ງານວາງສະແດງສິນຄ້າທຸລະກິດປ້າຍ ເພື່ອຊ່ວຍນັກທຸລະກິດປ້າຍລາວ ຂະຫຍາຍເຄືອຂ່າຍທາງການຄ້າກັບສາກົນ

ທ້າຍອາທິດຜ່ານມາ, ທີ່ນະຄອນຫລວງວຽງຈັນ, ບໍລິສັດ ໄອບຣິກ ຈຳກັດ ຈາກປະເທດໄທ ຮ່ວມກັບກຸ່ມຄົນຮັກປ້າຍເມືອງລາວ ໄດ້ຈັດງານຖະແຫລງຂ່າວ ເພື່ອເຊີນຊວນບັນດາບໍລິສັດປ້າຍຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ໄຊເອເຊຍເອັກໂປ 2018 (Sign Asia Expo 2018) ແລະ ເອພີພີພີເອັກໂປ ໄທແລນ (APPPEXPO Thailand), ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້ ທີ່ປະເທດໄທ.

ງານວາງສະແດງສິນຄ້າຄັ້ງນີ້, ຊຶ່ງເປັນປີທີ 16 ຈະຈັດຂຶ້ນໃນລະຫວ່າງ ວັນທີ 8-11 ພະຈິກ 2018 ທີ່ອິມແພກເມືອງທອງທານີ ປະເທດໄທ, ຊຶ່ງຄາດວ່າຈະມີ 400 ກວ່າຍີ່ຫໍ້ດັງ, 75.000 ລາຍການ ກ່ຽວກັບງານປ້າຍ, ສື່ໂຄສະນາ ແລະ ການພິມດີຈີຕອນ ທີ່ຄັດເລືອກມາເປັນຢ່າງດີ ເຂົ້າຮ່ວມວາງສະແດງສິນຄ້າ.

ທ່ານ ກະເສມ ບຸດສະດີປຣະເສີດ ຜູ້ອຳນວຍການຝ່າຍການຕະຫລາດ ແລະ ການຂາຍໄອບຣິກ ເຜີີຍວ່າ: ບໍລິສັດ ເປັນຜູ້ນຳດ້ານການ ຈັດງານວາງ ສະແດງສິນຄ້າທຸລະກິດປ້າຍ ແລະ ໂຄສະນາທຳອິດຂອງປະເທດໄທ ພາຍໃຕ້ຊື່: ໄຊເອເຊຍເອັກໂປ ທີ່ຈັດຂຶ້ນຢ່າງຕໍ່ເນື່ອງທຸກໆປີ ແລະ ໄດ້ຮັບການຕອບຮັບທີ່ດີໃນແຕ່ລະຄັ້ງ.

ງານນີ້, ປຽບເໝືອນປະຕູທີ່ເປີດໄປສູ່ໂອກາດທາງທຸລະກິດ ທັງໃນປະເທດ ແລະ ຕ່າງ ປະເທດ ແລະ ມຸ່ງໝັ້ນທີ່ຈະພັດທະນາສັກກະຍະພາບ ຂອງຄົນວົງການປ້າຍ ແລະ ໂຄສະນາ ດ້ວຍການຈັດພື້ນທີ່ສະແດງ ນະວັດຕະກຳເຄື່ອງພິມດີຈີຕອນ ແລະ ວັດສະດຸຊັ້ນນຳ, ພ້ອມທັງເປັນເວທີສຳ ລັບການຖ່າຍທອດຄວາມຮູ້, ເຕັກນິກ ແລະ ປະສົບການຈາກຜູ້ຊ່ຽວຊານ ເພື່ອສ້າງໂອກາດໃນການເລີ່ມຕົ້ນທຸລະກິດ ຕໍ່ຍອດຄວາມຮູ້, ສ້າງມິດຕະພາບໃໝ່ ແລະ ຂະຫຍາຍເຄືອຂ່າຍ ທາງການຄ້າສຳລັບທຸລະກິດປ້າຍ ແລະ ສື່ໂຄສະນາ.

ທ່ານ ວົງນໍາ ວົງວິໄລ ປະທານບໍລິສັດຂຸນຕາປ້າຍ ກ່າວວ່າ: ໜຶ່ງໃນຈຸດປະສົງ ຂອງການຖະແຫລງຂ່າວໃນຄັ້ງນີ້, ເພື່ອເປັນການຊ່ວຍບັນດາບໍລິສັດ ຫລື ນັກທຸລະກິດປ້າຍຂອງພວກເຮົາ ສ້າງເປັນກຸ່ມ ກໍຄື ສ້າງເປັນສະມາຄົມຂຶ້ນມາ. ເຖິງເວລາແລ້ວທີ່ພວກເຮົາຈະໄດ້ ຮ່ວມຕົວກັນ ເພື່ອຊ່ວຍກັນພັດທະນາຄຸນນະພາບ ແລະ ທຸລະກິດປ້າຍຂອງລາວ ໃຫ້ມີຄວາມຍືນຍົງ ແລະ ສາມາດແຂ່ງຂັນກັບສາກົນໄດ້.

Cr.KPL
#InsideLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...