north-laos-charity-run ຫຼື ສາ­ມາດ​ບໍ­ລິ­ຈາກ​ໂດຍ​ການ​ໂອນ​ເຂົ້າ​ບັນ­ຊີ​ທະ­ນາ­ຄານດັ່ງ­ນີ້: 
ເນື້ອ​ໃນ​ໃສ່​ວ່າ: “ບໍ­ລິ­ຈາກ​ງານ​ແລ່ນ S2N” ແຄບ​ໜ້າ​ຈໍ​ໂອນ​ທີ່​ທ່ານ​ໂອນ ສົ່ງ​ຮູບ ແລະ ຊື່​ຂອງ​ທ່ານ​ມາ​ຫາ​ແອັດ​ມິນ ວອດ​ແອັບ 020 99862688 ທາງ​ພວກ​ເຮົາ​ຈະ​ຂໍ​ລົງ​ຮູບ​ຂອງ​ທ່ານ​ຜ່ານ​ທາງ S2N Facebook ເພື່ອ​ສະ­ແດງ​ຄວາມ​ຂອບ­ໃຈ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳ­ລັບ​ຊື່​ທະ­ນາ­ຄານ: ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ມະ­ຫາ­ຊົນ ຊື່​ບັນ­ຊີ: Events for Good (ອີ​ເວັນ​ຟໍ​ກູດ) ບັນ­ຊີ​ເງິນ​ກີບ: 010-110-001-140-755-001 ບັນ­ຊີ​ເງິນ​ໂດ​ລາ: 010-110-101-140-755-001 ທີ່­ຢູ່​ທະ­ນາ­ຄານ: ເລກ​ທີ 01 ຖະ­ໜົນ​ປາງ​ຄຳ ບ້ານ​ຊຽງ​ຍືນ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ.

Cr.VientianeMai


Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້