ເຊີນຊວນສາວລາວ ເຂົ້າປະກວດ ມິສອິນເຕີເນຊັນແນລ ລາວ ປະຈຳປີ 2018.

ມື້ວານນີ້, ທີ່ໂຮງແຮມ ຄຣາວພາຊາ ນະຄອນຫລວງວຽງຈັນ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບ ບໍລິສັດພັດທະນາ ລາວລ້ານຊ້າງ ຈຳກັດ ໄດ້ຈັດພິທີຖະ ແຫລງຂ່າວ ມິສອິນເຕີເນຊັນແນລ ລາວ 2018 ພາຍໃຕ້ຫົວຂໍ້ “ຄວາມຮັກ ສັນຕິພາບ ແລະ ຄວາມງາມ” ເພື່ອຊອກຫາສາວງາມ ທີ່ມີອາຍຸ 17 ປີ ຂຶ້ນໄປ, ຜູ້ມີໄຫວພິບ, ມີຄວາມຮູ້ຄວາມສາມາດ, ມີທັດສະນະຄະຕິທີ່ດີ ແລະ ມີຄວາມພ້ອມທີ່ຈະເປັນຕົວແທນ ໃຫ້ແກ່ສາວລາວ ທົ່ວປະເທດ ເຂົ້າປະກວດ ມິສອິນເຕີເນຊັນແນລ, ເຊິ່ງຈະຈັດຂຶ້ນ ໃນເດືອນພະຈິກ 2018 ທີ່ຈະມາເຖິງນີ້ ທີ່ນະຄອນໂຕກຽວ ປະເທດຍີ່ປຸ່ນ.

ລາງວັນຜູ້ທີ່ໄດ້ຊະນະເລີດ ຈະໄດ້ຮັບມົງກຸດ ມິສອິນເຕີເນຊັນແນລ ລາວ 2018 ທີ່ເປັນເພັດ ປະດັບດ້ວຍໄຂ່ມຸກ ມູນຄ່າ 50 ລ້ານກີບ, ພ້ອມເງິນສົດ 50 ລ້ານກີບ ແລະ ຂອງລາງວັນຫລາກຫລາຍລາຍການ ຮອບຊິງຊະນະເລີດ ຈະຈັດຂຶ້ນໃນວັນທີ 14 ຕຸລາ 2018, ໂດຍຖ່າຍທອດສົດ ທາງໂທລະພາບ ທີວີລາວ. ສຳລັບຜູ້ທີ່ສົນໃຈສະໝັກໂທ: 020 5555 7798 ຫລື facebook: Miss International Laos ມິສອິນເຕີເນຊັນແນລ ລາວ.

Cr.KPL
#InsideLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...