6 ເດືອນຕົ້ນປີ 2018 ນີ້, ອັດຕະປື ມີມູນຄ່າການລົງທຶນ ຂອງເອກະຊົນ 121 ລ້ານກວ່າໂດລາ.

ໃນ 6 ເດືອນຕົ້ນປີ 2018 ນີ້ ແຂວງອັດຕະປື ມີມູນຄ່າການລົງທຶນ ຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດທັງໝົດ 121,56 ລ້ານໂດລາ ຫລື ເທົ່າກັບ 972 ຕື້ກວ່າກີບ, ລື່ນແຜນ 16%, ໃນນັ້ນ ທຶນທີ່ເປັນເງິນສົດມີ 72,94 ລ້ານໂດລາ ຫລື ເທົ່າກັບ 583 ຕື້ກີບ, ທຶນທີ່ເປັນວັດຖຸອຸປະກອນ ແລະ ພາຫະນະ ເຊິ່ງຕິດພັນກັບການຜະລິດໂດຍກົງມີ 48,62 ລ້ານໂດລາ ຫລື ປະມານ 389 ຕື້ກີບ.

ນັບແຕ່ປີ 2001 ມາຮອດປັດຈຸບັນ ແຂວງອັດຕະປື ໄດ້ອອກອະນຸມັດການລົງທຶນ ໃຫ້ເອກະຊົນທັງພາຍໃນ ແລະ ຕ່າງປະເທດທັງໝົດ 66 ໂຄງການ ມູນຄ່າການ ລົງທຶນມີ 2,3 ຕື້​ກວ່າໂດລາສະຫະລັດ, ມີທຶນຈົດທະບຽນ 574 ລ້ານກວ່າ ໂດລາສະຫະລັດ ຫລື ເທົ່າກັບ 4.592 ຕື້ກີບ. ໃນນັັ້ນ ການລົງທຶນ ຈາກພາກເອກະຊົນຕ່າງປະເທດມີ 33 ໂຄງການ ມູນຄ່າ 2,2 ຕື້​ກວ່າໂດລາ ແລະ ພາກ ເອກະຊົນພາຍໃນປະເທດມີ 33 ໂຄງການ ມູນຄ່າ 90,39 ລ້ານໂດລາ. ສ່ວນໃຫຍ່ແມ່ນການລົງທຶນເຂົ້າ ໃນຂະແໜງໄຟຟ້າ, ຂະແໜງກະສິິກຳ ແລະ ຂະແໜງບໍ່ແຮ່.

Cr.KPL
ຮຸບ​ພາບ: http://attapeu.gov.la/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...